ແມ່ນໍ້າສາກົນບໍ່ວາງໃຈ ເຂື່ອນ ປາກແບງ

ມະນີຈັນ
2017.06.02
F-Daovong ທ່ານ ດາວົງ ພອນແກ້ວ ເອກອະທິບໍດີ ກະຊວງ ພລັງງານ ແລະ ບໍແຮ່
RFA

ຜູ້ຊ່ຽວຊານຈາກອົງການ ແມ່ນໍ້າສາກົລ International River 3 ຄົນ ກັງວົນນໍາ ຜົລກະທົບ ທີ່ອາດເກີດຂຶ້ນ ຈາກ ໂຄງການເຂື່ອນ ປາກແບງ ເປັນຕົ້ນ ເຣື່ອງຣະບົບນິເວດ ຂອງແມ່ນໍ້າຂອງ ແລະພັນປາ, ຜົລກະທົບ ຂ້າມຊາຍແດນ ແລະການໂຍກຍ້າຍ ປະຊາຊົນ.

Dr. Clenn Cada ນັກຊີວະວິທຍາພັນປາ ແລະຜູ້ຊ່ຽວຊານ ພລັງງານນໍ້າ ເວົ້າວ່າຂໍ້ມູນ ທີ່ໃຊ້ໃນການສຶກສາ ການຂຶ້ນລ່ອງ ຂອງປານັ້ນ ຍັງບໍ່ພຽງພໍ ຕໍ່ການຄາດຄະເນ ເຖິງສິ່ງທີ່ຈະເກີດຂຶ້ນ ໃນແມ່ນໍ້າຂອງ ຫລັງຈາກ ທີ່ມີການສ້າງເຂື່ອນ ໂດຍສະເພາະ ໃນຣະຍະເລີ່ມໂຄງ ການທໍາອິດ ທີ່ຍັງບໍ່ມີ ມາຕການແນວໃດ ມາບັນເທົາ ຜົລກະທົບ ທີ່ຈະເກີດຂຶ້ນ ຕໍ່ພັນປາ ໃນແມ່ນໍ້າຂອງໄດ້.

ທ່ານ Matthew Baird ນັກກົດໝາຍສິ່ງແວດລ້ອມ ແລະຜູ້ຊ່ຽວຊານ ຂອງ EIA ໄດ້ສະແດງຄວາມເປັນຫ່ວງ ນໍາຜົລກະທົບ ຂ້າມຊາຍ ແດນ ທີ່ຈະເກີດຂຶ້ນ ຈາກການສ້າງ ເຂື່ອນນັ້ນ ໂດຍສະເພາະ ເຣື່ອງປາ ເຣື່ອງດິນຝຸ່ນ ໃນແມ່ນໍ້າຂອງ, ຄຸນນະພາບຂອງນໍ້າ, ການປ່ຽນ ແປງຂອງ ສະພາບພູມີອາກາດ ແລະການມີສ່ວນຮ່ວມ ຂອງມວນຊົນ ທີ່ຖືກລະເລີຍ ໄປຈາກຂະບວນການ ປຶກສາຫາລືລ່ວງໜ້ານັ້ນ.

ທ່ານ Shoemaker ຜູ້ຊ່ຽວຊານດ້ານໂຍກຍ້າຍປະຊາຊົນ ແລະຊັພຍາກອນທັມຊາດ ໃນແມ່ນໍ້າຂອງ ກໍເວົ້າວ່າ ແຜນຮອງຮັບ ສໍາລັບ ປະຊາຊົນ ທີ່ຖືກ ຜົລກະທົບ ຊຶ່ງທາງ ຄນະກັມມາທິການ ແມ່ນໍ້າຂອງ MRC ສເນີມານັ້ນ ເປັນໄປ ໃນຮູບແບບກວ້າງໆ ແລະໃຊ້ຮູບແບບ ຂອງການຈັດສັນ ສໍາລັບ ປະຊາຊົນ ຄືກັນກັບ ໂຄງການ ກໍ່ສ້າງເຂື່ອນ ຂນາດໃຫຍ່ທົ່ວໄປ ຊຶ່ງທີ່ຜ່ານມາ ບໍ່ໄດ້ປະສົບ ຜົລສໍາເຣັດ ປານໃດ.

