ປະຊາຊົນ ເດືອດຮ້ອນ ຢ່າງໜັກ ນ້ຳຖ້ວມຫຼາຍບ້ານ ທີ່ໄຊຍະບູຣີ

0:00 / 0:00

ຝົນຕົກໜັກ ນໍ້າປ່າໄຫລຫລາກ ຖ້ວມຫລາຍບ້ານ ແລະພື້ນທີ່ປູກຝັງຂອງປະຊາ ຊົນຢ່າງກະທັນຫັນ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ໃນມື້ວັນທີ 21 ກໍຣະກະດານີ້. ບ້ານເຮືອນ, ໄຮ່ນາ, ຮົ້ວສວນ ເສັຍຫາຍ. ເບື້ອງຕົ້ນພົບວ່າ ຢູ່ບ້ານຕາກແດດ, ບ້ານປາກແລງ, ບ້ານຫ້ວຍຕ່າງ ເຄື່ອງຂອງ ແລະ​ສັດລ້ຽງ ຖືກນໍ້າພັດໄຫລໄປ, ເຂົ້າໃນນາໄດ້ຮັບຄວາມເສັຽຫາຍຫລາຍເຮັກຕ້າຣ໌, ໂຮງຮຽນ, ສຸກ ສາລາ ແລະອື່ນໆໄດ້ຮັບຜົລກະທົບ ຊຶ່ງເຈົ້າໜ້າທີ່ຍັງບໍ່ສາມາດຮູ້ໄດ້ ເຖິງຄວາມເສັຍຫາຍນັ້ນ ວ່າມີຫລາຍ-ໜ້ອຍເທົ່າໃດ, ຍ້ອນຍັງກໍາລັງເກັບກໍາ ແລະໂຮມຂໍ້ມູນຄວາມເສັຍຫາຍນັ້ນຢູ່. ແຕ່ໃນເບື້ອງຕົ້ນນີ້ ຍັງບໍ່ມີຣາຍງານ ກ່ຽວກັບຄົນເສັຍຊີວິຕ ແລະບາດເຈັບຍ້ອນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງປາກລາຍ ແຂວງໄຊຍະບູຣີ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ກໍຣະກະດານີ້ວ່າ:

" ນໍ້າຖ້ວມບ່ອນເຮັດໄຮ່ເຮັດນາ ຖ້ວມນາຖ້ວມຫຍັງ ຣົຖໄຖນານີ້ແລ້ວ ທີມງານເຂົາເຈົ້າລົງໄປເກັບກໍາ ກະຍັງບໍ່ທັນໄດ້ຂໍ້ມູນທັນແລ້ວ ເຂົາລົງໄປເກັບພຸ້ນຢູ່ ລົງເກັບຂໍ້ມູນກ່ອນເນາະ ຜົລເສັຽຫລາຍສໍ່າໃດ ຈັກຄອບຄົວ ໄດ້ຂໍ້ມູນລະອຽດເພິ່ນກະຣາຍງານຂັ້ນແຂວງ. "

ທ່ານກ່າວຕື່ມວ່າ ມາເຖິງຂະນະນີ້ ຍັງບໍ່ທັນໄດ້ໃຫ້ການຊ່ອຍເຫລືອຫຍັງເທື່ອ, ມີພຽງແຕ່ໄດ້ເກັບຂໍ້ມູນຄວາມເສັຍຫາຍເທົ່ານັ້ນ, ກວ່າຊາວບ້ານຈະໄດ້ຮັບການຊ່ອຍເຫລືອ ກໍໜ້າຈະດົນເຕີບ ເພາະຕ້ອງໄດ້ສົ່ງຂໍ້ມູນໄປໃຫ້ທາງແຂວງກ່ອນ. ແຕ່ຜູ້ມີຈິຕໃຈດີ ກໍສາມາດໄປຊ່ອຍເຫລືອ-ບໍຣິຈາກເຂົ້າສານ ອາຫານແຫ້ງ ແລະນໍ້າດື່ມໄດ້ ຍ້ອນວ່າ ຫລາຍຄົນທີ່ໄດ້ຮັບຜົລກະທົບ ຕ້ອງການຄວາມຊ່ອຍເຫລືອຢູ່ ແລະຫລາຍຄົນກໍອາສັຍເພິ່ງຍາຕພີ່ນ້ອງໄປກ່ອນ.

ເຈົ້າໜ້າທີ່ກູ້ພັຍ ຢູ່ແຂວງໄຊຍະບູຣີ ເວົ້າໃນມື້ດຽວກັນນີ້ວ່າ ທາງກູ້ພັຍແຂວງນີ້ ຍັງບໍ່ທັນໄດ້ເຂົ້າໄປຊ່ອຍເຫລືອ ບ້ານທີ່ຖືກນໍ້າຖ້ວມນັ້ນເທື່ອ ເນື່ອງຈາກວ່າ ເຂດບ້ານນັ້ນຢູ່ໄກຈາກເມືອງແດ່, ບໍ່ຮູ້ຣາຍລະອຽດວ່າ ນໍ້າຖ້ວມເສັຍຫາຍຈັກບ້ານ ຈັກຄອບຄົວ ຕ້ອງໄດ້ລໍຖ້າທາງເມືອງເພິ່ນແຈ້ງມາໃຫ້ຮູ້ກ່ອນ ຈຶ່ງຈະຮູ້ເຣື່ອງນັ້ນໄດ້ ແລະເຂົ້າໄປຊ່ອຍເຫລືອ ຊຶ່ງສ່ວນໃຫຍ່ກໍຈະແມ່ນ ເຂົ້າປາອາຫານແຫ້ງ ແລະເຄື່ອງບັນເທົາທຸກອື່ນໆ.

