ເຫດໄພນໍ້າຖ້ວມຢູ່ ຂ.ຄໍາມ່ວນ

ວັນທີ 8 ສິງຫາ 2015, ທີມງານ OFF ROAD ແລະ ຜູ້ໃຈບຸນ ໄດ້ເຕົ້າໂຮມກັນ ທີ່ເດີ່ນທາດຫຼວງ, ນະຄອນ ຫຼວງວຽງຈັນ ເພື່ອເດີນທາງ ນໍາເອົາເຄືອງ ໄປຊ່ວຍພີ່ນ້ອງ ທີ່ໄດ້ຮັບ ຜົນກະທົບ ຈາກໄພນ້ຳຖ້ວມ ທີ່ ແຂວງບໍຣິຄຳໄຊ.
ວັນທີ 8 ສິງຫາ 2015, ທີມງານ OFF ROAD ແລະ ຜູ້ໃຈບຸນ ໄດ້ເຕົ້າໂຮມກັນ ທີ່ເດີ່ນທາດຫຼວງ, ນະຄອນ ຫຼວງວຽງຈັນ ເພື່ອເດີນທາງ ນໍາເອົາເຄືອງ ໄປຊ່ວຍພີ່ນ້ອງ ທີ່ໄດ້ຮັບ ຜົນກະທົບ ຈາກໄພນ້ຳຖ້ວມ ທີ່ ແຂວງບໍຣິຄຳໄຊ. (ໂທລະໂຄ່ງ-ທີມງານອອຟໂຣດ)

0:00 / 0:00

ເຫດການ ນໍ້າຖ້ວມ ຢູ່ ເຂດ ເມືອງ ມະຫາໄຊ, ໜອງບົກ ແລະ ເຊບັ້ງໄຟ ແຂວງ ຄໍາມ່ວນ, ທີ່ ເກີດຈາກ ຝົນ ຕົກ ຕິດຕໍ່ກັນ ຫຼາຍມື້ ແລະ ເຮັດໃຫ້ ນໍ້າ ເຊບັ້ງໄຟ ລົ້ນຝັ່ງ ໄຫຼຖ້ວມ ບ້ານເຮືອນ ແລະ ໄຮ່ນາ ໃນຄັ້ງນີ້, ສ່ວນນຶ່ງ ກໍແມ່ນ ຈາກ ການປ່ອຍ ນໍ້າ ອອກຈາກ ອ່າງເກັບນໍ້າ ຕາມ ປົກກະຕິ ຂອງ ເຂື່ອນ ນໍ້າເທີນ 2 ແຕ່ມັນ ກໍບໍ່ໄດ້ ມີສ່ວນ ຫຼວງຫຼາຍ ພໍເທົ່າໃດ, ຍ້ອນວ່າ ຣະດັບ ນໍ້າ ເຊບັ້ງໄຟ ຍັງຕໍ່າຢູ່. ຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ເມືອງ ມະຫາໄຊ ໃນວັນທີ 6 ສິງຫາ ຜ່ານມາ:

"ເຂື່ອນ ກ່າມີສ່ວນ ຫັ້ນແລ້ວ ແຕ່ວ່າ ບໍ່ມີຜົນ ກະທົບ ຫຍັງດອກ, ເພາະວ່າ ນໍ້າ ບໍ່ທັນສູງ, ແຕ່ວ່າ ນໍ້າເຖິງ ຣະດັບ ສັນຍານ ເພິ່ນ ເຕືອນພັຍ ແລ້ວ ເພິ່ນປິດ 14.80 ແມັດ ຫາ 15 ແມັດ ຂຶ້ນໄປດ ເພິ່ນກ່າ ປິດແລ້ວ, ປິດ ແຕ່ລະ ເຄື່ອງ ໄປ. ຖ້າວ່າ ຝົນ ຍັງຕົກ, ນໍ້າຍັງມີ ຂຶ້ນອີກ ເພິ່ນກ່າປິດ ໄປແຕ່ລະ ເຄື່ອງ ຈົນ ຄົບ, ຈົ່ງໄວ້ແຕ່ ເຄື່ອງ ຜລິດໄຟ ຢູ່ ໃນແຂວງ ນີ້ລະ, ແຕ່ວ່າ ເພິ່ນ ກ່າບໍ່ໄດ້ ປ່ອຍລົງສູ່ ຄອງໃຫຽ່. ເພິ່ນໃສ່ ອ່າງສະສົມ ໄວ້ ໃນຣະຫ່ວາງ ອາທິດ ນຶ່ງ ນີ້ລະ".

