ວັນປູກຕົ້ນໄມ້ແຫ່ງຊາຕ

0:00 / 0:00

ການຣະດົມ ປູກຕົ້ນໄມ້ ທົດແທນ ແລະ ເພື່ອຮັກສາ ສິ່ງແວດລ້ອມ ໃນ ສປປລາວ ໃນທຸກໆປີ ດຳເນີນໄປ ຢ່າງຄຶກຄັກ ແຕ່ການ ເອົາໃຈໃສ່ ແລະ ບົວລະບັດ ເພື່ອ ໃຫ້ຕົ້ນໄມ້ ທີ່ ປູກໄປນັ້ນ ແຂງແຮງ ແລະ ເຕີບໂຕ ພາກສ່ວນ ກ່ຽວຂ້ອງ ຍັງຈະຕ້ອງ ໄດ້ເພີ້ມ ມາຕການ ຢ່າງເຂັ່ງຄັດ.

ວັນ​ທີ 1 ມິ​ຖຸ​ນາ ແມ່ນວັນປູກ​ຕົ້ນ​ໄມ້ ແຫ່ງ​ຊາ​ຕ ແລະ ວັນ​ເດັກ​ນ້ອຍ ​ສາ​ກົນ ໃນ​ສ​ປ​ປ​ລາວ ທີ່ ຣັ​ຖ​ບານ​ລາວ ໃຫ້​ຄວາມ​ສຳ​ຄັນເປັນ​ຢ່າງ​ຍິ່ງ ດັ່ງ​ນັ້ນ ທຸກໆ​ປີ ມີ​ການຣະ​ດົມ ອົງ​ການ​ຈັດ​ຕັ້ງ ທຸກ​ພາກ​ສ່ວນ ຮວມ​ທັງ ພາກ​ຣັ​ຖ​, ເອກ​ຊົນ, ທຸ​ຣະ​ກິ​ຈ ແລະ ​ບັນ​ດານັກ​ຮຽນ​ນັກ​ສຶກ​ສາ ໃຫ້​ປູກ​ຕົ້ນ​ໄມ້ ເພື່ອ​ທົດ​ແທນ ຕົ້ນ​ໄມ້ ທີ່​ຖືກ​ຕັດ​ໄປ ແລະ ​ຮັກ​ສາ​ສິ່ງແວດ​ລ້ອມ, ຄຽງ​ຄູ່​ໄປ​ກັບ​ການ​ສ​ລອງວັນ​ເດັກ​ນ້ອຍສາ​ກົນ ໂດຍມີ​ການ​ຈັດ​ກິ​ຈ​ກັມ ໃຫ້​ເດັກ​ນ້ອຍ ໄດ້​ມີ​ການ​ແຂ່ງ​ຂັນ ແລະ ຫລິ້ນເກມ​ຕ່າງໆ, ພ້ອມ​ກັບ ປູກຈິຕ​ສຳ​ນຶກ ​ໃຫ້ເດັກ​ນ້ອຍ ຮູ້​ຈັກ​ຮັກ​ທັມ​ມະ​​ຊາ​ຕ ແລະ ສິ່ງ​ແວດ​ລ້ອມ.

ການ​ຣະ​ດົມ ການ​ປູກ​ຕົ້ນ​ໄມ້ ໃນ​ແຕ່​ລະ​ປີ ແມ່ນ​ດຳ​ເນີນ​ໄປ​ເປັນ​ຂະ​ບວນ ຢ່າງ​ຄຶກ​ຄື້ນ ແຕ່​ວ່າ ຍັງ​ດຳ​ເນີນ​ໄປ ບໍ່​ສຸ​ດ​ກົກ​ສຸກ​ປາຍ ເນື່ອງ​ຈາກວ່າ ການ​ປູກ​ຕົ້ນ​ໄມ້ ແມ່ນ ກິຈກັມ ທີ່​ຕໍ່​ເນື່ອງ ເພື່ອ​ເຮັດ​ໃຫ້ ຕົ້ນ​ໄມ້ ເຫລົ່າ​ນັ້ນ ເຕີບ​ໂຕ ໃຫ້​ເປັນ​ເສ​ຖ​ກິ​ຈ ແລະ ຂຽວ​ສະ​ອຸ່ມ ເພື່ອ​ຮັກ​ສາ​ສະ​ພາບ​ແວ​ດ​ລ້ອມ, ແລະ ເປັນ​ຊັ​ພ​ຍາ​ກອນ​ທັມ​ມະ​ຊາ​ຕ ທີ່​ຍືນ​ຍົງ. ເຊັ່ນ​ດຽວ​ກັນ​ກັບ ການ​ເອົາ​ໃຈ​ໃສ່ ເບິ່ງ​ແຍງ ເດັກ​ນ້ອຍ​ນັກ​ຮຽນ ເພື່ອ​ໃຫ້​ເປັນ​ຊັ​ພກອນ​ມະ​ນຸ​ສ ໃນ​ອະ​ນາ​ຄົດ ກໍ​ຕ້ອງ​ໄດ້​ຕິດ​ຕາມເອົາ​ໃຈ​ໃສ່ ບໍ່​ໃຫ້​ຂາດ​ເຂີນ ໂດຍ​ສະ​ເພາະ ດ້ານ​ການ​ສຶກ​ສາ ໃຫ້​ສຸດ​ກົກ​ສຸດ​ປາຍ.

