ປະຊາຊົນ ຢູ່ແຂວງອຸດົມໄຊ ຈໍານວນໜຶ່ງ ປະຕິເສດຄ່າຊົດເຊີຍ ຈາກເຈົ້າຂອງໂຄງການພະລັງງານສີຂຽວ
ປະຊາຊົນ ຢູ່ແຂວງອຸດົມໄຊ ຈໍານວນໜຶ່ງ ປະຕິເສດຄ່າຊົດເຊີຍ ຈາກໂຄງການພະລັງ ງານແສງຕາເວັນ ຂອງຈີນ.
-
ຈຳປາທອງ/ເພັດສະຫຍາມ
2025-03-05 -
-
-
Your browser doesn’t support HTML5 audio
ສຽງອຸປະກອນແປງໄຟຟ້າ ທີ່ໄດ້ຈາກແຜງໂຊລ່າເຊນນີ້ ຈະກາຍເປັນສຽງປະຈໍາພື້ນທີ່ ຢູ່ບໍລິເວນ ໂຄງການພະລັງງານສະອາດ ພາກເໜືອ ເຊິ່ງກວມພື້ນທີ່ 7 ບ້ານຂອງ 2 ເມືອງ ຄືບ້ານກິ່ວຈະລຸ ບ້ານຈອມອອງ ເມືອງໄຊ ແລະ ບ້ານກີວແຈບ, ບ້ານນາຖົວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະບ້ານໝາກຈຸກ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ໄດ້ເລີ່ມດໍາເນີນການກໍ່ສ້າງ ແຕ່ເດືອນກັນຍາ ປີ 2024 ທີ່ຜ່ານມາ ແຕ່ຍັງມີຊາວບ້ານ ບາງສ່ວນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ຍັງບໍ່ໄດ້ຄ່າຊົດເຊີຍຈາກໂຄງການ.
ສະເພາະຢູ່ບ້ານນາຖົ່ວ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຖືກໂຄງການກວມເອົາດິນນາ ແລະດິນທໍາການຜະລິດ ຂອງຊາວບ້ານ ຈໍານວນໜຶ່ງ ເຖິງແມ່ນວ່າ ມີການຊົດເຊີຍ ໃຫ້ຊາວບ້ານ ສ່ວນໃຫຍ່ແລ້ວກໍຕາມ ແຕ່ກໍຍັງເຫຼືອຊາວບ້ານ 1 ຄອບຄົວ ທີ່ຍັງບໍ່ຍອມຮັບຄ່າຊົດເຊີຍ ຍ້ອນເຫັນວ່າ ຄ່າຊົດເຊີຍ ບໍ່ເໝາະສົມ,
ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ບ້ານນາຖົ່ວ ເມືອງນາໝໍ້ ແຂວງອຸດົມໄຊ ທ່ານໜຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມີນາ 2025 ນີ້.
“ບໍ່ໄດ້ຖືກຍ້າຍບ້ານ ຖືກດິນການຜະດີດຊື່ໆ ເປັນດິນສວນ ດິນນາ ກໍາລັງຊົດເຊີຍຢູ່ ໃນຂັ້ນຕອນໃຫ້ການຊົດເຊີຍຢູ່ປັດຈຸບັນ ມີຄອບຄົວໜຶ່ງ ຍັງບໍ່ໄດ້ເຊັນຍິນຍອມເທື່ອ ຕາມໄດ້ຍິນວ່າ ລາວບໍ່ພໍໃຈ ດິນລາວເປັນດິນນາ ເຂົາຄິດໄລ່ເປັນດິນສວນ ແລ້ວກໍມີເຄື່ອງທີ່ລາວປູກເດ ຕົ້ນໄມ້ໃຫ້ໝາກ ໃຫ້ຫຍັງຕ່າງໆ. ລາວບໍ່ພໍໃຈຕົວນັ້ນ ກໍຍັງບໍ່ໄດ້ເຊັນເທື່ອ ຍັງຢູ່ໃນຂັ້ນຕອນການຍື່ນຄໍາຮ້ອງ.”
ຂັ້ນຕອນຂອງການກໍ່ສ້າງ
ຂະນະທີ່ປະຊາຊົນ ທີ່ມີຮົ້ວສວນ ຢູ່ບ້ານນໍ້າບໍ່ຕາໄກ່ ເມືອງນາໝໍ້ ແຂວງອຸດົມໄຊ ທ່ານໜຶ່ງ ກ່າວວ່າ ໂຄງການດັ່ງກ່າວ ໄດ້ເລີ່ມດໍາເນີນການກໍ່ສ້າງ ແລະ ເລີ່ມມີຄົນງານ ເຂົ້າມາໃນພື້ນທີ່ແລ້ວ ໂດຍໂຄງການ ໄດ້ກວມສວນປູກສາລີ ສວນມັນຕົ້ນ
ແລະດີນນາ ຂອງຊາວບ້ານ ບາງສ່ວນ ໃນເຂດບ້ານແຫ່ງນີ້. ຢ່າງໃດກໍຕາມ ທ່ານເອງ ກໍບໍ່ຮູ້ຄັກແນ່ວ່າ ຊາວບ້ານທີ່ໄດ້ຮັບຜົນກະທົບ ໄດ້ຮັບເງິນຊົດເຊີຍ ຈາກໂຄງການແລ້ວ ຫຼື ບໍ່.
