ກຸ່ມປົກປ້ອງສິ່ງແວດລ້ອມໄທ ຊຸມນຸມ ເຣື້ອງເຂື່ອນ
2013.10.11

ໃນວັນທີ 10 ຕຸລາ ທີ່ປະເທສໄທຍ໌ ຫລາຍອົງການປົກປ້ອງສິ່ງແວດ ລ້ອມໄດ້ຈັດການສາຍຮູບເງົາສາຣະຄະດີແລະ ສໍາມະນາ ແລກປ່ຽນ ຄວາມເຫັນກ່ຽວກັບ ການສ້າງເຂື່ຶອນ ໃສ່ແມ່ນໍ້າຂອງຕອນເທິງ ທີ່ສົ່ງ ຜົລກະທົບ ຕໍ່ທັງການ ປູກເຂົ້າ ແລະ ພືດພັນອື່ນໆ ແລະທັງຕໍ່ການ ຂຍາຍພັນຂອງປາ ຊຶ່ງປະຊາຊົນທົ່ວໄປແລະນັກວິຊາການ ເປັນຫ່ວງ ກັງວົນນໍາ.
ນັກຂ່າວເອເຊັຽເສຣີໄດ້ສໍາພາດ ດຣ.ຊະຍານິດ ກິດສຸດທາຊີວະ ນັກ ວິຈັຍປະຈໍາສະຖາບັນສິ່ງແວດລ້ອມສະຕ໊ອກໂຮມປະເທສໄທຍ໌ ທີ່ໄດ້ ເຂົ້າສັມມະນາ. ຍານາງວ່າສິ່ງທີ່ປະຊາຊົນທັມມະດາສາມາດເຮັດໄດ້ ໃນປັດຈຸບັນ ຄືຮັບຟັງຂໍ້ມູນ ເຣື່ອງ ເຂື່ອນ ແລະແມ່ນໍ້າຂອງໃຫ້ຫຼາຍ ແລະພຍາຍາມສະແດງຄວາມຄິດເຫັນ ເພື່ອໃຫ້ຜູ້ມີອໍານາດຮູ້ວ່າຍັງມີ ຄົນທີ່ບໍ່ເຫັນພ້ອມກັບການສ້າງເຂື່ອນນັ້ນ:
"ນາງວ່າ ເຖິງແມ່ນວ່າເຮົາຈະບໍ່ສາມາດຕ້ານ ການຕັດສິນໃຈຂອງຜູ້ ມີອໍານາດໄດ້ ແຕ່ວ່າຢ່າງໜ້ອຍ ເຮົາກໍສາມາດ ຕຽມຕົວ ທີ່ຈະຮັບມື ກັບສະຖານະການຕ່າງໆໄດ້. ເມື່ອມີການປະຊຸມ ຫລືປຶກສາຫາລືກັນ ໃນເຣື່ອງນີ້ ຖ້າມີໂອກາດ ກໍໜ້າຈະ ເຂົ້າໄປຟັງ, ສະແດງຄວາມຄິດ ເຫັນ ແລະຕັ້ງຄໍາຖາມ".
ແລະໃນວັນທີ 10 - 11 ຕຸລາ 2013 ທີ່ແຂວງໜອງຄາຍເຄືອຂ່າຍ ປະຊາຊົນແຄມແມ່ນໍ້າຂອງຈາກ 3 ປະເທສຄື: ໄທຍ໌ ກໍາພູຊາແລະວຽດນາມ ກໍໄດ້ຈັດສໍາມະນາ ເຣື່ອງຄວາມຮູ້ ແລະພູມປັນຍາ ຂອງປະຊາ ຊົນກ່ຽວກັບ ເຂື່ອນໄຟຟ້າ ພະລັງນໍ້າ ໃນເຂດລຸ່ມແມ່ນໍ້າຂອງ ຊຶ່ງມີທັງການທວງຖາມ ແລະ ແລກປ່ຽນ ຜົລວິຈັຍກັນ ຊຶ່ງຍານາງ ອ້ອມບຸນ ທິບສຸນາ ຕົວແທນເຄືອຂ່າຍວ່າ ເຄືອຂ່າຍຂອງຕົນບໍ່ເຫັນພ້ອມກັບການສ້າງເຂື່ອນ ກັ້ນແມ່ນໍ້າຂອງທຸກແຫ່ງ ທັງຢູ່ຈີນແລະຢູ່ລາວ:
"ນາງວ່າ ມີຄວາມເປັຫ່ວງນໍາຜົລກະທົບ ຈາກເຂື່ອນຈີນ, ມີຄວາມກັງວົນເຣື່ອງເຂື່ອນໄຊຍະບູຣີ ແລະດອນສະຫົງ. ການປ່ອຍໃຫ້ນໍ້າໄຫຼຢ່າງ ອິສຣະເປັນເຣື່ອງທີ່ຊັດເຈນຕລອດມາ ແລະວ່າ ຈະນໍາສເນີເຣື່ອງນີ້ຕໍ່ພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງ ມີການຂົນຂວາຍໃຫຍ່".
ຍານາງກ່າວຕື່ມວ່າ ເຖິງການເຄື່ອນໄຫວຂອງເຄືອຂ່າຍທີ່ຜ່ານມາຈະບໍ່ໄດ້ຮັບຄວາມສົນໃຈຈາກຣັຖບາລລາວໃນການພິຈາຣະນາເຣື່ອງຢຸດການ ກໍ່ສ້າງເຂື່ອນແຕ່ເຄືອຂ່າຍຢືນຢັນວ່າຈະດໍາເນີນການເຄື່ອນໄຫວຕໍ່ໄປ ແລະຈະຫາວິທີອື່ນໆ ທີ່ຈະສາມາດຍັບຢັ້ງການກໍ່ສ້າງ ທີ່ທໍາລາຍທັມມະ ຊາດແລະສິ່ງແວດລ້ອມຂອງ ແມ່ນໍ້າຂອງນີ້.