ຄວາມເສັຽຫາຍຈາກພັຍນ້ຳຖ້ວມ ເມືອງ ເຊບັ້ງໄຟ

ສິດນີ
2014.08.12
F-default ຄວາມເສັຽຫາຍພັຍນ້ຳຖ້ວມ ທີ່ ເມືອງ ເຊບັ້ງໄຟ
RFA

 

ເຈົ້າຫນ້າທີ່ ກະສິກັມ ເມືອງ ເຊບັ້ງໄຟ ແຂວງ ຄຳມ່ວນ ກຳລັງ ອອກກວດກາ ຄວາມເສັຽຫາຍ ຈາກ ນ້ຳຖວ້ມ ໄຮ່ນາ ແລະ ບ້ານເຮືອນ ຂອງ ປະຊາຊົນ ຕາມເຂດ ຕ່າງໆ ເພື່ອຕຽມການ ຊ່ອຍເຫລືອ ປະຊາຊົນ ຜູ້ທີ່ ໄດ້ຮັບ ຜົລກະທົບ ດັ່ງ ທ່ານກ່າວວ່າ:

"ທາງເມືອງ ໄດ້ແຈ້ງ ຕັ້ງຄນະ ທິມງານນຶ່ງ ລົງຕິດຕາມ ສະພາບນ້ຳຖ້ວມ ປະຊາຊົນ ນີ້ເນາະ ເອົາຂໍ້ມູນ ແລ້ວ ກໍໃຫ້ ກຳລັງໃຈ ຂະເຈົ້າ ຜົລຊ່ອຍເຫລືອ ນີ້ບໍ່ທັນ ໄດ້ເວົ້າເຖີງ ເພາະວ່າມັນ ກໍບໍ່ຮູ້ວ່າ ນ້ຳຊີ່ແຫ້ງໄວ ຊີ່ແຫ້ງຊ້າ ເນາະ ເຣື້ອງການ ຊ່ອຍເຫລືອ ກໍມີແຕ່ສເນີ ທາງເທີງ ແຫລະເນາະ".

ທ່ານກ່າວ ຕື່ມວ່າ ປັດຈຸບັນ ໄຮ່ນາ ບາງແຫ່ງ ນ້ຳຍັງຂັງຢູ່ ຈະເຮັດໃຫ້ເຂົ້າ ໃນນາ ເສັຽຫາຍ ຢ່າງຫລວງຫລາຍ ຖ້ານ້ຳຍັງ ຂັງຢູ່ຕໍ່ໄປ ສ່ວນ ຣະດັບນ້ຳ ໃນ ເຊບັ້ງໄຟ ນັ້ນໄດ້ ຫລຸດລົງ ແດ່ແລ້ວ ຊື່ງໃນວັນທີ 12 ສິງຫາ ວັດແທກ ໄດ້ ປະມານ 18 ແມັດ 62 ຊັງຕີແມັດ ແຕ່ກໍຍັງ ຢູ່ໃນຂັ້ນ ເຝົ້າຣະວັງ ຢູ່. ສຳລັບ ເນື້ອທີ່ນາ ທີ່ເສັຽຫາຍ ນັ້ນ ປັດຈຸບັນນີ້ ຍັງບໍ່ຮູ້ວ່າ ຫລາຍນ້ອຍ ປານໃດ ຍັງລໍຖ້າ ການສລຸບຜົລ ຈາກ ການຮິບໂຮມ ຂໍ້ມູນ ຄວາມເສັຽຫາຍ ຈາກ ເຈົ້າຫນ້າທີ່ ກ່ອນ.

ເຖິງຢ່າງໃດ ກໍຕາມ ເມືອງ ເຊບ້ັງໄຟ ຍັງຄົງ ເປັນເມືອງ ທີ່ເຝົ້າຣະວັງ ນ້ຳຖ້ວມຢູ່ ອຳນາດ ການປົກຄອງ ທ້ອງຖິ່ນ ໄດ້ແຈ້ງ ເຕືອນ ປະຊາຊົນ ໃຫ້ຣະມັດ ຣະວັງ ເພາະນ້ຳ ອາດຈະກັບ ຄືນມາ ອີກໃຫມ່ ໃຫ້ເອົາສັດລ້ຽງ ໄປໄວ້ພື້ນທີ່ ສູງ ແລະ ໃຫ້ຕິດຕາມ ຮັບຟັງ ການແຈ້ງການ ເຕືອນພັຍ ຈາກ ເຈົ້າຫນ້າທີ່ ຢູ່ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.