ເຂື່ອນນໍ້າເທີນ 1 ໄດ້ຍ້າຍອີກ 1 ບ້ານ
2020.12.04

ບໍຣິສັດເຂື່ອນນໍ້າເທີນ 1 ໃນ ແຂວງບໍຣິຄໍາໄຊ ຈະໂຍກຍ້າຍປະຊາຊົນ ອອກໄປຢູ່ບ່ອນ ໃໝ່ເພີ່ມອີກ 1 ບ້ານ ຄືບ້ານເມືອງມ່ວນ ເມືອງວຽງທອງ ຈໍານວນ 84 ຄອບຄົວ ຍ້ອນບໍຣິສັດ ຕັນເຂື່ອນ ທີ່ເຮັດໃຫ້ຣະດັບນໍ້າໜ້າເຂື່ອນ ເພີ່ມສູງຂຶ້ນຫຼາຍ ຈົນຖ້ວມເຮືອນ ແລະ ນາຊາວບ້ານ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຢູ່ເມືອງວຽງທອງ ຕໍ່ RFA ໃນມື້ວັນທີ 4 ທັນວານີ້:
“ຖ້າວ່ານໍ້າຍຶ່ງມາຫັ້ນນະ ເພິ່ນຕັນນໍ້າມັນຈະຖ້ວມ ຖ້ວມຫັ້ນຈະຢູ່ໃນຣະດັບ 80-90% ນີ້ແຫຼະ ແລ້ວເພິ່ນຈະໄດ້ຍ້າຍຈາກ ບ່ອນຕໍ່າ ຫັ້ນໄປຂຶ້ນບ່ອນສູງ. ຄັນບໍ່ຍັບຍ້າຍມານໍ້່າ ສິຖ້ວມ ມັນຈະສ້າງຜົລກະທົບ ອີກເທື່ອທີ 2 ຫັ້ນນ່າ.”
ທ່ານເວົ້າວ່າ ບ້ານເມືອງມ່ວນ ຕັ້ງຢູ່ໃກ້ກັບນໍ້າມ່ວນ, ທີ່ຜ່ານມາກໍບໍ່ເຄີຍເກີດນໍ້າຖ້ວມຈັກ ເທື່ອ. ເມື່ອເກີດນໍ້າຖ້ວມ ຫ້ອງການເມືອງ ວຽງທອງ ແລະ ແຂວງບໍຣິຄໍາໄຊ ຈຶ່ງສເນີໃຫ້ ບໍຣິສັດ ເຂື່ອນນໍ້າເທີນ 1 ໂຍກຍ້າຍຊາວບ້ານ ອອກຈາກທີ່ເດີມ ຂຶ້ນໄປຢູ່ບ່ອນສູງ ເພື່ອ ບໍ່ໃຫ້ເກີດ ຜົລກະທົບຕໍ່ ຊາວບ້ານ ໃນໄລຍະຍາວ ໂດຍທີ່ທາງບໍຣິສັດ ຈະສ້າງເຮືອນ ຈັດສັນ ແລະ ໃຫ້ເງິນຊົດເຊີຍ ຕາມການປະເມີນ ຄວາມເສັຍຫາຍ.
ຊາວບ້ານທີ່ໄດ້ຮັບ ຜົລກະທົບເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຜົລກະທົບທີ່ອາຈເກີດຂຶ້ນ ຊາວບ້ານບໍ່ສາມາດ ຫລີກລ່ຽງໄດ້, ຈໍາຕ້ອງຍອມໂຍກຍ້າຍ ທັງໆທີ່ບໍ່ເຕັມໃຈຈັກດີ້. ການໂຍກຍ້າຍເທື່ອນີ້ ແມ່ນຫຍັບຂຶ້ນໄປບ່ອນສູງ ແຕ່ກໍຍັງຢູ່ ໃນເຂດບ້ານເກົ່າ. ການໂຍກຍ້າຍໄປຢູ່ບ່ອນໃໝ່ ສິ່ງສໍາຄັນ ສໍາລັບຊາວບ້ານ ຄືບໍ່ມີດິນໄຮ່ດິນນາ ພໍໄດ້ ປູກເຂົ້າກິນ, ທ່ານກ່າວ:
“ເຈົ້າ ໄດ້ຮັບຜົລກະທົບອັນນັ້ນ ນໍ້າເທີນ 1 ເດ້ ເກີດຄວາມສ່ຽງແລ້ວຂະເຈົ້າລະຫຍັບຍ້າຍຂຶ້ນເທິງໜ້ອຍນຶ່ງ. ທົ່ງນານີ໋ກະ ຂະເຈົ້າ ໃຫ້ອັນນັ້ນແລ້ວ ກະບໍ່ມີແລ້ວ ບໍ່ມີໆ ທົ່ງນາໃຫ້ເລີຍ ເອີ໋ ຊອກຫາເນື້ອທີ່ ບໍ່ໄດ້ນ່າ ມັນບໍ່ມີ.”