“ຄືເຫັນ ແມ່ນເລີ່ມຕິດຕັ້ງແລ້ວຕິ ໄຟໂຊລ່າເຊນ ຫັ້ນນ່າ ຢູ່ແຖວໃນພຸ້ນຕິ ເຂົາເຮັດນີ້. ຖືກສວນຂ້ອຍນີ້ ບໍ່ຖືກ ແຕ່ສວນຄົນອື່ນ ຊິຖືກຢູ່ ຫັ້ນນ່າ ເພາະວ່າເຂົາເຈົ້າ ຈະເຮັດຢູ່ໃນທາງໜ້ອຍໜຶິ່ງ ບໍ່ເຮັດຢູ່ແຄມທາງ. ເຂົາປູກເຂົ້າ ປູກສາລີ ສວນມັນຕົ້ນ ມັນຖືກບໍ່ສ່ວນຫຼາຍ.”
ໂຄງການໄດ້ຮັບການອະນຸມັດໄປແລ້ວ
ດ້ານເຈົ້າໜ້າທີ່ ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ຢູ່ເມືອງນາໝໍ້ ທ່ານໜຶ່ງ ກ່າວວ່າ ໂຄງການພະລັງງານແສງຕາເວັນ ເປັນໂຄງການ ໄດ້ຮັບການອະນຸມັດ ຈາກຂັ້ນສູນກາງ ແລະ ມີຂັ້ນແຂວງ ເປັນຜູ້ຮັບຜິດຊອບໂຄງການກໍ່ສ້າງ ແລະດູແລເລື່ອງ ການຊົດເຊີຍ ໃຫ້ປະຊາຊົນ ທັງໝົດ ຈຶ່ງບໍ່ມີລາຍລະອຽດ ກ່ຽວກັບເລື່ອງດັ່ງກ່າວປານໃດ, ດັ່ງທ່ານກ່າວວ່າ:
“ອັນນີ້ ກໍບໍ່ແນ່ໃຈນໍ ເພາະວ່າວຽກຕົວນີ້ ກໍມັນຂຶ້ນກັບແຂວງເຂົາເຈົ້ານໍ ແຂວງເຂົາເຈົ້າ ເຂົາລົງມາຕົວນີ້ ຫັ້ນນ່າ. ທາງແຂວງ ຮັບຜິດຊອບໝົດ ວຽກຕົວນີ້ ເຂົາເຈົ້າບໍ່ໄດ້ຜ່ານເມືອງ, ເຂົາເຈົ້າຈະລົງຕິດຕາມ ເປັນຊ່ວງໆ ເປັນໄລຍະ ຫັ້ນ່າ. ລາຍລະອຽດ ກະຊິແມ່ນພວກແຂວງ ພຸ້ນແຫຼະ, ເຂົາເຈົ້າຊິຮູ້. ທາງເມືອງ ມີແຕ່ເຂົາເຈົ້າ ແຈ້ງໃຫ້ເຂົ້າຮ່ວມ.”
ຂ່າວ ກ່ຽວກັນ
ການລົງທຶນຢູ່ແຂວງອຸດົມໄຊ ຫຼາຍກວ່າ 75% ແມ່ນຂອງນັກທຸລະກິດຈີນ
ນັກລົງທຶນຈີນ ຕຣຽມສ້າງໂຄງການ ພະລັງງານແສງຕາເວັນ ຢູ່ ຂ. ອຸດົມໄຊ
ເອກກະຊົນລາວ ຈະພັທນາ ໂຄງການພະລັງງານ ປະສົມປະສານ ຢູ່ເຊກອງ
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແລະ ພະແນກພະລັງງານ ແລະບໍ່ແຮ່ ແຂວງອຸດົມໄຊ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ກ່ຽວກັບໂຄງການດັ່ງກ່າວນີ້ ແຕ່ບໍ່ສາມາດຕິດຕໍ່ໄດ້.
ໂຄງການພະລັງງານ ແສງຕາເວັນ ຈະມີກໍາລັງຕິດຕັ້ງ 1,000 ເມກາວັດ ໂດຍບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ ລາວ ຈຳກັດ (CGN Energy Technology Laos) ຂອງນັກລົງທຶນຈີນ ເປັນເຈົ້າຂອງໂຄງການ, ສາມາດຜະລິດພະລັງງານໄຟຟ້າໄດ້ສະເລ່ຍ 1,700 ກິກາວັດໂມງຕໍ່ປີ.
ປັດຈຸບັນ ໂຄງການ ມີຄວາມຄືບໜ້າຕໍ່ເນື່ອງ ແລະ ຄາດວ່າ ຈະກໍ່ສ້າງສໍາເລັດ ແລະເປີດຊາຍໄຟຟ້າ ທາງເປັນທາງການໄດ້ ໃນເດືອນທັນວາ ປີ 2025 ນີ້ ໂດຍໄຟຟ້າທີ່ຜະລິດໄດ້ ຈະສົ່ງໄປຂາຍ ຢູ່ປະເທດຈີນ ຜ່ານໂຄງການສາຍສົ່ງ ໄຟຟ້າລາວ-ຈີນ 500 ກິໂລໂວນ ທີ່ກໍາລັງກໍ່ສ້າງ ຢູ່ໃນຂະນະນີ້.