ຜູ້ເຄາະຮ້າຍຈາກນໍ້າຖ້ວມຢາກໃຫ້ ຊ່ອຍເຫຼືອ

ມະນີຈັນ
2014.05.04
F-flood-lp ນໍ້າຖ້ວມ ແຂວງຫລວງພຣະບາງ ໃນເດືອນ ສິງຫາ ຜ່ານມາ
Citizen Journalist

 

ຊາວ ເມືອງແບງ ແແຂວງ ອຸດົມໄຊ ແລະ ເມືຶອງ ໂພນໄຊ ແຂວງ ຫລວງພIະບາງ ທີ່ໄດ້ຮັບ ຜົລກະທົບ ຈາກ ພັຍ ນໍ້າຖ້ວມ ໃນປີ 2013 ຍັງ ປະສົບ ກັບ ຄວາມ ຫຍຸ້ງຍາກ ຂາດເຂີນ ບໍ່ມີ ເຂົ້າກິນ, ບໍ່ມີນໍ້າ ສະອາດ ໃຊ້ ແລະ ບໍ່ມີ ທີ່ດິນ ທໍາກິນ ໃນ ຣະດູແລ້ງ ຈຶ່ງ ຢາກ ຮຽກຮ້ອງ ໃຫ້ ທາງການ ລາວ ຊ່ອຍເຫຼືອ ຢ່າງ ຮີບດ່ວນ. ດັ່ງ ຊາວເມືອງ ໂພນໄຊ ຜູ້ນຶ່ງ ເວົ້າວ່າ:

"ກໍຝືດເຄືອງ ພໍສົມຄວນ ວ່າ ຊັ້ນສະ ຈໍານວນ ນຶ່ງ ກໍໍອຶດເຂົ້າ ເພາະວ່າ ປີແລ້ວ ມານີ້ ຖືກພັຍ ທັມຊາດ ຂົ່ມຂູ່ ໜັກ ນາ ກໍຖ້ວມ ໄຮ່ ເປັນສວນ ອັນໃດ ກໍຖືກ ຖລົ່ມເຈື່ອນ ໄປຫລາຍ ທີ່ນີ້ ປະຊາຊົນ ເຮົາ ອຶດເຂົ້າ ນາແຊງ".

ທ່ານເວົ້າ ຕື່ມ ອີກວ່າ ຕັງແຕ່ ນໍ້າຖ້ວມ ໃນ ຣະດູຝົນ ປີ 2013 ມາຮອດ ປັດຈຸບັນ ໄດ້ຮັບ ການ ຊ່ວຍເຫລືອ ຈາກ ທາງການ ເທື່ອດຽວ, ເອົາ ເຂົ້າສານ ມາ ແຈກໃຫ້ ປະມານ ຄອບຄົວ ລະ 10 ກິໂລ ກຣາມ, ກຸ້ມກິນ ບໍ່ ພໍເທົ່າໃດ ອາທິດ ກໍໝົດ ຂະນະ ທີ່ ດິນນາ ດິນສວນ ຂອງ ປະຊາຊົນ ເກືອບ ທັງໝົດ ໄດ້ຮັບ ຜົລ ກະທົບ ຈາກດິນ ເຈື່ອນ ຫິນເຈື່ຶອນ ລົງມາຖົມ ເຮັດໃຫ້ ຫລາຍ ຄອບຄົວ ບໍ່ມີ ທີ່ດິນ ເຮັດນາ ແຊງ.

ພ້ອມກັນ ນັ້ນ ຊາວບ້ານ ຈາກ ເມືອງແບງ ກໍເວົ້າວ່າ ຖ້າທາງການ ບໍ່ຊ່ວຍເຫລືອ ບຸກເບີກ ທີ່ນາ, ແນວພັນສັດ, ນໍ້າສະອາດ ແລະ ສິ່ງອື່ນໆ ທີ່ຈໍາເປັນ ຊາວບ້ານ ກໍຈະ ຫຍຸ້ງຍາກ ຢູ່ຕໍ່ໄປ:

"ໃນ ສູ່ມື້ນີ້  ປັດຈຸບັນ ຍັງ ຫຍຸ້ງຍາກ ຫລາຍ ໂດຍສະເພາະ ຕົ້ນຕໍ ກໍແມ່ນ ເຣື່ອງ ນໍ້າກິນ ຂອງ ປະຊາຊົນ ເຫັນວ່າ ຫຍູ້ງຍາກ ຫລາຍ ເພາະວ່າ ຂຸດ ນໍ້າສ້າງ ນໍ້າບໍ່ ຈັກໜ່ອຍ ຝົນຕົກ ມັນກໍຖົມ ຄືເກົ່າ ແລ້ວ ກໍໄປຕັກ ຢູ່ໄກ ແນ່ ພົບຄວາມ ຫຍູ້ງຍາກ ບັນຫາ 1 ບັນຫາ 2 ກໍເຫັນວ່າ ສະພາບ ພື້ນທີ່ ຂອງ ຊາວບ້ານ ກໍຖືວ່າ ກະທົບ ຢ່າງ ຫລວງຫລາຍ ບາງ ຄອບຄົວ ກໍຮອດ ບໍ່ມີ ເນື້ອທີ່ ການຜລິດ".

ນໍ້າຖ້ວມ ເມືອງແບງ ເມື່ອປີ 2013 ເຮັດໃຫ້ ປະຊາຊົນ ເສັຍ ຊີວິດ 15 ຄົນ ບ້ານເຮືອນ ປະຊາຊົນ ໄດ້ຮັບ ຜົລກະທົບ 160 ກວ່າ ຫຼັງ, ເນື້ອທີ່ ການຜລິດ ຖືກ ນໍ້າຖ້ວມ 400 ເຮັກຕາ ຢູ່ ເມືອງ ໂພນໄຊ ນໍ້າຖ້ວມ ຫລາຍບ້ານ, ປະຊາຊົນ 800 ກວ່າຄົນ ໄດ້ຮັບ ຜົລ ກະທົບ, ເນື້ອທີ່ ການຜລິດ ເສັຍຫາຍ 300 ກວ່າ ເຮັກຕາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.