ການຄ້າສັດປ່າເພີ້ມຂຶ້ນໃນລາວ

ສິດນີ
2014.06.19
F-tiger ປ້າຍປະກາດຄໍາຂວັນໃຫ້ອະນຸຮັກສັດປ່າແລະເສືອໂຄ່ງປ່າສງວນ ນໍ້າແອ້ດ-ພູເລີຍ
RFA

 

ໃນຣະຍະ 4 ຫາ 5 ປີ ຜ່ານມານີ້ ການຄ້າ ສັດປ່າ ໃນລາວ ເພີ້ມ ຂຶ້ນ ເຊັ່ນ ເສືອໂຄ່ງ ຊ້າງ ທະນີ ງູ ແລະ ອື່ນໆ ເກືອບ ຈະ ສູນ ຫາຍ ໄປຈາກ ດິນລາວ ຫມົດແລ້ວ. ເຫລືອ ພຽງ ເລັກນ້ອຍ ຢູ່ໃນເຂດ ປ່າ ສງວນ ແຫ່ງຊາດ ລາວ ແຕ່ ໃນພື້ນທີ່ ດັ່ງກ່າວ ກໍຍັງ ມີ ການລັກລອບ ລ້າສັດ ກັນຢູ່.

ເຫດຜົລ ທີ່ ສັດປ່າ ຖືກລ້າ ໄປຂາຍ ຫລາຍຂຶ້ນ ນັ້ນ ເປັນຍ້ອນວ່າ ຜູ້ ບໍຣິໂພກ ສັດປ່າ ຈາກ ປະເພື່ອນບ້ານ ໃຫ້ຣາຄາ ສູງ ແລະ ການປາບປາມ ກຸ່ມຄ້າ ສັດປ່າ ໃນລາວ ກໍ່ບໍ່ໄດ້ ມາຕຖານ ແລະ ເຈົ້າຫນ້າທີ່ ບາງຄົນ ກໍສົມຮູ້ ຮ່ວມຄິດ ກັບກຸ່ມ ຄ້າສັດປ່າ ໃນລາວ ນັ້ນເອງ.

ຕົວຢ່າງທີ່ ທາງການ ລາວ ບໍ່ສາມາດ ຈັບກຸມ ນາຍ ວິໄຊ ແກ້ວສະວ່າງ ນັກ ທຸຣະກິດ ທີ່ ເຊື່ອມໂຍງ ກັບ ເຄືອຂ່າຍ ກຸ່ມ ຄ້າສັດປ່າ ໃນລາວ ຊື່ງ ທາງການ ສະຫະຣັດ ໃຫ້ ເງິນຄ່າຫົວ 1 ລ້ານ ໂດລາ ຖ້າຈັບໄດ້ ແຕ່ ເທົ່າເຖິງ ປັດຈຸບັນ ທາງການ ລາວ ກໍ ບໍ່ສາມາດ ຈັບກຸມ ບຸກຄົນ ກຸ່ມນີ້ໄດ້ ເທື່ອ ແລະ ກໍຍັງບໍ່ມີ ໃບສັ່ງຈັບ ຈາກ ເຈົ້າຫນ້າທີ່ ລາວ ເລີຍ.

ໃນທາງ ຕຣົງກັນຂ້າມ ນາຍ ຈຳລອງ ເລີມທອງໄທ ຄົນໄທ ຖືກຈັບ ແລະ ຖືກຕິດຄຸກ ປະເທດ ອາຟຣິກາໃຕ້ ເປັນ ເວລາ 30 ປີ ໃນປີ 2011 ໃນຂໍ້ຫາ ລັກຊື້ ເຂົາແຮດ ເພື່ອ ສົ່ງຂາຍ ໃຫ້ ເຄືອຂ່າຍ ຂອງນາຍ ວັນໄຊ. ອິງຕາມ ຂໍ້ມູນ ໃນ LAPTOP ຂອງລາວ ທີ່ ເຈົ້າຫນ້າທີ່ ອາຟຣີກາ ຍຶດໃວ້. ໃນຂະນະ ດຽວກັນ ຕຳຫຣວດ ສາກົນ ກໍໄດ້ ອອກຫມາຍຈັບ ຄົນໄທ ອີກຄົນນື່ງ ທີ່ ມີສ່ວນ ພົວພັນ ກັບ ນາຍ ຈຳລອງ ຄືນາຍ ພັນພິທັກ ຊຸມພອນ ແຕ່ ນາຍ ວິໄຊ ຍັງລອຍ ນວນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.