ສຳ​ລັບ​ປີ​ນີ້ ໃນ​ແຂວງ​ສວັນ​ນະ​ເຂ​ດ ມີ​ໂຄງ​ການ​ປູກ​ຕົ້ນ​ໄມ້ ໃຫ້​ໄດ້ 2,500 ເຮັກ​ຕາ​ຣ, ໂດຍ​ສະ​ເພາະ ແມ່ນ​ຈຳ​ພວກ ໄມ້​ດູ່​ລາຍ, ໄມ້​ຂ​ຍຸງ, ​ໄມ້​ແຕ້​ຄ່າ, ໄມ້​ແກບ, ໄມ້​ບາກ, ໄມ້​ສັກ ແລະ ຢາງ​ພາ​ລາ. ດັ່ງ​ເຈົ້າ​ໜ້າ​ທີ່ ກ່າວ ກ່ອນ​ໜ້າ​ນີ້ ວ່າ:

" ມັນ ກະ ມີ 2,500 ເຮັກ ຕາ ແຕ່ ມັນມີ ຣັ ແດ່ , ປະ ຊາ ຊົນແດ່ , ບໍ ຣິ ສັດແດ່ ມັນ ຕ້ອງ ໄດ້ ແຍກ ຢ່າ ລະ ອຽດ ເນາະ "

ສ່ວນ​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກຳ​ນົດການ​ປູກ​ຕົ້ນ​ໄມ້​ຕື່ມ​ອີກ ປະ​ມານ 400 ກ່​ວາ​ເຮັກ​ຕ​າ​ຣ. ນອກ​ຈ​າກ​ນັ້ນ​ແລ້ວ, ການ​ປູກ​ຕົ້ນ​ໄມ້ ແມ່ນນຶ່ງ​ໃນ​ແຜນ​ການ ​ທີ່​ຈັດ​ຂຶ້ນ ຕາມ​ແຜນການ​​ ສ້າງ​ນະ​ຄອນ​ຫລວງ ໃຫ້​ໄດ້ 6 ສໍ, ຄື ສີ​ຂຽວ, ຕິດ​ຕາມ​ມາ​ດ້ວຍ ສ. ສະ​ອາດ, ສ. ສ​ງົບ, ສ. ສ​ວ່າງ, ສ​ເນ່ ແລະ ສີ​ວິ​ໄລ, ໂດຍ​ສະ​ເພາະ ແມ່ນ​ການ​ສ້າງ ສ. ສີ​ຂຽວ ໃນ​ແຕ່​ລະ​ສະ​ຖານ​ທີ່ ສຳ​ນັກ​ງານ​ຕ່າງໆ. ສ່ວນ​ຢູ່​ໃນ​ຕົວ​ເມືອງ​ນັ້ນ, ການ​ປູກ​ຕົ້ນໄມ້ ແມ່ນ​ຮວມ​ທັງ ການ​ປູກ​ຕົ້ນ​ໄມ້ ກິນ​ໝາກ, ຕົ້ນ​ໄມ້ ປະ​ດັບ ແລະ ຕົ້ນໄມ້ ທີ່​ໃຫ້​ຄວາມ​ຊຸ່ມ​ເຢັນ ຫລື​ວ່າ ເປັນ​ຮົ່ມ​ເງົາຕ່າງໆ.

