ມ.ວີລະບູລີ ບາງເຂດ ຍັງບໍ່ມີ ໄຟຟ້າ
2017.09.20
ມາເຖິງປັດຈຸບັນ ປະຊາຊົນໃນຫລາຍເຂດ ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ ກໍຍັງບໍ່ມີ ໄຟຟ້າໃຊ້ ຍ້ອນລົມພະຍຸ ດອກສຸຣີ ພັດ ເສົາໄຟຟ້າຫັກ ເຮັດໃຫ້ໄຟຟ້າ ທົ່ວເມືອງດັບ ເປັນເວລາ 2 ມື້ ແລະ ໃນມື້ວັນທີ 18 ກັນຍາ 2017 ທາງສູນ ບໍຣິການ ສ້ອມແປງໄຟ ໃຫ້ ໃຊ້ໄດ້ຊົ່ວຄາວ ໃນເຂດຕົວເມືອງ ນີ້ເທົ່ານັ້ນ. ຕາມຄຳເວົ້າຂອ ງເຈົ້າໜ້າທີ່ແຂວງ:
"ໄຟຟ້າ ເຮົາໄດ້ກໍບໍ່ປົກກະຕິເດ ມັນເປັນຈຸດ ບາງຈຸດ ເພາະວ່າມັນຫລາຍຈຸດເສົາຫັກ ພະຍຸເຂົ້າເດ ດຽວນີ້ໄດ້ແຕ່ໃນເທສບານເມືອງ".
ທ່ານວ່າ ຂະນະນີ້ທາງສູນບໍຣິການໄຟຟ້າລາວ ເຂດເມືອງວິລະບູລີ ກຳລັງສ້ອມແປງເສົາໄຟຟ້າ ຊຶ່ງເບື້ອງຕົ້ນ ຈະເຮັດຢູ່ໃນເຂດ ຕົວເມືອງ ໃຫ້ແລ້ວໃນອາທິດນີ້ ແລະອາທິດໜ້າ ຈະສ້ອມແປງເຂດນອກ. ຄາດວ່າປະຊາຊົນ 80% ຈະໄດ້ໃຊ້ໄຟຟ້າ ໃນອາທິດໜ້າ.
ເຣື່ອງຄວາມເສັຍຫາຍ ຈາກລົມພະຍຸ ດອກສຸຣີ ພັດສິ່ງຕ່າງໆເພພັງນັ້ນ ເຈົ້າໜ້າທີ່ຫ້ອງການ ກະສິກັມ ເມືອງວິລະບູລີ ເວົ້າວ່າ ປັດຈຸບັນ ກຳລັງ ຮວບຮວມຂໍ້ມູນ ຄວາມເສັຍຫາຍທັງໝົດ ຮວມທັງຕົ້ນໄມ້ ອຸດສາຫະກັມ ທີ່ປະຊາຊົນປູກ ຊຶ່ງເສັຍຫາຍຫລາຍນັ້ນຢູ່ ດັ່ງທີ່ທ່ານ ກ່າວວ່າ:
"ກໍສ່ວນຫລາຍກໍບໍ່ປານໃດຫລອກ ແຕ່ມັນເວົ້າເຣຶ່ອງຜົລປູກຫັ້ນນະ ຕົວນີ້ຫລາຍ ເປັນໄມ້ອຸດສາຫະກັມ ແມ່ນຫຍັງຕ່າງໆຫລາຍ ຫັກໂຄ່ນ ລົ້ມສິນະ ກໍບໍ່ເຖິງກັບເສັຍຫາຍໝົດ".
ທ່ານວ່າ ຕົ້ນໄມ້ອຸດສາຫະກັມ ທີ່ປະຊາຊົນປູກນັ້ນ ສ່ວນຫລາຍແມ່ນຕົ້ນຢາງພາຣາ ແລະໄມ້ກິດສະຫນາ ໃນເນື້ອທີ່ປະມານ 300 ເຮັກຕາ. ລົມພະຍຸ ດອກສຸຣີ ພັດຂຶ້ນຊາຍຝັ່ງ ທະເລວຽດນາມ ໃນມື້ວັນສຸກ ທີ 15 ກັນຍາ, ພັດຜ່ານເຂົ້າມາ ປະເທສລາວ ທີ່ເມືອງວິລະບູລີ ເຮັດໃຫ້ ນ້ຳຖ້ວມ ບ້ານເຮືອນປະຊາຊົນ ແລະໂຮງຮຽນ ຫລາຍແຫ່ງ ຕັ້ງແຕ່ວັນທີ 18 ກັນຍາມາ.