ນ້ຳງື່ມຖ້ວມບ້ານລ້ອງງື່ມ
2018.08.29

ໃນວັນທີ 25 ສິງຫາ ຜ່ານມານີ້, ຫຼາຍບ້ານໃນເຂດລ້ອງງື່ມ, ໂດຍສະເພາະ ບ້ານໃນເຂດເມືອງທຸຣະຄົມ, ເມືອງວຽງຄຳ, ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ເມືອງປາກງື່ມ, ເມືອງນາຊາຍທອງ ແລະ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ປະຊາຊົນຫຼາຍບ້ານ ໄດ້ຮັບຜົນ ກະທົບນໍ້າຖ້ວມ ຈາກຝົນຕົກ ແລະ ເຂື່ອນນໍ້າງື່ມ ປ່ອຍນໍ້າລົງມາເປັນຕົ້ນ ບ້ານແສນດິນ, ບ້ານຕານປ່ຽວ, ໂພນໂຮງ ແລະ ບ້ານປາກກວາງ.
ນໍ້າຖ້ວມເທື່ອນີ້ ຖືວ່າຮ້າຍແຮງ ທີ່ສຸດໃຫ້ຮອບ 10 ປີ ສົ່ງຜົນກະທົບ ຕໍ່ເຮືອນຊານ ທີ່ຢູ່ ຂອງປະຊາຊົນ ແລະເນື້ອທີ່ ການຜລິດຂອງ ປະຊາຊົນ ກໍໄດ້ຮັບຄວາມເສັຽຫາຍ ດັ່ງຊາວບ້ານຜູ້ ທີ່ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມ ໃນເຂດເມືອງໄຊທານີ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 26 ສິງຫານີ້ວ່າ:
“ກະເສັຽຫາຍໜັກສົມຄວນເນາະ ເພາະວ່າ ນາຫາກໍ່ໄດ້ເລີ້ມດຳ 2 ອາທິດ ບາງເຈົ້າກະດຳໄດ້ 3 ມື້ 4 ມື້ ຫາອາທິດນຶ່ງ. ແຕ່ວ່າສ່ວນຫຼາຍ ມັນເສັຽຫາຍແມ່ນເສັຽຫາຍ ທາງດ້ານ ກຸ່ມທີ່ວ່າເຂົາເຈົ້າເຮັດເປັນຟາມຫັ້ນເນາະ, ຍົກຕົວຢ່າງ ກະຟາມໄກ່ ລະກະ ເຮັດຟາມໜອງປາເນາະ ກະໄດ້ຮັບຄວາມເສັຽຫາຍ ຫຼາຍສົມຄວນ.”
ໃນຂນະດຽວກັນ, ເຈົ້າເມືອງ ເມືອງໄຊທານີ ກ່າວໃນມື້ວັນທີ່ 27 ສິງຫານີ້ວ່າ ທາງການກຳລັງຕິດຕາມ ແລະ ຊ່ອຍເຫຼືອປະຊາຊົນ 18 ບ້ານ ໃນເຂດເມືອງໄຊທານີ ໃຫ້ໂຍກຍ້າຍຈາກພື້ນທີ່ນ້ຳຖ້ວມ ໄປຢູ່ເຂດປອດພັຍແລ້ວ ແລະໄດ້ຕັ້ງຄນະກັມມະການ ຊ່ອຍເຫຼືອປະຊາຊົນຂຶ້ນແລ້ວ:
“ເມືອງໄຊທານີ ຕາມຂໍ້ມູນເບື້ອງຕົ້ນນີ້ລະຖືວ່າ ທັງໝົດມີ 18 ບ້ານທີ່ມີຜົລກະທົບເຂົ້າ ແລະບ້ານທີ່ເຣີ້ມໂຍກຍ້າຍ ປະຊາຊົນ ປະມານ 7 ບ້ານ. ເພາະວ່າດຽວນີ້ຢູ່ແຕ່ລະບ້ານ, ພວກເຮົາໄດ້ຕັ້ງຄນະກັມມະການແກ້ໄຂໂຕນີ້. ດຽວນີ້ພວມສັງລວມກ່ຽວກັບ ເຣື້ອງຜົລກະທົບທາງດ້ານ ການໂຍກຍ້າຍ. ສ່ວນເນື້ອທີ່ການຜລິດຫັ້ນ ກະສັງລວມຢູ່, ແຕ່ບໍ່ທັນແນ່ນອນ ເພາະວ່າເຮົາກະບໍ່ຮູ້ຈັກວ່າ ນ້ຳເຣີ້ມ ຫຼືວ່ານ້ຳຢູ່ຕົວ ຈັ່ງຄ່ອຍ ສັງລວມໄດ້.”
ປັດຈຸບັນປະຊາຊົນ ໃນເຂດບ້ານທີ່ ຖືກນ້ຳຖ້ວມ ຕ້ອງການເຄື່ອງໃຊ້ທີ່ຈຳເປັນ ເປັນຕົ້ນແມ່ນ ນ້ຳດື່ມ ແລະອາຫານການກິນ. ແລະ ໃນຕອນເຊົ້າ ຂອງມື້ວັນທີ 27 ສິງຫາ ນີ້, ດຣ. ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໄປຢ້ຽມຢາມ ບ້ານຕ່າງໆ ໃນເຂດທີ່ ຖືກນ້ຳຖ້ວມເພື່ອຕິດຕາມສະພາບການ ແລະພ້ອມດຽວກັນນັ້ນ ກໍ ສັ່ງໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ຫາມາຕການມາຊ່ອຍເຫຼືອ ຊາວບ້ານຜູ້ ປະສົບພັຍນໍ້າຖ້ວມ ໃນເບື້ອງຕົ້ນຢ່າງຮີບດ່ວນ.