ຝົນຈະຕົກຫນັກ ຣະວັງນໍ້າຖ້ວມ
2013.07.25

ເຈົ້າຫນ້າທີ່ ກົມອະຕຸນິຍົມ ວິທຍາ ໄດ້ເຕືອນ ປະຊາຊົນ ໂດຍສະເພາະ ໃນເຂດ ພາກກາງ ໃຫ້ຣະວັງ ຝົນ ຈະຕົກຫນັກ ແລະ ນ້ຳອາຈຖ້ວມຂັງ ຫລັງຈາກ ພົບວ່າ ຈະມີລົມພະຍຸ ລູກໃຫຍ່ ພັດຜ່ານເຂົ້າມາ ບໍຣິເວນ ພາກກາງ ຂອງປະເທດ ຣະຫວ່າງ ວັນທີ 26-28 ກໍຣະກະດາ ທີ່ ຈະມາເຖິງ ນີ້. ດັ່ງທ່ານ ກ່າວວ່າ:
"ກໍໃຫ້ ຣະມັດຣະວັງ ທຸກໆພາກ ແຫລະເນາະ ຕົວນີ້ມັນ ເກີດ ເກີດລົມ ພະຍຸຝົນຟ້າ ຄະນອງ ຫລືວ່າລົມແຮງ ຕ່າງໆ ຢູ່ພາກກາງ ຈັ່ງຊັ້ນ ທີ່ຜ່ານມາ ນ້ຳມັນຫັ້ນໄຫລ ບໍ່ທັນ ແລະ ແຕກແຄງເຂົ້າ ບ່ອນທີ່ຕໍ່າ".
ທ່ານກ່າວ ຕໍ່ໄປວ່າ ລົມພະຍຸ ທີ່ຈະພັດ ເຂົ້າມາເທື່ອນີ້ ຈະເຮັດ ອຸນນະພູມ ໃນຫລາຍ ພື້ນທີີ່ ຕໍ່າລົງ ຝົນ ຈະຕົກຫນັກ ລຽນຕິດກັນ ເປັນເວລາ ຫລາຍວັນ ໂດຍສະເພາະ ຣະຫວ່າງ ວັນທີ 29-30 ກໍຣະກະດາ ແຂວງ ຫລື ຫົວເມືອງ ທີ່ຕັ້ງຢູ່ ແຄມແມ່ນ້ຳ ໃຫ້ຣະມັດ ຣະວັງ ເປັນພິເສດ ເພາະຢ້ານຖືກ ນ້ຳຖ້ວມ ຢ່າງກະທັນຫັນ ຈາກການ ເພິ້ມຂຶ້ນ ຂອງກະແສນ້ຳ ໃນແມ່ນ້ຳ. ທ່ານໄດ້ຍົກ ໂຕຢ່າງ ເມືອງບໍຣິຄັນ ແຂວງ ບໍຣິຄຳໄຊ ຊຶ່ງເຄີຍຖືກ ນ້ຳຖ້ວມ ວ່າງເດືອນ ມີຖຸນາ ທີ່ຜ່ານມາ ຍ້ອນເມືອງ ນີ້ມີ ແມ່ນ້ຳຫລາຍ ສາຍ ໄຫລຜ່ານ ແລະ ກໍມີຄວາມ ສ່ຽງສູງ ທີ່ຈະຖືກ ນ້ຳຖ້ວມ ຢ່າງກະທັນຫັນ ໃນເມື່ອ ຝົນຕົກຫນັກ.
ທ່ານໄດ້ແນະນຳ ໃຫ້ຊາວບ້ານ ແລະ ນັກທ່ອງທ່ຽວ ຕິດຕາມການ ພຍາກອນ ອາກາດ ຢ່າງໃກ້ຊິດ ສຳລັບ ຊາວກະສີກອນ ກໍຕ້ອງຕຽມພ້ອມ ໃນການ ໂຍກຍ້າຍສີ່ງ ຂອງ ແລະ ສັດລ້ຽງ ໄປຢູ່ບ່ອນສູງ ຖ້າຫາກຝົນ ຕົກລຽນ ຕິດກັນ ເປັນເວລາ ຫລາຍວັນ.