ຂ.ຜົ້ງສາລີສັ່ງຍຸຕິຂຸດຄົ້ນ ແຮ່ທາຕ
2014.06.30

ເຈົ້າຫນ້າທີ່ ເມືອງ ຍອດອູ ເວົ້າວ່າ ທາງການ ແຂວງ ຜົ້ງສາລີ ໄດ້ຮັບສັ່ງ ໃຫ້ ບໍຣິສັດ ລຸຍທິງ ຂອງຈີນ ຜູ້ດຳເນີນ ການຂຸດ ຄົ້ນ ຖ່ານຫີນ ຢູ່ ບ້ານ ແມງກະພົງ ເມືອງ ຍອດອູ ໃຫ້ ຍຸຕິ ການຂຸດ ຄົ້ນ ຈົນກວ່າ ຈະມີການ ຟື້ນຟູ ສະພາບ ແວດລ້ອມ ທີ່ ຂະເຈົ້າ ໄດ້ສ້າງຂຶ້ນ ໃນຣະຍະ ຜ່ານມາ ເຊັ່ນ: ຂຸດຂຸມ ເຈາະຫາ ແຮ່ທາດ ໃນຫລາຍຈຸດ ທີ່ເຮັດໃຫ້ ຊາວບ້ານ ໄດ້ຮັບ ຄວາມ ເດືອດຮ້ອນ ນຳ.
"ໂຕຜ່ານມາ ແບບວ່າ ທາງ ບໍຣິສັດ ມີແຕ່ເຮັດ ໄປແລ້ວ ບໍ່ຟື້ນຟູ ສິ່ງ ແວດລ້ອມ ຂຸດເປັນຂຸມ ແບບວ່າ ເຈາະໄປແບບ ຈັ່ງຊັ່ນ ຫັ້ນ ຫນະ ໂຕໃດ ທີ່ຖືກ ຜົລ ກະທົບ ແກ່ ປະຊາຊົນ ກໍໃຫ້ ຂະເຈົ້າ ແກ້ໂຕ ນັ້ນ ໄປກ່ອນ ເນາະ ທາງແຂວງ ຈື່ງ ຊີ່ ອະນຸຍາດ ໃຫ້ ຂຸດ ຄົ້ນຕໍ່".
ທ່ານກ່າວ ຕຶ່ມວ່າ ຜ່ານມາ ທາງການແຂວງ ໄດ້ ປະຊຸມ ກ່ຽວກັບ ການ ວາງມາຕການ ແກ້ໄຂ ບັນຫາ ການຟື້ນຟູ ສິ່ງ ແວດລ້ອມ ຫາກ ບໍຣິສັດ ຈີນ ບໍ່ ປະຕິບັດ ຕາມ ແລະ ບໍ່ ເອົາຫົວຊາ ຕໍ່ ຜົລກະທົບ ທີ່ເກີດຂຶ້ນ ກັບ ປະຊາຊົນ ທາງການ ແຂວງ ຈຶ່ງໄດ້ ສັ່ງໂຈະ ການ ຂຸດຄົ້ນ ດັ່ງກ່າວ.
ບໍຣິສັດ ລຸຍທິງ ໄດ້ຮັບ ສຳປະທານ ຂຸດຄົ້ນ ຖ່ານຫີນ ທີ່ ແຂວງ ຜົ້ງສາລີ ຈາກ ຣັຖບານ ລາວ ເມື່ອເກີດ ບັນຫາ ດັ່ງກ່າວ ຂຶ້ນ ຣັຖບານ ຈຶ່ງ ມອບພາຣະ ໃຫ້ແກ່ ແຂວງ ເປັນຜູ້ ແກ້ໄຂ ໂດຍມີ ເຈົ້າຫນ້າທີ່ ຈາກສູນກາງ ເຂົ້າມາ ຊ່ອຍເຫລືອ ແກ້ໄຂ ນຳ ແຕ່ເທົ່າ ເຖິງ ປັດຈຸບັນ ຍັງບໍ່ມີ ຣາຍງານ ວ່າ ບໍຣິສັດ ຈີນ ດັ່ງກ່າວ ໄດ້ເລີ້ມ ຟື້ນຟູ ສະພາບ ແວດລ້ອມ ແລ້ວ ຫລື ບໍ່.