ໃນ ວັນສຸກ ຕໍ່ມາ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ຫ້ອງການ ເມືອງ ເຊບັ້ງໄຟ ແລະ ໜອງບົກF ແຕ່ບໍ່ມີ ຜູ້ຮັບສາຍ. ຣາຍງານ ໜັງສືພິມ ທາງການ ໃນວັນພຸດ ຜ່ານມາ ວ່າ ນໍ້າຖ້ວມ ຢູ່ເຂດ ເມືອງ ເຊບັ້ງໄຟ ມີ ຜົນກະທົບ ຕໍ່ 13 ບ້ານ ຊຶ່ງມີ 426 ຄອບຄົວ ແລະ ໃນຕອນນັ້ນ, ຣະດັບ ນໍ້າ ເຊບັ້ງໄຟ ສູງຂຶ້ນ ເຖິງ 18 ແມັດ ກັບ 16 ເຊັນຕີແມັດ, ແຕ່ກໍ ຕໍ່າກວ່າ ຂີດ ອັນຕຣາຍ 18.50 ແມັດ.

ທ່ານ ອະທິບາຍ ວ່າ, ຖ້າຣະດັບ ນໍ້າເຊ ຢູ່ ມະຫາໄຊ ບໍ່ສູງ, ໂອກາດ ນໍ້າຈະຖ້ວມ ເຂດລຸ່ມ ເຊັ່ນ, ເຂດເມືອງ ໜອງບົກ ແລະ ເມືອງ ເຊບັ້ງໄຟ ກໍມີໜ້ອຍ ນອກຈາກ ວ່າ ຣະດັບ ນໍ້າຂອງ ສູງຫຼາຍ ມັນກໍຈະ ຍື່ງຂຶ້ນຖ້ວມ ໄດ້ ເຊັ່ນກັນ. ເມື່ອ ຖາມເຖິງ ຄວາມເສັຽຫາຍ ຢູ່ເຂດ ເມືອງ ມະຫາໄຊ, ທ່ານ ກໍວ່າ ບໍ່ມີຫຍັງ ຫຼາຍ:

"ຜົນເສັຽຫາຍ ກ່າບໍມີ ຫຍັງ ປານໃດ ຕາມເບີ່ງນີ້ ຄນະ ກັມມະການ ເພິ່ນ ຈຶ່ງບໍ່ໄດ້ ຣາຍງານ ເພາະວ່າ ນໍ້າຖ້ວມ ແຕ່ພື້ນທີ່ ທໍາການຜລິດ. ສິ່ງປູກສ້າງ ບໍ່ໄດ້ຮັບ ຜົນ ເສັຽຫາຍ ຫຍັງໝົດ".

ໃນ ມື້ດຽວກັນ ເຈົ້າໜ້າທີ່ ແຂວງ ຄໍາມ່ວນ ບອກວ່າ ເມືອງ ທີ່ ຖືກນໍ້າຖ້ວມ ເລື້ອຍໆ ມີ 6 ເມືອງ ຄື, ຄູນຄໍາ, ຫີນບູນ, ໜອງບົກ, ເຊບັ້ງໄຟ, ມະຫາໄຊ, ຍົມມະລາດ.
ແລະວ່າ ຖ້າ ເຫດການ ນໍ້າຖ້ວມ ຮ້າຍແຮງ ແທ້, ຢູ່ໜອງບົກ ແລະ ເຊບັ້ງໄຟ ທັງສອງ ເມືອງນີ້ ກໍ ຈະແຈ້ງການ ຢ່າງ ຮີບດ່ວນ ມາ ທາງແຂວງ ທັນທີ.

ກົມ ອຸຕຸນິຍົມ ໄດ້ ປ່າວເຕືອນ ໃຫ້ ປະຊາຊົນ ທີ່ ອາໄສ ຢູ່ຕາມ ແຄມນໍ້າເຊ ແລະ ນໍ້າຂອງ ຈົ່ງ ຕິດຕາມ ຂ່າວ ດິນຟ້າ ອາກາດ ເປັນ ລະຍະໆ.