" ທາງເຮົາບໍ່ໄດ້ໄປ ເພາະມັນຢູ່ໄກແດ່ນ່າ ຍັງບໍ່ທັນໄດ້ເຂົ້າໄປຊ່ອຍ ກະບໍ່ຮູ້ວ່າຫ້ອງການເຂົາປະສານງານກັນແນວໃດຫັ້ນນ່າ ໄດ້ຍິນເພິ່ນວ່າກໍໜ້າຈະໜັກຢູ່ ເພາະບໍ່ມີຜູ້ໃດມາໃຫ້ຂໍ້ມູນພວກເຮົາຫັ້ນນະ ."

ຂະນະນີ້ ນໍ້າໄດ້ລົດລົງໄປຫລາຍແລ້ວ, ສິ່ງທີ່ເສັຍຫາຍຫລາຍ ກໍແມ່ນ ນາ, ສວນ; ນໍ້າໄຫລເຂົ້າບ້ານສູງເຖິງແອວກໍມີ, ສິ່ງຂອງເຄື່ອງໃຊ້ ແລະສັດລ້ຽງຈໍານວນນຶ່ງ ຖືກນໍ້າພັດໄປ ດັ່ງຊາວບ້ານບ້ານຕາກແດດ ທີ່ຖືກນໍ້າຖ້ວມ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກໍຣະກະດານີ້ວ່າ:

" ກະຫລຸດລົງຫລາຍແລ້ວຊິນ່າ ຖ້ວມມື້ວານນີ້ນໍ້າປ່າ ຝົນຕົກໝົດມື້ໝົດຄືນ ຕອນເຊົ້າ 9-10 ໂມງເຊົ້ານີ້ແຫລະ ພຽງແອວພີ້ນະ ຖ້ວມເຮືອນ ຄອກງົວກັບຄອກແບ້ ສວນມັນຕົ້ນ ໄປໝົດເລີຍຫລາຍເຕີບ ."

ແລະປະຊາຊົນບ້ານປາກແລງຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ນໍ້າໄດ້ລົດລົງຫລາຍເຕີບແລ້ວ, ໄດ້ຮັບຄວາມເສັຍຫາຍຫລາຍສົມຄວນ, ທັງພື້ນທີ່ກະສິກັມ ກໍຖືກນໍ້າຖ້ວມໝົດ, ເຄື່ອງໃຊ້ຂອງສອຍໃນບ້ານເຮືອນ ກໍຖືກນໍ້າທີ່ໄຫລມາໄວພັດເອົາໄປ ຍ້ອນມ້ຽນມັດບໍ່ທັນ, ທາງການກໍຍັງບໍ່ທັນໃຫ້ຄວາມຊ່ອຍເຫລືອ, ມີພຽງແຕ່ລົງມາ ເກັບກໍາຂໍ້ມູນຄວາມເສັຍຫາຍເທົ່ານັ້ນ.

" ອໍ ! ຫລຸດລົງແລ້ວ ບ້ານປາກແລງກໍຖ້ວມ ເສັຍຫາຍຫລາຍ ນໍ້າມັນຮ່ອນມາເລີຍ ແຕ່ວ່າຄົນນີ້ບໍ່ເປັນຫຍັງ ແຕ່ນໍ້າເຂົ້າເຮືອນ ຖ້ວມຣົຖ ຖ້ວມເຄື່ອງຊັກຜ້າ ຕູ້ເຢັນ ເອົາບໍ່ທັນເດ ເຈົ້າໜ້າທີ່ມາເກັບກໍາຂໍ້ມູນແລ້ວ."

ພາຍຫລັງທີ່ນໍ້າລົດລົງແລ້ວ ຊາວບ້ານຫລາຍຄົນກໍພາກັນເກັບກວດ, ທໍາຄວາມສະອາດບ້ານເຮືອນ ແລະເຝົ້າລະວັງເຣື່ອງນໍ້າ ທີ່ອາຈມາຖ້ວມຕື່ມອີກກໍເປັນໄດ້.

ເມື່ອປີກາຍ ແຂວງໄຊຍະບູຣີ ຖືກນໍ້າຖ້ວມເສັຍຫາຍຢູ່ຫລາຍເມືອງ ເຊັ່ນເມືອງແກ່ນທ້າວ ມີ 5 ບ້ານ ໄດ້ຮັບຜົລກະທົບ ຮວມທັງບ້ານຈອມແກ້ວ, ບ້ານເມືອງໝໍ, ບ້ານນາຫິນ ແລະບ້ານນາບອນ ຈໍານວນ 24 ຄອບຄົວ ແລະຫົນທາງກໍຖືກນໍ້າເຊາະເຈື່ອນ ຢູ່ຫລາຍຈຸດ ຮວມທັງຢູ່ສາມແຍກບ້ານພະເຕົ່າ-ບ້ານດົງສະຫງວນ ເມືອງປາກລາຍນໍາດ້ວຍ.