ໂຮງໄຟຟ້າຖ່ານຫິນຂອງຈີນຈະສົງຜົລກະທົບຊາວບ້ານ

ປະຊາຊົນ ຢ່າງນ້ອຍ 600 ຄອບຄົວ ຈະໄດ້ຮັບຜົລກະທົບ ຈາກໂຄງການ ໂຮງໄຟຟ້າຖ່ານຫິນ ຂອງຈີນ ທີ່ເມືອງຊຳເໜືອ ຊຶ່ງບັນຫາເຣິ່ມຕົ້ນ ຍັງບໍ່ໄດ້ຮັບການແກ້ໄຂ ເຊັ່ນບໍ່ທັນໄດ້ຊົດເຊີຽ ໃຫ້ກັບປະຊາຊົນທີ່ເສັຽດິນ ໃນການຕັດທາງເພື່ອສ້າງໂຮງໄຟຟ້າ.

ແຂວງຫົວພັນ RFA

ຊາວບ້ານໃນເມືອງຊຳເໜືອ ແຂວງຫົວພັນ 600 ປາຍຄອບຄົວ ຢູ່ໃນ 6 ບ້ານຈະໄດ້ຮັບ ຜົລກະທົບຈາກໂຄງການໂຮງໄຟຟ້າ ພລັງງານຄວາມຮ້ອນຖ່ານຫີນ ຂອງບໍຣິສັດຈີນຍ້ອນວ່າເຂົາເຈົ້າໄດ້ຖືກໂຍກຍ້າຍ, ສູນເສັຽທີ່ດິນ ແລະໄດ້ຮັບມົລພິດທາງອາກາດ ທີ່ຈະສົ່ງຜົລຕໍ່ສຸຂພາບຂອງຊາວບ້ານ.  ຊາວບ້ານຜູ້ນຶ່ງໃນເມືອງຊຳເໜືອ ແຂວງຫົວພັນທີ່ໄດ້ຮັບຜົລກະທົບ ສູນເສັຽທີ່ດິນໃຫ້ກັບໂຄງການ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ຕຸລາ ນີ້ວ່າ:

ຖືກດິນນາແລ້ວ ເຂົາຊິຊົດເຊີຍໃຫ້ເຮັກຕ້ານຶ່ງລະ 100 ລ້ານຈັ່ງວ່າກາບໍ່ຢາກຄຸ້ມແລ້ວເນາະ ເຮົາກິນໄປຕລອດເນາະ, ເງິນ 100 ລ້ານເຮົາເອົາມາກິນ ມາຈ່າຍມັນກາໝົດໄປ ຕາມຫາງສຽງປະຊາຊົນເຂົາກາວ່າ ຄັນເຂົາເຮັດຂື້ນແທ້ນີ້ ຢ້ານຊິມີຜົລສະທ້ອນຫຼາຍ ແນວເຂົາວ່າຊັ້ນມັນຈະແຕະຕ້ອງເຖີງ ສຸຂພາບເນາະ.

ຊາວບ້ານຜູ້ນີ້ໄດ້ກ່າວຕື່ມວ່າ ຖ້າຄອບຄົວໃດສູນເສັຽທີ່ດິນ ໃຫ້ກັບໂຄງການພັທນາດັ່ງກ່າວ ແລ້ວກໍຈະໄດ້ຮັບເງິນຊົດເຊີຍຕາມຂໍ້ຕົກລົງກັນ ແຕ່ຊາວບ້ານສ່ວນໃຫຍ່ບໍ່ໄດ້ຕ້ອງການເງິນ ຊົດເຊີຍແຕ່ຕ້ອງການທີ່ດິນເພື່ອປູກຝັງ ຖ້າບໍ່ມີດິນຊາວບ້ານກໍຈະບໍ່ມີອາຊີບໝັ້ນຄົງ.

