ປະຊາຊົນຍັງລໍຖ້າຄ່າຊົດເຊີຍ

ໂຄງການ ກໍ່ສ້າງຂົວ ປາກແບງ-ປາກແຄນ ເປັນ ຂົວຂ້າມ ແມ່ນໍ້າຂອງ ທີ່ ໄດ້ເລີ່ມ ສໍາຣວດ ມາແຕ່ປີ 2012
ໂຄງການ ກໍ່ສ້າງຂົວ ປາກແບງ-ປາກແຄນ ເປັນ ຂົວຂ້າມ ແມ່ນໍ້າຂອງ ທີ່ ໄດ້ເລີ່ມ ສໍາຣວດ ມາແຕ່ປີ 2012 (Citizen Journalist)

0:00 / 0:00

ປະຊາຊົນ ທີ່ ໄດ້ຮັບ ຜົລະທົບ ຈາກ ໂຄງການ ກໍ່ສ້າງ ຂົວ ປາກແບງ ປາກແຄນ ທີ່ ແຂວງ ອຸດົມໄຊ ຍັງບໍ່ໄດ້ ຮັບຄ່າ ຊົດເຊີຍ.

ປະຊາຊົນ ທີ່ ໄດ້ຮັບ ຜົລກະທົບ ຈາກ ໂຄງການ ກໍ່ສ້າງ ຂົວ ປາກແບງ ປາກແຄນ ຢູ່ ເມືອງ ປາກແບງ ແຂວງ ອຸດົມໄຊ ທ່ານນຶ່ງ ເປີດເຜີຍ ວ່າ ມາເຖິງ ປັດຈຸບັນ ປະຊາຊົນ 10 ກວ່າ ຄອບຄົວ ທີ່ ເສັຍ ທີ່ດິນ ທໍາການ ຜລິດ ຂອງຕົນ ໃຫ້ ໂຄງການ ນີ້ ຍັງບໍ່ທັນ ໄດ້ຮັບຄ່າ ຊົດເຊີຍ. ພວກ ເຂົາເຈົ້າ ໄດ້ຮັບ ຄວາມ ເດືອດຮ້ອນ ແລະ ຮຽກຮ້ອງ ໃຫ້ ທາງການ ລາວ ຊ່ວຍແກ້ໄຂ:

"ມັນຖືກຮົ້ວ ຖືກສວນ ເຂົາເຈົ້າ ນະນໍ ແລ້ວຕໍາໃສ່ ຄ່າຕູບ ຄ່າສຸ່ມ ເຂົາເຈົ້າ ຫລາຍຄົນ 10 ປາຍ ຄອບຄົວ ສວນໄມ້ສັກ ກໍມີ ກະທົບ ຕົວຂົວນໍ ຕົກເປັນ ເງິນກໍ 3 ຫາ 4 ລ້ານ ບໍ່ມາໃຊ້ ເຂົາເຈົ້ານະ".

ທ່ານວ່າ ການ ກໍ່ສ້າງ ຂົວ ປາກແບງ ປາກແຄນ ເປັນ ໂຄງການ ສ້າງຂົວ ຂ້າມ ແມ່ນໍ້າຂອງ ທີ່ ໄດ້ເລີ່ມ ສໍາຣວດ ມາແຕ່ ປີ 2012. ເບື້ອງຕົ້ນ ເຈົ້າໜ້າທີ່ ໂຄງການ ບອກ ວ່າ ຈະຈ່າຍ ທົດແທນ ຄວາມເສັຍ ຫາຍໃຫ້ ປະຊາຊົນ ທີ່ ຢູ່ໃນ ບໍຣິເວນ ເຂດ ກໍ່ສ້າງ ໂດຍຈະໃຫ້ ທັງຄ່າດິນ, ຄ່າ ຜົລປູກ ແລະ ຄ່າຕົ້ນໄມ້. ແຕ່ກໍຍັງ ບໍ່ທັນໄດ້ ເຖິງມີ ການ ກໍ່ສ້າງ ໄປແລ້ວ ຣະຍະນຶ່ງ.

ກ່ຽວກັບ ບັນຫາ ນີ້ ປະຊາຊົນ ທີ່ໄດ້ຮັບ ຜົລະທົບ ໄດ້ ພ້ອມກັນ ໄປປຶກສາ ຫາລື ກັບ ເຈົ້າໜ້າທີ່ ໂຄງການ ຫລາຍຄັ້ງ ເພື່ອ ຂໍໃຫ້ ຈ່າຍຄ່າ ຊົດເຊີຍ ຄວາມ ເສັຽຫາຍ ທີ່ເກີດ ຈາກ ໂຄງການ ນີ້ ແຕ່ ເຈົ້າໜ້າທີ່ ກໍຍັງ ບໍ່ທັນ ສາມາດ ໃຫ້ ຄໍາຕອບ ວ່າ ຈະໃຫ້ໄດ້ ເມື່ອໃດ.

ຊາວບ້ານ ທ່ານດຽວ ກັນນີ້ ເວົ້າຕື່ມ ອີກວ່າ ຫາກ ອໍານາດ ການ ປົກຄອງ ທ້ອງຖິ່ນ ບໍ່ສາມາດ ໃຫ້ ຄວາມ ຊ່ວຍເຫລືອ ໄດ້ ກໍຈະ ພາກັນ ເຮັດໜັງສື ຮ້ອງຮຽນ ໄປຍັງ ສະພາ ແຫ່ງຊາດ ເພື່ອ ຂໍໃຫ້ຊ່ວຍ ແກ້ໄຂ.