ມ.ປາກຊ່ອງ ປະສົພພັຍ ແຫ້ງແລ້ງ
2019.07.31
ພັຍແລ້ງປີນີ້ ຮຸນແຮງຫຼາຍຊາວນາ ເມືອງປາກຊ່ອງ ແຂວງຈຳປາສັກ ເຊິ່ງກຳລັງປະເຊີນບັນຫາ ຂາດນໍ້າ ຕາມປົກກະຕິ ຊາວເຂດນີ້ ແຕ່ຣະປີ ກໍປະເຊີນພະຍຸມໍຣະສົມ ແລະ ພຍາດແມງໄມ້ຢູ່ແລ້ວ ແຕ່ມາໃນປີນີ້ກັບ ປະເຊີນພັຍແຫ້ງແລ້ງ ຍິ່ງເຮັດໃຫ້ໄດ້ຮັບ ຜົລຜລິດ ເຂົ້ານາປີ ຫຼຸດລົງ ຈາກປີຜ່ານມາຕື່ມອີກ.
ຊາວນາເມືອງປາກຊ່ອງແຂວງຈຳປາສັກ ກ່າວຕໍ່ RFA ເມື່ອວັນທີ 21 ກໍຣະກະດ ວ່າປີນີ້ແຫ້ງແລ້ງແບບບໍ່ເຄີຍເຫັນມາກ່ອນ ນາປີ ປີນີ້ ຂາດນໍ້າຫຼາຍ ຝົນກໍບໍ່ຕົກຕາມຣະດູການ ປີ້ນີ້ໄດ້ລົງປັກດຳເຂົ້ານາປີຫຼ້າຊ້າ ຄາດວ່າຈະໄດຜົລຜລິດໜ້ອຍ. ຜ່ານມາກໍ່ ປະເຊີນກັບບັນຫາ ພະຍຸມໍຣະສຸມແຕ່ລະປີ, ເພັ້ຍຈັກກະຈັ່ນ ກໍລົງ ກໍເຮັດໃຫ້ນາປີເສັຽຫາຍຈຳນວນຫຼາຍ.
ນອກຈາກນີ້ ຕໍ່ບັນຫາທີ່ເກີດຂຶ້ນ ເພິ່ນໄດ້ຢໍ້າວ່າຍັງບໍ່ທັນໄດ້ ມີພາກສ່ວນໃດເຂົ້າມາຊ່ອຍເຫຼືອ ຫຼື ຫາທາງແກ້ໄຂໃຫ້ ສ່ວນຫຼາຍຖ້າບັນຫາ ເກີດຂຶ້ນ ພາຍໃນຄອບຄົວ ກໍ່ໄດ້ແກ້ໄຂກັນເອງ. ສຳພາດ....
ອີງຕາມ ກົມປູກຝັງ ກະຊວງກະສິກັມ ແລະ ປ່າໄມ້ ຣາຍງານເມື່ອວັນທີ 11 ກໍຣະກະດາ ຜ່ານມາວ່າ: ທົ່ວປະເທສປັກດຳເຂົ້ານາປີໄດ້ 304,761 ເຮັກຕ້າເທົ່າກັບ 36% ຂອງແຜນການ 850 ພັນເຮັກຕ້າ.
ໃນຂນະທີ່ກົມອຸຕຸນິຍົມວິທຍາ ແລະອຸທົກກະສາດໄດ້ຢ້ັງຢືນວ່າ ເຖິງຈະແຫ້ງແລ້ງ ແຕ່ຈະບໍ່ແກ່ຍາວ ໃນພາກການຜລິດກະສິກັມຈະບໍ່ໄດ້ ຮັບຜົລກະທົບຫຼາຍ ແລະ ຄາດວ່າຝົນຈະມາ ໃນເດືອນສິງຫານີ້.