ສັດສາຍພັນໃໝ່ໃນອ່າງ ແມ່ນໍ້າຂອງ

ມະນີຈັນ
2014.06.06
f-default ສັດສາຍພັນໃໝ່ໃນອ່າງ ແມ່ນໍ້າຂອງ
RFA

 

ບັນດາ ນັກ ວິທຍາສາດ ໄດ້ຄົ້ນພົບ ສັດ ສາຍພັນໃໝ່ 367 ຊນິດ ໃນເຂດອ່າງ ແມ່ນໍ້າຂອງ ໃນຣະຍະ 2 ປີ ຜ່ານມາ ອັນມີ ທັງແມງມຸມ ບໍ່ມີຕາ ແລະ ກົບ ບິນ ຮ່າງໃຫຍ່ ນໍາດ້ວຍ. ຕາມຣາຍງານ ຂ່າວ Deutsche Welle Asia ໃນວັນທີ 5 ມີຖຸນາ 2014.

ໃນນັ້ນ ກອງທຶນ ສັດປ່າ ໂລກ ເພື່ອ ທັມຊາດ WWF ເວົ້າວ່າ ມີສັດ ຊນິດໃໝ່ ປະມານ 25 ສາຍພັນ ຖືກພົບ ຢູ່ ພະມ້າ ພຽງ ແຫ່ງດຽວ. ກະຮອກບິນ ຮູບຮ່າງ ໃຫຍ່, ກັບແກ້ ບິນໄດ້ ແລະ ເຈັຽດັງວືກ ກໍຢູ່ໃນ ຈໍານວນ ສັດຊນິດ ໃໝ່ ທີ່ ຄົ້ນພົບ ໃນເຂດ ແມ່ນໍ້າຂອງ ເຊັ່ນ ດຽວກັນ. ໃນຣາຍງານ ຄັ້ງໃໝ່ ພາຍໃຕ້ ຫົວຂໍ້ ແມ່ນໍ້າຂອງ ທີ່ ລຶກລັບ ນັ້ນ ບັນດາ ນັກ ວິທຍາສາດ ໄດ້ ອະທິບາຍ ກ່ຽວກັບ ພືດພັນ 290 ຊນິດ, ປາ 24 ປະເພດ, ສັດຢູ່ນໍ້າ ແລະ ຢູ່ບົກໄດ້ 21 ຊນິດ, ສັດເລືອຄານ 28 ຊນິດ, ສັດລ້ຽງລູກ ດ້ວຍ ນໍ້ານົມ 3 ຊນິດ, ແລະນົກ 1 ຊນິດ ທີ່ພົບເຫັນ ເມື່ອປີ 2012 ແລະ 2013.

ສັດທີ່ບໍ່ເຄີຍ ຮູ້ເຫັນກັນ ມາກ່ອນ ເຫລົ່ານັ້ນ ຖືກພົບຢູ່ ເຂດ ອ່າງ ແມ່ນໍ້າຂອງ ຊຶ່ງ ໄຫລຜ່ານ 4 ປະເທດ ຄື ພະມ່າ ລາວ ໄທ ແລະ ກັມພູຊາ ໂດຍເລີ່ມ ຈາກພາກໃຕ້ ຂອງ ຈີນ ຜ່ານ ປະເທສ ວຽດນາມ ກ່ອນທີ່ຈະ ໄຫລລົງສູ່ ມະຫາສະມຸດ ປາຊີຟິກ.

ການຄົ້ນພົບ ພວກສັດ ຫລາຍຊນິດ ທີ່ວ່ານັ້ນ ເປັນການ ຢືນຢັນວ່າ ອ່າງ ແມ່ນໍ້າຂອງ ເປັນເຂດ ໜຶ່ງທີ່ ອຸດົມ ສົມບູລ ແລະ ມີຄວາມຫລາກ ຫລາຍທີ່ສຸດ ທາງດ້ານ ຊີວະພາກ ຂອງໂລກ ຢ່າງ ແທ້ຈິງ. ໃນນັ້ນ ກໍມີທັງ ສັດ ຊນິດໃໝ່ ຮວມທັງ ແມງມູມ ນັກລ່າ huntsman spider ຊຶ່ງ ດຣ. Peter Jager ໄດ້ພົບ ຢູ່ຖໍ້າແຫ່ງນຶ່ງ ໃນ ປະເທດ ລາວ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.