ສ່ວນ​ອົງ​ການ ແລະ ສຳ​ນັກ​ງານ ທີ່​ໃຫ້​ຄວາມ​ສໍ​າ​ຄັນ​ຍິ່ງ ແລະ ເປັນ​ຂະ​ບວນ​ຟົດ​ຟື້ນ ແມ່ນ​​ອົງການ​ຈັດ​ຕັ້ງ ຈາກ​ພາກ​ຣັ​ຖ ໂດຍ​ສະ​ເພາະ ແມ່ນ​ທະ​ຫານ ແລະ ຕຳ​ຣວດ. ດັ່ງ​ທ່ານ ພັນ​ໂທ ແສງ​ເພັດ ຍະ​ພິ​ຈິດ, ຫົວ​ໜ້າ ຫ້ອງ​ການ​ຄຸ້ມ​ຄອງ ສຳ​ມະ​ໂນ​ຄົວ ແລະ ກໍ່​ສ້າງ​ຮາກ​ຖານ, ກ່າວ​ວ່າ:

" ນໍ ພາ ບັນ ດາ ອ້າຍ ນ້ອງກົມ ກອງ ແຕ່ ລະ ແນກ ການ ຫັ໋ນ ລະ ອ້ອມ ຂ້າງ ກົມ ຮວມ ທັງ ໝົດນີ້ ກະ ຢູ່ໃນ ຈຳ ນວນ 110 ກ່ ວາ ສະ ຫາຍ . ຈາກ ນັ້ນ ກະ ໄດ້ ນຳ ເອົາ ບັນ ດາ ເບັ້ຽ ໄມ້ ທີ່ ສຳ ຄັນ ໂດຍ ສະ ເພາະ ຢ່າງ ຍິ່ງ ກະ ບັນ ດາ ເບັ໋ຽ ໄມ້ ຍາວ ນານ , ບ່ອນ ໃດ ທີ່ ວ່າ ຈະ ປັບ ປຸງ ໃຫ້ ເປັນ ທີ່ ຣະ ລຶກ . ຈາກ ນັ້ນ ກະ ຈະ ມີ ຕົ້ນ ໄມ້ ຈຳ ນວນ ນຶ່ງ ເປັນ ຕົ້ນ ໄມ້ ກິນ ໝາກ ລະ ຍະ ສັ້ນ ລະ ຍະ ຍາວ , ອັນ ນີ້ ອາດ ຈະ ຢູ່ ໃນ ຈຳ ນວນ 40 ປາຍ ກ່ ວາ ເບັ້ຽ ."

ໃນ​ລະ​ຍະ​ຜ່ານ​ມາ ນອກ​ຈາກ​ການ ການ​ປູກ​ຕົ້ນ​ໄມ້ ບໍ່​ບັນ​ລຸ​ເປົ້າ​ໝາຍ​ແລ້ວ ຍັງ​ເຮັດ​ໃຫ້ ຕົ້ນ​ໄມ້ ທີ່​ປູກ​ໄປ​ນັ້ນ ລົ້ມ​ຫາຍ​ຕາຍ​ຈາກ ຢ່າງ​ຫລວງ​ຫລາຍ​ ຍ້ອນການ​ຂາດ​ເອົາ​ໃຈ​ໃສ່ ເບິ່ງ​ແຍງ ຂອງ​ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ. ກ່ຽວ​ກັບ ເຣື້ອງ​ນີ້ ຜູ້​ທີ່​ມີ​ປ​ະ​ສົ​ພ​ການ ການ​ປູກ​ຕົ້ນ​ໄມ້ ກ່າວ​ເຖິງ ຈຸດ​ບົກ​ຜ່ອງ ທີ່​ເຮັດ​ໃຫ້ ຕົ້ນ​ໄມ້ ທີ່​ປູກ​ໃໝ່ ນັ້ນ ຕາຍ ວ່າ:

