ຊາວບ້ານເລີ້ມຫາປາໃນໜອງຫານ
2013.12.08

ຍ້ອນຄວາມຈໍາເປັນ ຊາວບ້ານນາທາມ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຈື່ງເລີ່ມກັບໄປຫາປາ ໃນໜອງຫານອີກ ຫລັງຈາກຕ້ອງໄດ້ ເຊົາຫາມາໄດ້ 1 ເດືອນ ຍ້ອນນໍ້າ ໃນໜອງປົນເປື້ອນ ສານພິດເຄມີ ທີ່ເຮັດໃຫ້ປາຕາຍ ຈໍານວນຫລວງຫລາຍ. ຊາວບ້ານຫາປາມາກິນ ແບບສ່ຽງຕໍ່ອັນຕະຣາຍ ເພາະບໍ່ຮູ້ວ່າ ປາທີ່ຫາມານັ້ນ ມີສານເຄມີ ປົນຢູ່ຫລືບໍ່. ດັ່ງຊາວບ້ານຜູ້ນຶ່ງ ເວົ້າວ່າ:
"ດຽວນີ້ກະລົງຫາກິນແຫລະເນາະ ຍັງບໍ່ໄດ້ມີໃຜເປັນຫຍັງ ເພາະວ່າມັນກະອົດບໍ່ໄຫວ ມັນບໍ່ມີອັນອື່ນກິນແລ້ວ ຈໍາເປັນຕ້ອງຫາກິນ ນີ້ແຫລະ".
ຊາວບ້ານເວົ້າວ່າ ຊາວບ້ານນາທາມເກືອບເຄິ່ງນຶ່ງ ເປັນຄອບຄົວທີ່ທຸກຍາກ ສ່ວນໃຫຍ່ມີອາຊີບປູກຝັງ ແລະລ້ຽງສັດ, ບໍ່ມີເງິນພໍທີ່ ຈະໄປຫາ ຊື້ປາ ຫລືຊື້ຊີ້ນ ມີແຕ່ປາ ໜອງຫານ ເທົ່ານັ້ນ ທີ່ເປັນບ່ອນຫາອາຫານ ຂອງພວກເຂົາເຈົ້າ.
ຊາວບ້ານວ່າຫວ່າງມໍ່ໆມານີ້ ໄດ້ຍີນຂ່າວຈາກເຈົ້າໜ້າທີ່ບ້ານວ່າ ໃນອີກບໍ່ດົນ ທາງອໍານາດການປົກຄອງບ້ານ ຈະພາກັນໄປບອກໂຮງງານ ແປ້ງມັນຕົ້ນ ລາວ-ອິນໂດຊາຍນາ ບໍ່ໃຫ້ປ່ອຍນໍ້າເສັຍ ລົົງໃສ່ໜອງຫານອີກຕໍ່ໄປ ໃຫ້ທາງໂຮງງານ ຫາທາງປ່ອຍຖິ້ມບ່ອນອື່ນ ເພາະຊາວ ບ້ານ ບໍ່ຢາກສ່ຽງຕໍ່ໄປອີກ.
ປາຕາຍມາຕັ້ງແຕ່ກາງເດືອນ ຕຸລາ ຜ່ານມາ ແຕ່ຈົນຮອດປັດຈຸບັນ ທາງການທີ່ກ່ຽວຂ້ອງຂອງລາວ ກໍຍັງບໍ່ສາມາດສລຸບໄດ້ວ່າ ເປັນຍ້ອນ ສາເຫດ ຫຍັງ ແລະ ໃຜຕ້ອງຮັບ ຜິດຊອບ ມີພຽງແຕ່ບອກໃຫ້ຮູ້ວ່າ ປາຕາຽຍ້ອນ ອ໊ອກຊີເຈັນ ໃນນໍ້າ ຢູ່ໜອງຫານ ນັ້ນໜ້ອຍໂພດ.