ນໍ້າໃນໜອງທາສົ່ງກິ່ນເໝັນ

ມະນີຈັນ
2014.03.18
F-default ນໍ້າໃນໜອງທາສົ່ງກິ່ນເໝັນ
RFA

 

ປັຈຈຸບັນ ນໍ້າ ໃນໜອງທາ ຢູ່ເຂດບ້ານ ໂພນຕ້ອງ ຈອມມະນີ, ບ້ານດອນແດງ ໜອງທາ ເໜືອ ໜອງທາ ໃຕ້ ໂພນສະຫວ່າງ ແລະ ບ້ານ ຫ້ວຍຫົງ ໃນເມືອງ ຈັນທະບູຣີ ນະຄອນ ຫລວງ ວຽງຈັນ ເລີ່ມສົ່ງ ກິ່ນເໝັນ ອອກສູ່ ຊຸມຊົນ ອ້ອມຂ້າງແລ້ວ. ຕາມຄໍາເວົ້າ ຂອງຊາວ ນະຄອນ ຫລວງ ວຽງຈັນ ທ່ານນຶ່ງ ໃນວັນທີ 18 ມີນາ 2014:

"ນໍ້າເໝັນຢູ່ ໜອງທາ ນໍ້າເໝັນນີ້ ສ່ວນຫລາຍ ມີແຕ່ຂີ່ລົດ ກາຍມາ ໂຕນີ້ຕ້ອງໄດ້ ຖາມພວກ ໜ່ວຍງານ ພວກສິ່ງ ແວດລ້ອມ".

ທ່ານວ່າ ຊາວບ້ານ ທີ່ ຢູ່ໃກ້ ໜອງທາ ຈົ່ມເຣື່ອງ ນໍ້າເໝັນ ມາເກືອບ ຮອດ 1 ເດືອນ ແລ້ວ ແຕ່ກໍຍັງ ບໍ່ຮູ້ ເທື່ອວ່າ ສາເຫດ ທີ່ເຮັດໃຫ້ ນໍ້າ ມີກິ່ນ ເໝັນນັ້ນ ແມ່ນຫຍັງ ກັນແທ້ ຊຶ່ງ ທາງ RFA ກໍໄດ້ ຕິດຕໍ່ໄປ ຍັງໜ່ວຍ ງານ ທີ່ ກ່ຽວຂ້ອງ ເພື່ອ ຂໍຄວາມ ກະຈ່າງແຈ້ງ ກ່ຽວກັບ ບັນຫາ ທີ່ ປະຊາຊົນ ຂ້ອງໃຈ ຢູ່ນັ້ນ ແຕ່ກໍຍັງ ບໍ່ມີ ເຈົ້າໜ້າທີ່ ຄົນໃດ ສາມາດ ໃຫ້ຄໍາ ຊີ້ແຈງ ໄດ້.

ຢ່າງໃດ ກໍຕາມ ໜັງສືພິມ ລາວພັທນາ ສະບັບ ວັນທີ 18 ມີນາ 2014 ກໍຣາຍງານ ວ່າ ສາເຫດ ທີ່ ເຮັດໃຫ້ນໍ້າ ໃນໜອງທາ ສົ່ງກິ່ນເໝັນ ນັ້ນ ກໍຍ້ອນ ໜອງທາ ແມ່ນນຶ່ງ ໃນໂຄງການ ພັທນາ ຕົວເມືອງ ນ້ອຍ ໃນເຂດ ເມືອງ ຈັນທະບູຣີ ນະຄອນຫລວງ ວຽງຈັນ ຊຶ່ງໄດ້ເລີ່ມ ມາ 2-3 ປີ ກ່ອນແລ້ວ.

ມາຮອດ ປັຈຈຸບັນ ກໍມີການ ປູກຕົ້ນໄມ້ ປະດັບ ຫລາຍ ປະເພດ ພ້ອມທັງ ປັບປຸງ ຄອງ ນໍ້າໜອງທາ ຕອນກາງ ຂະນະທີ່ ຄອງນໍ້າ ຕອນເທິງ ເຈົ້າຂອງ ໂຄງການ ໄດ້ສ້າງຝາຍ ກັກຂັງ ນໍ້າໄວ້ ແລະ ຂາດ ການຣະບາຍ ຈຶ່ງກໍ່ໃຫ້ ເກີດ ສະພາບ ນໍ້າຍື່ງ ສົ່ງກິ່ນເໝັນ ສູ່ເຂດ ຊຸມຊົນ ໃກ້ຄຽງ.

ຕໍ່ບັນຫານີ້ ປະຊາຊົນ ທີ່ ຢູ່ໃກ້ຄຽງ ກໍໄດ້ ສເນີໃຫ້ ທາງພາກສ່ວນ ກ່ຽວຂ້ອງ ທົບທວນ ເຣື່ອງການ ປົກປັກ ຮັກສາ ນໍ້າໃນໜອງ ແຫ່ງນີ້ ບໍ່ໃຫ້ສົ່ງ ກິ່ນເໝັນ ຊຶ່ງອາຈຈະ ຮ້າຍແຮງ ຂຶ້ນຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.