"​ ຈຸດອ ອ່ນ ນຳ ການ ປົກ ປັກ ຮັກ ສາ ຈຸດ ອ່ອນ ແທ້ໆ . ສ່ວນ ຫລາຍ ມອບ ໃຫ້ ຜູ້ ຮັບ ຜິດ ຊອບ ແລ້ວ ບໍ່ ເບິ່ງ ມັນ ຫັ໋ນ ນ໋າ ແບບ ນີ້ ຫັ໋ ນ໋າ , ປະ ໄປ ຕາມ ມີ ຕາມ ເກີດ ແບບບໍ່ຮັກ ສາ ບໍ່ ໃສ່ ຝຸ່ນ ບໍ່ ໃສ່ ປຸ໋ຍ ຫັ໋ນ ນ໋າ . ເບື້ອງ ຕົ້ນ ກະ ຕ້ອງ ໃຫ້ ມັນ ໃຫ ຍ່ ຊະ ກ່ອນ ຄັນ ຊິ ປະຫັ໋ນ ນ໋າ ໃຫ້ ມັນ ຕິດ ລະ ອຽດ ລະ ເຮົາ ຈັ່ງ ຄ່ອຍ ປະ , ປະ ໄດ້ ອັນ ນັ້ນ . ຈຸດ ນີ້ ລະ ຈຸດ ຕົ້ນ ຕໍ ແທ້ . ຄັນ ປູກ ໄປ ແລ້ວ ກະ ຊິ ປະ ມານ 60-70% ນີ້ ລະ . ຖ້າວ່າ ບົວ ລະ ບັດ ດີໆ ມັນ ກະ 80-90% ພຸ້ນ ລະ . ຕົ້ນ ໄມ້ ມັນ ໃຫ ຍ່ ນາດ ໃດ ເຮົາ ສາ ມາດບໍ່ ຫົດ ນ້ຳ ຫັ໋ນ ນະ , ເຮົາ ຈຶ່ງ ໄດ້ ປະ ມັນ ຫາກວ່າ ຮາກ ມັນ ຈັບແລ້ວ ເນາະ . ປະ ລະ ກະ ມີແຕ່ ​​ ວ່າ ເບິ່ງ ແຍງເຣື້ອງ ຍ້າ ເຣື້ອງ ແນ ອື່ນ ມັນ ຂຶ້ນ ຫັ໋ນ ເນາະ . ( ຈຸດ ອ່ ອນ ຫລື ຈຸດ ບົກ ຜ່ອງ ທີ່ ເຮົາ ຄວນ ປັບ ປຸງ ແມ່ນ ດ້ານ ໃດ ທີ່ ເຮັດໃຫ້ ມັນ ໃຫ ຍ່ ໃຫ້ ມັນ ເຕີບ ໂຕ ຫັ໋ນ ) ຍາ ຍາມ ໃສ່ ຝຸ່ນ ນີ້ ລະ , ລະ ກະ ຮັກ ສາ ນີ້ ລະ ທີ່ ວ່າ ຢູ່ ອ້ອມ ຂ້ າງ ມັນ ຫັ໋ນ , ຈະ ໄປ ໃນ ລະ ຍະ ນຶ່ງ ປະ ມານ 1-5 ປີ ແມ່ນ ປະ ໄດ້ ຖ້າໂຕ ໃດ ທີ່ຮາກ ມັນ ຕິດ ແລ້ວ . ( ສ່ວນ ຫລາຍ ເພິ່ນ ປູກ ຕົ້ນ ຍັງ ) ສ່ວນ ຫລາຍ ບ້ານ ເຮົາ ສ່ວນ ຫລາຍ ເພິ່ນ ປູກ ໄມ້ ຫວງ ຫ້າມ ເຊັ່ນ ໄມ້ ດູ່ , ໄມ້ ແຕ້ ໄປ ຈັ່ງ ຊັ້ນ ນ໋າ ລະ ກະ ໄມ້ ຍາງ ພວກ ປະ ເພດ ທີ່ ວ່າ ຄຸ້ມ ຄອງ ໄມ້ ຍາງ , ໄມ້ ຊີ , ໄມ້ ບາກ ໄປ ຊັ໋ນ ນ໋ະ ."

​ໂຄງ​ການ​ປູກ​ຕົ້ນ​ໄມ້ ໃນ​ວັນ​ປູກ​ຕົ້ນ​ໄມ້ ແຫ່ງ​ຊາ​ຕ ໃນ​ປີ 2012 ຜ່ານ​ມາ ພົບ​ວ່າ ຍັງ​ບໍ່​ບັນ​ລຸ​ຜົ​ລ​ສໍ​າ​ເລັດ ເທົ່າ​ທີ່​ຄວນ ເຊັ່ນ​ດຽວ​ກັນ, ຊຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ບັນ​ລຸ​ຜົ​ລ​ສຳ​ເລັດ ພຽງ​ແຕ່ 60 ສ່ວນ​ຮ້ອຍເທົ່າ​ນັ້ນ, ຄື​ປູກໃນ​ເນື້ອ​ທີ່ ທັງ​ໝົດ 494 ເຮັກ​ຕາ​ຣ ມີ​ຕົ້ນ​ໄມ້ ເຕີບ​ໂຕ 60 ກ່​ວາ​ສ່ວນ​ຮ້ອຍ, ສ່ວນ​ທີ່​ເຫລືອ ແມ່ນ​ຕາຍ​ໄປ ຍ້ອນ​ສະ​ພາບ​ອາ​ກາດ​ມີ​ການ​ປ່ຽນ​ແປງ ແລະ ຂາດ​ການ​ເອົາ​ໃຈ​ໃສ່.

