ການຣະດົມ ປູກຕົ້ນໄມ້ ທົດແທນ ແລະ ເພື່ອຮັກສາ ສິ່ງແວດລ້ອມ ໃນ ສປປລາວ ໃນທຸກໆປີ ດຳເນີນໄປ ຢ່າງຄຶກຄັກ ແຕ່ການ ເອົາໃຈໃສ່ ແລະ ບົວລະບັດ ເພື່ອ ໃຫ້ຕົ້ນໄມ້ ທີ່ ປູກໄປນັ້ນ ແຂງແຮງ ແລະ ເຕີບໂຕ ພາກສ່ວນ ກ່ຽວຂ້ອງ ຍັງຈະຕ້ອງ ໄດ້ເພີ້ມ ມາຕການ ຢ່າງເຂັ່ງຄັດ.
ວັນທີ 1 ມິຖຸນາ ແມ່ນວັນປູກຕົ້ນໄມ້ ແຫ່ງຊາຕ ແລະ ວັນເດັກນ້ອຍ ສາກົນ ໃນສປປລາວ ທີ່ ຣັຖບານລາວ ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ດັ່ງນັ້ນ ທຸກໆປີ ມີການຣະດົມ ອົງການຈັດຕັ້ງ ທຸກພາກສ່ວນ ຮວມທັງ ພາກຣັຖ, ເອກຊົນ, ທຸຣະກິຈ ແລະ ບັນດານັກຮຽນນັກສຶກສາ ໃຫ້ປູກຕົ້ນໄມ້ ເພື່ອທົດແທນ ຕົ້ນໄມ້ ທີ່ຖືກຕັດໄປ ແລະ ຮັກສາສິ່ງແວດລ້ອມ, ຄຽງຄູ່ໄປກັບການສລອງວັນເດັກນ້ອຍສາກົນ ໂດຍມີການຈັດກິຈກັມ ໃຫ້ເດັກນ້ອຍ ໄດ້ມີການແຂ່ງຂັນ ແລະ ຫລິ້ນເກມຕ່າງໆ, ພ້ອມກັບ ປູກຈິຕສຳນຶກ ໃຫ້ເດັກນ້ອຍ ຮູ້ຈັກຮັກທັມມະຊາຕ ແລະ ສິ່ງແວດລ້ອມ.
ການຣະດົມ ການປູກຕົ້ນໄມ້ ໃນແຕ່ລະປີ ແມ່ນດຳເນີນໄປເປັນຂະບວນ ຢ່າງຄຶກຄື້ນ ແຕ່ວ່າ ຍັງດຳເນີນໄປ ບໍ່ສຸດກົກສຸກປາຍ ເນື່ອງຈາກວ່າ ການປູກຕົ້ນໄມ້ ແມ່ນ ກິຈກັມ ທີ່ຕໍ່ເນື່ອງ ເພື່ອເຮັດໃຫ້ ຕົ້ນໄມ້ ເຫລົ່ານັ້ນ ເຕີບໂຕ ໃຫ້ເປັນເສຖກິຈ ແລະ ຂຽວສະອຸ່ມ ເພື່ອຮັກສາສະພາບແວດລ້ອມ, ແລະ ເປັນຊັພຍາກອນທັມມະຊາຕ ທີ່ຍືນຍົງ. ເຊັ່ນດຽວກັນກັບ ການເອົາໃຈໃສ່ ເບິ່ງແຍງ ເດັກນ້ອຍນັກຮຽນ ເພື່ອໃຫ້ເປັນຊັພກອນມະນຸສ ໃນອະນາຄົດ ກໍຕ້ອງໄດ້ຕິດຕາມເອົາໃຈໃສ່ ບໍ່ໃຫ້ຂາດເຂີນ ໂດຍສະເພາະ ດ້ານການສຶກສາ ໃຫ້ສຸດກົກສຸດປາຍ.