ຕັ້ງແຕ່ເຣີ່ມມີໂຄງການມາ ກໍມີແຕ່ຄວາມກັງວົນໃຈ ແລະຢາກໃຫ້ທາງການລາວ ຊ່ອຍເອົາໃຈໃສ່ຕໍ່ຜົລກະທົບ ຂອງຊາວບ້ານທີ່ກຳລັງປະເຊີນ ຢູ່ໃນປັດຈຸບັນ. ຊາວບ້ານອີກຜູ້ນຶ່ງທີ່ ສູນເສັຽທີ່ດິນໃຫ້ກັບໂຄງການ ດັ່ງກ່າວກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 29 ຕຸລານີ້ວ່າ:

ເປັນຕາຊົດເຊີຍໃຫ້ແນ່ ມັນເສັຽຫາຍມັນ 2-3 ປີມາກາຍັງບໍ່ໄດ້ຮັບຊົດເຊີຍຫຍັງເລີຍ ນີ້ທັງໝົດຢາກສເນີຢາກເໜັ້ນໜັກໃຫ້ທາງໂຄງການ ຫຼືວ່າທາງເມືອງທາງແຂວງ ໃຫ້ເຂົາເອົາໃຈໃສ່ຕື່ມນ້ອຍນຶ່ງຫັ້ນນ່າ.

ໃນໄລຍະທີ່ມີການສຳຣວດ ໂຄງການດັ່ງກ່າວ ກໍມີຊາວບ້ານ ບ້ານເມືອງຍອງ ແລະບ້ານຫ້ວຍໂຄ່ງ ປະມານ 120 ຄອບຄົວ ໄດ້ສູນເສັຽທີ່ດິນນາ ແລະດິນສວນໃຫ້ກັບບໍຣິສັດ ຜູ້ພັທນາເພື່ອເປັນເສັ້ນທາງສັນຈອນ ຂອງໂຄງການແຕ່ປັດຈຸບັນຊາວບ້ານເລົ່ານັ້ນ ກໍຍັງບໍ່ໄດ້ຮັບເງິນຊົດເຊີຍເທື່ອ ແລະຍັງເຮັດໃຫ້ພື້ນທີ່ ທີ່ທຳການກະເສຕ ຂອງຊາວບ້ານຫຼຸດລົງເຫຼືອນ້ອຍ. ຕາງໜ້າຊາວບ້ານ ທີ່ສູນເສັຽທີ່ດິນໃຫ້ກັບໂຄງການ ກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 29 ຕຸລາ ນີ້ວ່າ:

ແຕ່ວ່າປະຊາຊົນ ກໍບໍ່ໄດ້ຍ້າຍຜົລກະທົບ ກໍບໍ່ເຫັນໄດ້ຊົດເຊີຍຊໍ້ານາກັບສວນ ຂອງປະຊາຊົນສອງບ້ານເມືອງຍອງ ກັບຫ້ວຍໂຄ່ງດອກປະມານ 20 ປາຍເຮັກຕ້ານີ້ແຫຼະ.

ນອກຈາກນີ້ຍັງມີຊາວບ້ານ ຈຳນວນຫຼາຍທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວເນື່ອງຈາກ ບໍຣິສັດຜູ້ພັທນາໂຄງການ ໄດ້ເຮັດເສັ້ນທາງຕັດຜ່ານຫຼາຍຈຸດ ແລ້ວໄປກວມເອົາດິນ ນາ-ດິນສວນ ຂອງຊາວບ້ານແລ້ວພັດບໍ່ຈ່າຍເງິນ ຊົດເຊີຍໃຫ້ກັບຊາວບ້ານ ກາຍເປັນບັນຫາໃຫ້ກັບຊາວບ້ານ ຈົນມາຮອດປັດຈຸບັນນີ້. ເຈົ້າໜ້າທີ່ດ້ານສິ່ງແວດລ້ອມ ແລະສັງຄົມ ແຂວງຫົວພັນກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 29 ຕຸລາ ນີ້ວ່າ:

ແລ້ວມັນກໍຍັງມີບັນຫາຢູ່ນີ້ ເຫັນອັນສົ່ງຜົລກະທົບ ຕໍ່ຄອບຄົວຂອງປະຊາຊົນ ຢູ່ບ້ານຫານເໜືອນີ້ 3-4 ຄອບຄົວ ບໍ່ທັນໄດ້ແກ້ໄຂຫັ້ນເດ ຕັດທາງເຂົ້າໄປແລ້ວຖືກນາ ປະຊາຊົນຫັ້ນນ່າ.

