ຂ.ອຸດົມໄຊລາຍງານຄວາມເສັຽຫາຍ ຈາກພັຍນໍ້າຖ້ວມ
2013.08.30

ລາຍງານການເສັຽຫາຍຈາກພັຍນໍ້າຖ້ວມ ແຂວງອຸດົມໄຊ ຄັ້ງວັນທີ 20-21 ສິງຫາ ມີມູນຄ່າໃນເບື້ອງຕົ້ນເກືອບ 182 ຕື້ກີບ. ເສັ້ນທາງ ສາຍເລກທີ່ 13 ເໜືອ ລະຫ່ວາງ ຫລວງພຣະບາງກັບນາເຕີຽຖືກນໍ້າ ເຊາະເຈື່ອນເປ່ເພໜັກ ຄິດເປັນມູນຄ່າ ເກືອບ 2 ຕື້ ກີບ. ຖນົນສາຍ 2w ໄປເມືອງແບງ ເມືອງຮຸນແລະເມືອງປາກແບງຮ່ວມທັງຂົວ ແລະ ທໍ່ນໍ້າ ເສັຍຫາຍໜັກ ຄິດເປັນມູນຄ່າ ປະມານ 130 ຕື້ກີບ. ຄວາມ ເສັຍຫາຍ ຂອງຖນົນໃນທ້ອງຖິ່ນ ຄິດເປັນມູນຄ່າ ເກືອບ 48 ຕື້ກີບ. ມູນຄ່າການເສັຽຫາຍ ຖນົນໄປເມືອງໄຊເມືອງງາ ປະມານ 2 ຕື້ກີບ.
ນອກນັ້ນລະບົບໄຟຟ້າກໍໄດ້ຮັບຄວາມເສັຽຫາຍໜັກ ມີເສົາໄຟຟ້າລົ້ມ 94 ເສົາ ໝໍ້ແປງໄຟອີກຈໍານວນນຶ່ງ ຄິດເປັນມູນຄ່າ 16 ລ້ານກ່ວາ ກີບ. ເມືອງທີ່ຖືກນໍ້າຖ້ວມກໍມີ ເມືອງໄຊ ນໍ້າຖ້ວມ 2 ບ້ານ, ເມືອງງາ ຖືກນໍ້າຖ້ວມ 7 ບ້ານ, ມີຜູ້ເສັຽຊີວິດ 1 ຄົນ. ເມືອງແບງ ຖືກພັຍນໍ້າ ຖ້ວມ 28 ບ້ານ, 1,708 ຄອບຄົວ 8,200 ກ່ວາຄົນ ໄດ້ຮັບເຄາະ ຮ້າຍແລະ 15 ຄົນເສັຽຊີວິດ, ບ້ານເຮືອນຖືກໄຫລນໍ້າໄປ 46 ຫລັງແລະ 52 ຫລັງເປ້ເພຢູ່ບໍ່ໄດ້. ນີ້ເປັນພຽງລາຍງານພໍສັງເຂບເທົ່ານັ້ນ.