ສຳລັບປີນີ້ ໃນແຂວງສວັນນະເຂດ ມີໂຄງການປູກຕົ້ນໄມ້ ໃຫ້ໄດ້ 2,500 ເຮັກຕາຣ, ໂດຍສະເພາະ ແມ່ນຈຳພວກ ໄມ້ດູ່ລາຍ, ໄມ້ຂຍຸງ, ໄມ້ແຕ້ຄ່າ, ໄມ້ແກບ, ໄມ້ບາກ, ໄມ້ສັກ ແລະ ຢາງພາລາ. ດັ່ງເຈົ້າໜ້າທີ່ ກ່າວ ກ່ອນໜ້ານີ້ ວ່າ:
" ມັນ ກະ ມີ 2,500 ເຮັກ ຕາ ຣ ແຕ່ ມັນມີ ຣັ ຖ ແດ່ , ປະ ຊາ ຊົນແດ່ , ບໍ ຣິ ສັດແດ່ ມັນ ຕ້ອງ ໄດ້ ແຍກ ຢ່າ ງ ລະ ອຽດ ເນາະ "
ສ່ວນນະຄອນຫລວງວຽງຈັນ ໄດ້ກຳນົດການປູກຕົ້ນໄມ້ຕື່ມອີກ ປະມານ 400 ກ່ວາເຮັກຕາຣ. ນອກຈາກນັ້ນແລ້ວ, ການປູກຕົ້ນໄມ້ ແມ່ນນຶ່ງໃນແຜນການ ທີ່ຈັດຂຶ້ນ ຕາມແຜນການ ສ້າງນະຄອນຫລວງ ໃຫ້ໄດ້ 6 ສໍ, ຄື ສີຂຽວ, ຕິດຕາມມາດ້ວຍ ສ. ສະອາດ, ສ. ສງົບ, ສ. ສວ່າງ, ສເນ່ ແລະ ສີວິໄລ, ໂດຍສະເພາະ ແມ່ນການສ້າງ ສ. ສີຂຽວ ໃນແຕ່ລະສະຖານທີ່ ສຳນັກງານຕ່າງໆ. ສ່ວນຢູ່ໃນຕົວເມືອງນັ້ນ, ການປູກຕົ້ນໄມ້ ແມ່ນຮວມທັງ ການປູກຕົ້ນໄມ້ ກິນໝາກ, ຕົ້ນໄມ້ ປະດັບ ແລະ ຕົ້ນໄມ້ ທີ່ໃຫ້ຄວາມຊຸ່ມເຢັນ ຫລືວ່າ ເປັນຮົ່ມເງົາຕ່າງໆ.
ສ່ວນອົງການ ແລະ ສຳນັກງານ ທີ່ໃຫ້ຄວາມສໍາຄັນຍິ່ງ ແລະ ເປັນຂະບວນຟົດຟື້ນ ແມ່ນອົງການຈັດຕັ້ງ ຈາກພາກຣັຖ ໂດຍສະເພາະ ແມ່ນທະຫານ ແລະ ຕຳຣວດ. ດັ່ງທ່ານ ພັນໂທ ແສງເພັດ ຍະພິຈິດ, ຫົວໜ້າ ຫ້ອງການຄຸ້ມຄອງ ສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກ່າວວ່າ:
" ນໍ າ ພາ ບັນ ດາ ອ້າຍ ນ້ອງກົມ ກອງ ແຕ່ ລະ ຜ ແນກ ການ ຫັ໋ນ ລະ ອ້ອມ ຂ້າງ ກົມ ຮວມ ທັງ ໝົດນີ້ ກະ ຢູ່ໃນ ຈຳ ນວນ 110 ກ່ ວາ ສະ ຫາຍ . ຈາກ ນັ້ນ ກະ ໄດ້ ນຳ ເອົາ ບັນ ດາ ເບັ້ຽ ໄມ້ ທີ່ ສຳ ຄັນ ໂດຍ ສະ ເພາະ ຢ່າງ ຍິ່ງ ກະ ບັນ ດາ ເບັ໋ຽ ໄມ້ ຍາວ ນານ , ບ່ອນ ໃດ ທີ່ ວ່າ ຈະ ປັບ ປຸງ ໃຫ້ ເປັນ ທີ່ ຣະ ລຶກ . ຈາກ ນັ້ນ ກະ ຈະ ມີ ຕົ້ນ ໄມ້ ຈຳ ນວນ ນຶ່ງ ເປັນ ຕົ້ນ ໄມ້ ກິນ ໝາກ ລະ ຍະ ສັ້ນ ລະ ຍະ ຍາວ , ອັນ ນີ້ ອາດ ຈະ ຢູ່ ໃນ ຈຳ ນວນ 40 ປາຍ ກ່ ວາ ເບັ້ຽ ."
