ຝ່າຍປົກຄອງທ້ອງຖິ່ນຂັດແຍ່ງກັນ


2013.08.21
F-Phongsaly ພູຜາປ່າໄມ້ ທີ່ ແຂວງ ຜົ້ງສາລີ
rideasia

 

ມີຄວາມ ຂັດແຍ່ງ ຣະຫວ່າງ ອຳນາດ ການປົກຄອງ ທ້ອງຖິ່ນ ທີ່ແຂວງ ຜົ້ງສາລີ ກັບ ແຂວງ ອຸດົມໄຊ ຈື່ງ ເປີດໂອກາດ ໃຫ້ມີການ ລັກ ຕັດໄມ້ ໃນປ່າສງວນ ແຫ່ງຊາດ.

ເຈົ້າຫນ້າທີ່ ຣະດັບສູງ ໃນຄນະກັມມະກາ ກວດສອບແຫ່ງຣັຖ ຜູ້ບໍ່ປະສົງ ອອກຊື່ ທ່ານນື່ງເວົ້າວ່າ ອຳນາດການປົກຄອງ ທ້ອງຖີ່ນ ທີ່ແຂວງ ຜົ້ງສາລີ ກັບແຂວງອຸດົມໄຊໄດ້ພົບປະກັນ ເມື່ອບໍ່ດົນຜ່ານມາ ເພື່ອຫາລືແກ້ໄຂຂໍ້ຂັດແຍ່ງກ່ຽວກັບ ປ່າສງວນແຫ່ງຊາດ ພູສະທີ ອັນເປັນຮອຍ ຕໍ່ ຣະຫວ່າງ ເມືອງຊວາ ແຂວງຜົ້ງສາລີ ກັບ ເມືອງຫລາ ແຂວງອຸດົມໄຊ ທີ່ບໍ່ສາມາດ ຕົກລົງກັນໄດ້ ມາແຕ່ປີ 1999.

ເນື່ອງຈາກວ່າ ຢູ່ໃນເຂດຮອຍຕໍ່ ດັ່ງກ່າວ ຊື່ງປະກອບດ້ວຍ 6 ບ້ານ ຕັ້ງຢູ່ໃນເຂດ ປ່າສງວນແຫ່ງຊາດ ພູສະທີ ອັນໄດ້ແກ່ ບ້ານນ້ຳມາ ເຫນືອ ນ້ຳມາໃຕ້ ບ້ານສະທີ ບ້ານໂພນສວັນ ບ້ານລາງລີ ແລະ ບ້ານປ່າສວັດ ໃນປັດຈຸບັນ ກຳລັງປະເຊີນ ກັບບັນຫາຖືກບຸກຣຸກ ແລະລັກ ຕັດໄມ້ ແບບຜິດກົດຫມາຍ ຢ່າງກວ້າງຂວາງ ຍ້ອນຄວາມ ບໍ່ຊັດເຈນ ໃນຄວາມຮັບຜິດຊອບ ແລະ ການຄຸ້ມຄອງ ໃນການແກ້ໄຂ ບັນຫາ ຈື່ງເຮັດໃຫ້ເກີດ ຄວາມຂັດແຍ່ງ ຣະຫວ່າງກັນຂື້ນ ໃນເວລານີ້.

ເຈົ້າຫນ້າທີ່ຣະດັບສູງ ຈາກຄນະກັມມະການກວດສອບແຫ່ງຣັຖ ທ່ານນີ້ກ່າວເພີ້ມວ່າ ຕາມຄວາມເປັນຈິງແລ້ວ ອຳນາດການປົກຄອງ ແຂວງ ຜົ້ງສາລີ ແລະ ແຂວງອຸດົມໄຊ ຍ່ອມຈະສາມາດ ຮວ່ມມືກັນໄດ້ ໃນການຄຸ້ມຄອງເຂດປ່າສງວນ ແຫ່ງຊາດ ພູສະທີ ແຕ່ກັບ ບໍ່ໃຫ້ຄວາມ ສຳຄັນ ໃນຂໍ້ນີ້ ຈຶ່ງກາຍ ເປັນຊ່ອງໂວ່ ໃນການສວຍ ໂອກາດ ບຸກຣຸກທີ່ດິນ ແລະ ລັກຕັດໄມ້ ຢູ່ໃນເຂດປ່າສງວນ ແຫ່ງຊາດ ພູສະທີ ຢ່່າງກວ້າງຂວາງ ແລະເຊື່ອວ່າ ເຈົ້າຫນ້າທີ່ ຈາກສອງແຂວງນີ້ ຕ່າງໄດ້ຮັບ ຜົລປະໂຫຍດ ຈາກເຫດການ ດັ່ງກ່າວ ຢ່າງ ບໍ່ຕ້ອງສົງສັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.