ການອອກຖແລງການ ຂອງອົງການແມ່ນໍ້າສາກົລ ໃນຄັ້ງນີ້ ເປັນການສະແດງ ຄວາມກັງວົນ ຫລັງຈາກທີ່ທາງ MRC ໄດ້ຈັດກອງປະຊຸມ ຂະບວນການປຶກສາຫາລື ລ່ວງໜ້າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ສເນີຄວາມຄິດເຫັນ ຕໍ່ຜູ້ພັທນາ ໂຄງການເຂື່ອນປາກແບງ ແລະຂໍ້ສຶກສາ ເພີ່ມເຕີມ ຕໍ່ການສ້າງເຂື່ອນ ປາກແບງ.

ກ່ຽວກັບເຣື່ອງນີ້ ທາງ RFA ໄດ້ຖາມໄປຍັງພາກສ່ວນ ກ່ຽວຂ້ອງກັບໂຄງການນີ້ ຂອງຣັຖບານລາວ, ໄດ້ຮັບຄໍາຕອບ ຈາກ ດຣ.ດາວວົງ ພອນແກ້ວ ຫົວໜ້າ ຫ້ອງການ ກະຊວງ ພລັງງານແລະບໍ່ແຮ່ ວ່າ:

"ຜ່ານມາກໍເຂົ້າໃຈ ວ່າມີຫລາຍການສຶກສາເນາະ ທີ່ວ່າໄດ້ສຶກສາໄປແລ້ວ ໂຄງການນີ້ກໍ່ຕັ້ງຢູ່ ທາງເທິງ ຂອງເຂື່ອນໄຊຍະບູລີ ເນາະ ສະນັ້ນແລະ ຜົລກະທົບ ທີ່ວ່າສົ່ງໄປຫາ ປະເທດສະມາຊິກ ຈະມີຫຍັງແດ່ ເພາະວ່າເຮົາ ກໍໄດ້ສຶກສາ ຂອງໄຊຍະບູລີ ແລ້ວໆ ບັນດາ ປະເທດຕ່າງໆ ເພິ່ນກໍຖືວ່າ ກໍເປັນທີ່ຍອມຮັບ ຂອງບັນດາ ປະເທດນັ້ນໆແລ້ວ".

ທ່ານເວົ້າອີກວ່າ ຂະບວນການປຶກສາຫາລື ແມ່ນເພື່ອຟັງຄວາມຄຶດເຫັນ ຂອງແຕ່ລະຝ່າຍ ແຕ່ສໍາລັບທາງຣັຖບານລາວແລ້ວ ການກໍ່ສ້າງ ເຂື່ອນນັ້ນ ກໍເປັນນຶ່ງໃນໂຄງການ ພັທນາ ທີ່ຍືນຍົງ ຂອງຣັຖບານລາວ.

ປັດຈຸບັນ ໂຄງການເຂື່ອນປາກແບງ ຢູ່ໃນຂະບວນການປຶກສາຫາລື ລ່ວງໜ້າ 6 ເດືອນ ເພື່ອໃຫ້ຜູ້ພັທນາໂຄງການ ປັບປຸງການກໍ່ສ້າງ ແລະສຶກສາ ຜົລກະທົບ ທີ່ອາດເກີດຂຶ້ນ ຕໍ່ປະຊາຊົນ ແລະສິ່ງແວດລ້ອມ ຕາມຂໍ້ຕົກລົງ ຂອງຄນະກັມມາທິການ ແມ່ນໍ້າຂອງ MRC ປີ 1995.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.