1 ຊີວິດໄປກັບນໍ້າຖ້ວມ ມ.ຊໍາເໜືອ

ໄມຊູລີ
2018.09.04
f-samneu ນ້ຳຊຳ ເລີ່ມຖ້ວມ ເທສບານຕົວເມືອງຊຳເໜືອ ໃນບາງຈຸດ ຕາມພື້ນທີ່ຕໍ່າ ໃນວັນທີ 30 ສິງຫາ 2018
Screen captured : Khone Manyvone FB page

ເມື່ອວັນທີ 30 ສິງຫາ ຜ່ານມາ ເກິດຝົນຕົກໜັກຕິດຕໍ່ກັນຫລາຍມື້ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເຮັດໃຫ້ເກິດນໍ້າຖ້ວມຂັງ ແລະນໍ້າປ່າ ໄຫລແຮງ ພັດບ້ານເຮືອນ ຂອງປະຊາຊົນ ເສັຍຫາຍຫລາຍກ່ວາ 20 ຄອບຄົວ ໃນບໍຣິເວນ ບ້ານອ່າງ, ບ້ານມີສຸກ, ບ້ານອັງ, ແລະ ບ້ານຫຍຶດ ມີຜູ້ເສັຍຊີວິດ 1 ຄົນ. ດ່ັງເຈົ້າໜ້າທີ່ທ້ອງຖິ່ນ ແຂວງຫົວພັນທ່ານນຶ່ງ ກ່າວວ່າ:

“ຖ້ວມແຕ່ປີ 96 ພຸ້ນເນາະ ນໍ້າຖ້ວມແຕ່ເມືອງຊໍາເໜືອນະ ແລ້ວມາ 2018 ນີ້ກໍຖືວ່າ ຄົບຮອບ 22 ປີ ປີນີ້ກໍຖືວ່າຮ້າຍແຮງ ກວ່າສູ່ປີ ເປັນນໍາຝົນຕົກລິນ ຫລາຍມື້ 3 ມື້ ຝົນຕົກໜັກແລ້ວ ມັນບໍ່ຂາດສາຍເລີຍ ຕົກໝົດຄືນ ໝົດມື້ ມື້ທີ 3 ມາກໍນໍ້າຊຸມາ ບາດດຽວ ເອົາບໍ່ຢູ່ ແຕ່ວ່າຕົ້ນໄມ້ ກໍຍັງຫລາຍດອກ ແຕ່ວ່າມັນຝົນຕົກໜັກ ມັນບໍ່ຄັດ ບໍ່ເອື້ອນ ນໍ້າມັນກໍມາຊຸ ແລ້ວມັນກໍຊັນແລ້ວເນາະ.”

ທ່ານກ່າວຕື່ມວ່າ ຜົນເສັຍຫາຍ ສ່ວນຫລາຍ ເປັນຊັບສິນ, ບ້ານເຮືອນປະຊາຊົນ ແລະສັດລ້ຽງຈໍານວນນຶ່ງ ສ່ວນບ້ານທີ່ ໄດ້ຮັບຜົນກະທົບ ຮ້າຍແຮງທີ່ສຸດ ກໍແມ່ນບ້ານຫຍຶດ ເຮືອນຂອງປະຊາຊົນ ຖືກນໍ້າພັດ 13 ຫລັງ ສ່ວນຣາຍລະອຽດ ຄວາມເສັຍຫາຍ ນັ້ນ ເຈົ້າໜ້າທີ່ ຍັງບໍ່ ສາມາດ ລວບລວມໄດ້ເທື່ອ ຍ້ອນວ່າພື້ນທີ່ດັ່ງກ່າວ ບໍ່ເຄີຍຖ້ວມມາກ່ອນ ໃນຮອບສັຕວັດ ເຮັດໃຫ້ປະຊາຊົນ ບໍ່ຣະມັດຣະວັງ ບໍ່ກະຕຽມ ເກັບເຄື່ອງໃຊ້ ທີ່ຈໍາເປັນ ໄປໄວ້ບ່ອນສູງ ແລະ ບໍ່ໄດ້ຕຽມໂຕ ຮັບມືກັບນໍ້າຖ້ວມ ເທື່ອນີ້ ແຕ່ປັຈຈຸບັນ ຣະດັບນໍ້າ ໄດ້ຫລຸດລົງແລ້ວ ຊຶ່ງຄາດວ່າ ທາງເຈົ້າໜ້າທີ່ ຈະສາມາດເກັບກໍາຂໍ້ມູນ ກ່ຽວກັບຜົນເສັຍຫາຍໄດ້ ໃນອາທິດນີ້.

ໃນຂນະດຽວກັນ ແຂວງຊຽງຂວາງ ກໍໄດ້ຮັບຜົນກະທົບ ຈາກພັຍນໍ້າຖ້ວມເຊັ່ນດຽວກັນ ປະຊາຊົນ ບ້ານຍາຍ ເມືອງພູກູດ ເສັຍຊີວິດແລ້ວ 2 ຄົນ ແລະບາດເຈັບ 1 ຄົນ ບ້ານເຮືອນ ຂອງປະຊາຊົນເສັຍຫາຍ ທັງໝົດ 98 ຫລັງ ໂດຍສະເພາະ ຢູ່ເມືອງພູກູດ, ເມືອງຫມອກ ແລະ ເມືອງຄໍາ. ດັ່ງ ເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດິການສັງຄົມ ແຂວງຊຽຂວາງ ກ່າວວ່າ:

“ຖືວ່າມັນຝົນຕົກ ມັນກໍຕົກ ຢູ່ປະມານມື້ສອງມື້ ຜົນກະທົບ ທັງໝົດ ຮວມທັງທົ່ງໄຮ່ທົ່ງນາ ເນາະດຽວນີ້ ເມືອງກໍາລັງສູມໃສ່ ເກັບກໍາຂໍ້ມູນ ຢູ່ເນາະ.”

ໃນມື້ວັນທີ 31 ສິງຫາຜ່ານມາ ຢູ່ເມືອງພູຄຸນ ແຂວງຫລວງພຣະບາງ ມີປະຊາຊົນ ເສັຍຊີວິດ ຈາກພັຍນໍ້າຖ້ວມ 1 ຄົນ, ປະຊາຊົນອີກ 480 ຄອບຄົວໄດ້ຮັບຜົນກະທົບ ຣາຍງານເບື້ອງຕົ້ນ ມູນຄ່າເສັຍຫາຍຫຼາຍກ່ວາ 13 ຕຶ້ກິບ ຮວມທັງຜູ້ເສັຍຊີວິດຢູ່ ແຂວງຫຼວງພຣະບາງ ມີທັງໝົດ 7 ຄົນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.