ຂ.ໄຊສົມບູນຄົນຈີນ ຖືກຍິງ
2017.06.19
ຄົນຈີນຜູ້ນຶ່ງ ຖືກຍິງຈົນເສັຍຊີວິດ ຢູ່ແຂວງໄຊສົມບູນ ເມື່ອວັນທີ 17 ມິຖຸນາ 2017 ຊຶ່ງໃນຂນະນີ້ ເຈົ້າໜ້າທີ່ລາວ ກຳລັງສືບສວນ ສອບສວນຢູ່ ແລະ ທາງສະຖານທູດຈີນ ກໍຍັງບໍ່ຮູ້ ຣາຍລະອຽດ ກ່ຽວກັບ ເຣຶ່ອງນີ້ເທື່ອ. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ສະຖານທູດຈີນ ໃນມື້ວັນທີ 19 ມິຖຸນາ:
"ອັນນະເລຶ່ອງຕົວນີ້ ໄມ້ຮູ້ນະ ໄມ້ຮູ້ລະອຽດ ຜົມໄມ້ຮູ້ລະອຽດ".
ຂ່າວຊິນຫົວຂອງທາງການຈີນ ເວົ້າວ່າ ສະຖານທູດຈີນ ປະຈຳລາວ ໄດ້ອອກປະກາດ ເຕືອນຄົນຈີນ ທີ່ອາສັຍຢູ່ ສປປລາວ ໃຫ້ເພີ້ມຄວາມ ລະມັດລະວັງ ຫລັງຈາກທີ່ ຄົນຈີນ ຖືກຍິງ ເສັຍຊີວິດ ຢູ່ແຂວງ ໄຊສົມບູນ ທີ່ຫ່າງຈາກ ນະຄອນຫລວງວຽງຈັນ ໄປທາງທິດຕາເວັນອອກ ສ່ຽງເໜືອ 130 ກິໂລແມັດ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ ແຂວງໄຊສົມບູນ, ໄດ້ຮັບຄຳຕອບວ່າ ຍັງບໍ່ຮູ້ເຣຶ່ອງ ດັ່ງກ່າວ ແລະວ່າ ປັດຈຸບັນ ນອກຈາກ ຄົນຈີນ ທີ່ເຄີຍມາ ສ້າງຫ້ອງວ່າການ ປົກຄອງແຂວງ 20 ປາຍຄົນແລ້ວ ກໍບໍ່ມີ ຄົນຈີນຫລາຍ:
"ບໍ່ ບໍ່ມາຫລາຍນະ ກໍມີຂະເຈົ້າ ມາເຮັດຕົວ ຫ້ອງວ່າການນະ ຊາວປາຍຄົນນັ້ນນະ ມາແຕ່ດົນແລ້ວ ກໍບໍ່ມີຫຍັງນະ".
ເຈົ້າໜ້າທີ່ຕຳຣວດປ້ອງກັນ ຄວາມສງົບ ແຂວງໄຊສົມບູນ ບໍ່ສາມາດກ່າວເຖິງ ກໍລະນີ ຄົນຈີນ ທີ່ເສັຍຊີວິດນັ້ນ ມີພຽງແຕ່ວ່າ ຍັງຢູ່ໃນ ຂັ້ນຕອນ ຂອງການສືບສວນ ສອບສວນ.
ຢູ່ແຂວງ ໄຊສົມບູນ ເມື່ອຕົ້ນປີ 2016 ໄດ້ມີຄົນຮ້າຍ ທີ່ບໍ່ຮູ້ວ່າເປັນໃຜ ລອບຍິງຄົນຈີນ ຈົນເສັຍຊີວິດ 2 ຄົນ ແລະບາດເຈັບ ອີກຄົນນຶ່ງ ແລະ ຢູ່ແຂວງຫລວງພະບາງ ຄົນງານ ບໍຣິສັດຈີນ ກໍຖືກຍິງ: ຄົນນຶ່ງ ເສັຍຊີວິດ ແລະອີກ 3 ຄົນ ບາດເຈັບ.