ໃນລະຍະຜ່ານມາ ນອກຈາກການ ການປູກຕົ້ນໄມ້ ບໍ່ບັນລຸເປົ້າໝາຍແລ້ວ ຍັງເຮັດໃຫ້ ຕົ້ນໄມ້ ທີ່ປູກໄປນັ້ນ ລົ້ມຫາຍຕາຍຈາກ ຢ່າງຫລວງຫລາຍ ຍ້ອນການຂາດເອົາໃຈໃສ່ ເບິ່ງແຍງ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ. ກ່ຽວກັບ ເຣື້ອງນີ້ ຜູ້ທີ່ມີປະສົພການ ການປູກຕົ້ນໄມ້ ກ່າວເຖິງ ຈຸດບົກຜ່ອງ ທີ່ເຮັດໃຫ້ ຕົ້ນໄມ້ ທີ່ປູກໃໝ່ ນັ້ນ ຕາຍ ວ່າ:
" ຈຸດອ ອ່ນ ນຳ ການ ປົກ ປັກ ຮັກ ສາ ຈຸດ ອ່ອນ ແທ້ໆ . ສ່ວນ ຫລາຍ ມອບ ໃຫ້ ຜູ້ ຮັບ ຜິດ ຊອບ ແລ້ວ ບໍ່ ເບິ່ງ ມັນ ຫັ໋ນ ນ໋າ ແບບ ນີ້ ຫັ໋ ນ ນ໋າ , ປະ ໄປ ຕາມ ມີ ຕາມ ເກີດ ແບບບໍ່ຮັກ ສາ ບໍ່ ໃສ່ ຝຸ່ນ ບໍ່ ໃສ່ ປຸ໋ຍ ຫັ໋ນ ນ໋າ . ເບື້ອງ ຕົ້ນ ກະ ຕ້ອງ ໃຫ້ ມັນ ໃຫ ຍ່ ຊະ ກ່ອນ ຄັນ ຊິ ປະຫັ໋ນ ນ໋າ ໃຫ້ ມັນ ຕິດ ລະ ອຽດ ລະ ເຮົາ ຈັ່ງ ຄ່ອຍ ປະ , ປະ ໄດ້ ອັນ ນັ້ນ . ຈຸດ ນີ້ ລະ ຈຸດ ຕົ້ນ ຕໍ ແທ້ . ຄັນ ປູກ ໄປ ແລ້ວ ກະ ຊິ ປະ ມານ 60-70% ນີ້ ລະ . ຖ້າວ່າ ບົວ ລະ ບັດ ດີໆ ມັນ ກະ 80-90% ພຸ້ນ ລະ . ຕົ້ນ ໄມ້ ມັນ ໃຫ ຍ່ ຂ ນາດ ໃດ ເຮົາ ສາ ມາດບໍ່ ຫົດ ນ້ຳ ຫັ໋ນ ນະ , ເຮົາ ຈຶ່ງ ໄດ້ ປະ ມັນ ຫາກວ່າ ຮາກ ມັນ ຈັບແລ້ວ ເນາະ . ປະ ລະ ກະ ມີແຕ່ ວ່າ ເບິ່ງ ແຍງເຣື້ອງ ຫ ຍ້າ ເຣື້ອງ ແນ ວ ອື່ນ ມັນ ຂຶ້ນ ຫັ໋ນ ເນາະ . ( ຈຸດ ອ່ ອນ ຫລື ຈຸດ ບົກ ຜ່ອງ ທີ່ ເຮົາ ຄວນ ປັບ ປຸງ ແມ່ນ ດ້ານ ໃດ ທີ່ ເຮັດໃຫ້ ມັນ ໃຫ ຍ່ ໃຫ້ ມັນ ເຕີບ ໂຕ ຫັ໋ນ ) ພ ຍາ ຍາມ ໃສ່ ຝຸ່ນ ນີ້ ລະ , ລະ ກະ ຮັກ ສາ ນີ້ ລະ ທີ່ ວ່າ ຢູ່ ອ້ອມ ຂ້ າງ ມັນ ຫັ໋ນ , ຈະ ໄປ ໃນ ລະ ຍະ ນຶ່ງ ປະ ມານ 1-5 ປີ ແມ່ນ ປະ ໄດ້ ຖ້າໂຕ ໃດ ທີ່ຮາກ ມັນ ຕິດ ແລ້ວ . ( ສ່ວນ ຫລາຍ ເພິ່ນ ປູກ ຕົ້ນ ຫ ຍັງ ) ສ່ວນ ຫລາຍ ບ້ານ ເຮົາ ສ່ວນ ຫລາຍ ເພິ່ນ ປູກ ໄມ້ ຫວງ ຫ້າມ ເຊັ່ນ ໄມ້ ດູ່ , ໄມ້ ແຕ້ ໄປ ຈັ່ງ ຊັ້ນ ນ໋າ ລະ ກະ ໄມ້ ຍາງ ພວກ ປະ ເພດ ທີ່ ວ່າ ຄຸ້ມ ຄອງ ໄມ້ ຍາງ , ໄມ້ ຊີ , ໄມ້ ບາກ ໄປ ຊັ໋ນ ນ໋ະ ."
ໂຄງການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ ແຫ່ງຊາຕ ໃນປີ 2012 ຜ່ານມາ ພົບວ່າ ຍັງບໍ່ບັນລຸຜົລສໍາເລັດ ເທົ່າທີ່ຄວນ ເຊັ່ນດຽວກັນ, ຊຶ່ງໃນນະຄອນຫລວງວຽງຈັນ ບັນລຸຜົລສຳເລັດ ພຽງແຕ່ 60 ສ່ວນຮ້ອຍເທົ່ານັ້ນ, ຄືປູກໃນເນື້ອທີ່ ທັງໝົດ 494 ເຮັກຕາຣ ມີຕົ້ນໄມ້ ເຕີບໂຕ 60 ກ່ວາສ່ວນຮ້ອຍ, ສ່ວນທີ່ເຫລືອ ແມ່ນຕາຍໄປ ຍ້ອນສະພາບອາກາດມີການປ່ຽນແປງ ແລະ ຂາດການເອົາໃຈໃສ່.
ການປູກຕົ້ນໄມ້ ໃນລະຍະຜ່ານມາ ແມ່ນໄດ້ມອບໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຮັບຜິດຊອບ ເປັນຕົ້ນ ຢູ່ໃນເນື້ອທີ່ ຂອງເມືອງ ກໍຈະແມ່ນເຈົ້າໜ້າທີ່ ປ່າໄມ້ເມືອງ ຮັບຜິດຊອບ, ສ່ວນເນື້ອທີ່ແຂວງ ກໍຈະໃຫ້ເຈົ້າໜ້າທີ່ ປ່າໄມ້ແຂວງ ເປັນຜູ້ຮັບຜິດຊອບ. ນອກຈາກນັ້ນ, ຍັງໄດ້ມອບໃຫ້ໜ່ວຍທຸຣະກິຈ ທີ່ມີສ່ວນຂ້ອງ ຮັບຜິດຊອບ ອີກດ້ວຍ ເປັນຕົ້ນແມ່ນ ໂຮງເລື່ອຍ ໂຮງຊອຍ ແລະ ອື່ນໆ.
ຕາມນະໂຍບາຍ ຂອງສປປລາວ ທີ່ໄດ້ວາງອອກນັ້ນ ແມ່ນຖືເອົາວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ພັທນາ ປ່າໄມ້ ເປັນວຽກງານ ຍຸທສາດ ທີ່ສໍາຄັນ ໃນການພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ, ໂດຍສະເພາະ ເນັ້ນໃສ່ ການປູກຕົ້ນໄມ້ ແລະ ຟື້ນຟູປ່າ ໃຫ້ມີເນື້ອງທີ່ ປົກຫຸ້ມ ທົ່ວປະເທດ ໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020. ເຖິງຢ່າງໃດ ກໍຕາມ, ເມື່ອບໍ່ເທົ່າໃດ ປີມານີ້ ທະນາຄານໂລກ ຣາຍງານ ວ່າ ໃນປີຊຸມປີ 1940 ລາວ ປົກຫຸ້ມໄປດ້ວຍ ປ່າໄມ້ ເຖິງ 70% ຂອງພື້ນທີ່ ໃນທົ່ວປະເທດ, ຕໍ່ມາ ໃນຊຸມປີ 1960 ປ່າໄມ້ ໃນລາວ ໄດ້ຫລຸດລົງເຫລືອ 64%. ຈາກການ ສຳ ຣວດ ໃນປີຊຸມປີ 1980 ພົບວ່າ ປ່າໄມ້ ໃນລາວ ຍັງເຫລືອ ພຽງແຕ່ 47% ໃນທົ່ວປະເທດ ແລະ ໃນປັດຈຸບັນນີ້ ຄາດວ່າ ອາດເຫລືອບໍ່ຮອດ 30% ເທົ່ານັ້ນ ຍ້ອນການລັກຕັດໄມ້ ຂອງ ກຸ່ມການຄ້າ ແລະ ການຕັດໄມ້ ເພື່ອໃຊ້ຫນີ້ ຂອງຣັຖບານລາວ ຫລື ການຕັດໄມ້ ເພື່ອສ້າງລາຍໄດ້ ເຂົ້າໃນງົປະມານ ຂອງຊາຕ ໃນແຕ່ລະປີ ເພາະຣັຖບານລາວ ບໍ່ມີລາຍໄດ້ ຈາກທາງອື່ນ ໃນລະຍະດັ່ງກ່າວ.