ກ່ຽວກັບເຣື່ອງນີ້ ທາງເມືອງຊຳເໜືອ ກໍບໍ່ໄດ້ຮັບຮູ້ວຽກງານ ຂອງໂຄງການດັ່ງກ່າວ ແລະບໍ່ມີຮອດຣາຍລະອຽດໂຄງການ ລົງທຶນຜ່ານມາວຽກງານທຸກຢ່າງ ແມ່ນຂັ້ນສູງກາງ ເປັນຜູ້ຮັບຜິດຊອບທັງໝົດ. ເຈົ້າໜ້າທີ່ເມືອງຊຳເໜືອ ແຂວງຫົວພັນ ໄດ້ກ່າວວ່າ:

ເຂົາເຮັດແນວໃດ ກໍຍັງບໍ່ທັນຮູ້ລະອຽດເນາະ ທາງເມືອງກໍບໍ່ຮູ້ເລີຍ ຍັງບໍ່ທັນໄດ້ໄປກວດ ຍັງບໍ່ມີເງິນໄປເຮັດວຽກເດເນາະ ບໍ່ໄດ້ກວດນຳເຂົາມັນຫຼາຍຂແນງການເນາະ.

ອີງຕາມການຣາຍງານ ການປະເມີນຜົລກະທົບ ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ທີ່ຖືກເຜີຍ ແຜ່ໂດຍກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ໃນປີ 2020 ທີ່ຜ່ານມາ ຣະບຸວ່າໂຄງການໂຮງໄຟຟ້າພລັງງານຄວາມຮ້ອນ ຖ່ານຫີນຈະກະທົບຕໍ່ຊຸມຊົນ 6 ບ້ານເກືອບ 4,000 ຄົນ, ປະກອບມີ ບ້ານດອນ 117 ຄອບຄົວ, ບ້ານເມືອງຍອງ 52 ຄອບຄົວ, ບ້ານຫ້ວຍໂຄ່ງ 74 ຄອບຄົວ, ບ້ານຫຼັກຊາວ 53 ຄອບຄົວ, ບ້ານໂພນໄຊ 124 ຄອບຄົວ ແລະ ບ້ານສາເລີຍ 210 ຄອບຄົວ.

ນອກຈາກນີ້ໂຄງການ ໂຮງໄຟຟ້າພລັງງານຄວາມຮ້ອນ ຖ່ານຫີນຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຢູ່ແລ້ວ ທັງເຣື່ອງກິ່ນເໝັນຂີວ, ສຽງດັງລົບກວນ, ຝຸ່ນລະອອງ ແລະ ນໍ້າເປື້ອນສ່ວນຈະກະທົບໜັກຫຼືເບົາຊໍ່າໃດນັ້ນ ກໍຂື້ນກັບມາຕຖານ ຂອງໂຮງໄຟຟ້າ ອີງຕາມຄຳເຫັນຂອງນັກສິ່ງແວດລ້ອມ.

ໂຄງການ ໂຮງໄຟຟ້າພລັງງານຄວາມຮ້ອນ ຖ່ານຫີນ ແຂວງຫົວພັນຂນາດ 600 ເມກາວັດ ໂດຍມີບໍຣິສັດ ໄຟຟ້າຄວາມຮ້ອນ ຖ່ານຫີນຫົວພັນ ຈຳກັດ ຂອງນັກລົງທຶນຈີນ ເປັນຜູ້ລົງທຶນ ແລະພັທນາໂຄງການອາຍຸສັມປະທານ 25 ປີ ໂດຍເຣີ່ມກໍ່ສ້າງແລະຂຸດຄົ້ນ ແຮ່ທາດມາແຕ່ປີ 2019 ແຕ່ດ້ວຍສະພາບການ ຣະບາດຂອງໂຄວິດ-19 ຈຶ່ງເຮັດໃຫ້ການກໍ່ສ້າງ ໂຄງການດັ່ງກ່າວເກີດຄວາມຫຼ້າຊ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org