ການ​ປູກ​ຕົ້ນ​ໄມ້ ໃນ​ລະ​ຍະ​ຜ່ານ​ມາ ແມ່ນ​ໄດ້​ມອບ​ໃຫ້ ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ຮັບ​ຜິດ​ຊອບ ເປັນ​ຕົ້​ນ ຢູ່​ໃນ​ເນື້ອ​ທີ່ ຂອງ​ເມືອງ ກໍ​ຈະ​ແມ່ນເຈົ້າ​ໜ້າ​ທີ່ ປ່າ​ໄມ້ເມືອງ ​ຮັບ​ຜິດ​ຊອບ, ສ່ວນ​ເນື້ອ​ທີ່ແຂວງ ກໍ​ຈະ​ໃຫ້​ເຈົ້າ​ໜ້າ​ທີ່ ປ່າ​ໄມ້​ແຂວງ ເປັນ​ຜູ້​ຮັບ​ຜິດ​ຊອບ. ນອກ​ຈາກ​ນັ້ນ, ຍັງ​ໄດ້​ມອບ​ໃຫ້ໜ່ວຍ​ທຸ​ຣະ​ກິ​ຈ ທີ່​ມີ​ສ່ວນຂ້ອງ ​ຮັບ​ຜິດ​ຊອບ ອີກ​ດ້ວຍ ເປັນ​ຕົ້​ນ​ແມ່ນ ໂຮງ​ເລື່ອຍ ໂຮງ​ຊອຍ ແລະ ອື່ນໆ.

ຕາມ​ນະ​ໂຍ​ບາຍ ຂອງ​ສ​ປ​ປ​ລາວ ທີ່​ໄດ້​ວາງ​ອອກນັ້ນ ແມ່ນຖື​ເອົາ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ ແລະ ພັ​ທ​ນາ ປ່າໄມ້ ເປັນ​ວຽກ​ງານ ຍຸ​ທ​ສາດ ທີ່​ສໍ​າ​ຄັນ ໃນ​ການ​ພັ​ທ​ນາ ເສ​ຖ​ກິ​ຈ-ສັງ​ຄົມ ແຫ່ງ​ຊາ​ຕ, ໂດຍ​ສະ​ເພາະ ເນັ້ນ​ໃສ່ ການ​ປູກ​ຕົ້ນ​ໄມ້ ແລະ ຟື້ນ​ຟູປ່າ ໃຫ້​ມີ​ເນື້ອງ​ທີ່ ປົກ​ຫຸ້ມ ທົ່ວ​ປະ​ເທດ ໃຫ້​ໄດ້ 65% ໃນ​ປີ 2015 ແລະ 70% ໃນ​ປີ 2020. ເຖິງ​ຢ່າງ​ໃດ ກໍ​ຕາມ, ເມື່ອບໍ່​ເທົ່າ​ໃດ ປີ​ມາ​ນີ້ ທະ​ນາ​ຄານ​ໂລກ ຣາຍງານ ວ່າ ໃນປີຊຸມປີ 1940 ລາວ ປົກຫຸ້ມໄປ​ດ້ວຍ ປ່າໄມ້ ເຖິງ 70% ຂອງພື້ນທີ່ ໃນທົ່ວປະເທດ, ຕໍ່ມາ ໃນຊຸມປີ 1960 ປ່າໄມ້ ໃນລາວ ໄດ້ຫລຸດລົງເຫລືອ 64%. ຈາກການ ສຳ ຣວດ ໃນປີຊຸມປີ 1980 ພົບວ່າ ປ່າໄມ້ ໃນລາວ ຍັງເຫລືອ ພຽງແຕ່ 47% ໃນທົ່ວປະເທດ ແລະ ໃນປັດຈຸບັນນີ້ ຄາດວ່າ ອາດເຫລືອບໍ່ຮອດ 30% ເທົ່າ​ນັ້ນ ຍ້ອນການລັກຕັດໄມ້ ຂອງ ກຸ່ມການຄ້າ ແລະ ການຕັດໄມ້ ເພື່ອໃຊ້ຫນີ້ ຂອງຣັຖບານລາວ ຫລື ການຕັດໄມ້ ເພື່ອສ້າງລາຍໄດ້ ເຂົ້າໃນງົປະມານ ຂອງຊາຕ ໃນແຕ່ລະປີ ເພາະຣັຖບານລາວ ບໍ່ມີລາຍໄດ້ ຈາກທາງ​ອື່ນ ໃນ​ລະ​ຍະ​ດັ່ງ​ກ່າວ.