ຊາວບ້ານຜູ້ນີ້ ເວົ້າວ່າ ເບື້ອງຕົ້ນ ບໍຣິສັດເຂື່ອນນໍ້າເທີນ 1 ໄດ້ຕົກລົງກັບຊາວບ້ານວ່າ ຈະຊົດເຊີຍເງິນໃຫ້ຊາວບ້ານ ຜູ້ທີ່ຈະເສັຽ ດິນນາ ຈໍານວນ 120 ລ້ານກີບ ຕໍ່ເຮັກຕາ, ຈະສ້າງ ເຮືອນຈັດສັນໃຫ້ໃໝ່ ຄອບຄົວລະ 1 ຫລັງ, ແຕ່ປັດຈຸບັນ ຍັງບໍ່ໄດ້ຮັບເງິນ ຊົດເຊີຍ ທີ່ວ່າຈະໃຫ້ນັ້ນເທື່ອ.
ຊາວບ້ານອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າປັດຈຸບັນ ເຮືອນແລະດິນ ເພື່ອທໍາມາຫາກິນຖືກນໍ້າຖ້ວມ ໄປໝົດແລ້ວ, ຊາວບ້ານ ທີ່ກາຍເປັນຄົນ ບໍ່ມີອາຊີບ, ບໍ່ມີຣາຍໄດ້ນັ້ນ ຮຽກຮ້ອງໃຫ້ ບໍຣິສັດເຂື່ອນນໍ້າເທີນ 1 ແລະ ທາງການລາວ ຊ່ອຍຫາອາຊີບ ທີ່ໝັ້ນຄົງໃຫ້ດ່ວນ ແລະແກ້ໄຂບັນຫາເຣື່ອງນໍ້າ ໃນເຂດຈັດສັນໃໝ່ ເພາະໄປສ້າງຢູ່ເຂດພູ ເຮັດໃຫ້ຫານໍ້າ ເພື່ອປູກຝັງ ແລະລ້ຽງສັດບໍ່ໄດ້.
“ຂໍເປັນກຸ່ມ ບ້ານຢາກລ້ຽງໄກ່ບໍ່, ກຸ່ມຢາກລ້ຽງງົວ, ກຸ່ມຢາກລ້ຽງຄວາຍ, ກຸ່ມຢາກປູກຜັກພິສັງຫັ້ນນ່າ, ບາດນີ້ເຂົາກະຖາມແຫຼ່ງ ທຶນນັ້ນ ກະບ່ອນທໍາການຜລິດມັນ ຢູ່ໃສບາດນີ໋. ແຕ່ວ່າດິນປູກຝັງ ມັນໃຊ້ນໍ້າຢູ່ໃສ ດິນປູກຜັກ ເພາະດິນສ່ວນຫລາຍມັນເປັນພູ ໝົດເນາະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ບໍຣິສັດເຂື່ອນນໍ້າເທີນ 1 ກ່າວຕໍ່ RFA ໃນມື້ວັນທີ 4 ທັນວາ ນີ້ວ່າຊາວບ້ານເມືອງມ່ວນ ໄດ້ຮັບ ຜົລກະທົບຈາກການຕັນນໍ້າ ຂອງເຂື່ອນນີ້ແທ້ ແລະ ໄດ້ເກີດຂຶ້ນໃນຣະດູຝົນ ທີ່ຜ່ານມານີ້. ທາງບໍຣິສັດ ກໍຮັບຜິດຊອບ ໂດຍຈະໂຍກຍ້າຍ ຊາວບ້ານ ຂຶ້ນໄປຢູ່ບ່ອນສູງ ແລະ ຈະສ້າງເຮືອນຈັດສັນ ພ້ອມໂຄງລ່າງພື້ນຖານ ທຸກຢ່າງໃຫ້.
“ເຂື່ອນເຮັດມາ ກະເປັນເຂື່ອນໃຫຍ່ຢູ່ຫັ້ນນ່າ. ແຜນນີ໋ແມ່ນອັນ ກະແມ່ນແຜນທີ່ຈະໂຍກຍ້າຍ ປະຊາຊົນຈາກບ້ານທີ່ຖືກຜົລກະທົບ ຈາກບ້ານທີ່ເວລາຕັນເຂື່ອນແລ້ວ ນໍ້າຖ້ວມຫັ້ນນ່າ. ຄ່າຊົດເຊີຍ ພວກເຮົາຈະຊົດເຊີຍ ຫຼັງຈາກທີ່ປະຊາຊົນ ໄດ້ຮັບການ ໂຍກຍ້າຍ ຈາກບ້ານເກົ່າ ໄປສູ່ບ້ານແລ້ວເນາະ.”
ເຈົ້າໜ້າທີ່ຜູ້ນີ້ເວົ້າວ່າ ຕາມແຜນ ຈະໂຍກຍ້າຍຊາວບ້ານເມືອງມ່ວນ ທັງໝົດໄປຢູ່ເຮືອນ ຈັດສັນໃໝ່ປະມານ ເດືອນເມສາ ຫາພຶສພາ ປີໜ້າ ຄືຈະໃຫ້ແລ້ວທັນກ່ອນຈະເຖິງ ຣະດູຝົນ.
ໂຄງການເຂື່ອນນໍ້າເທີນ 1, ຕາມຣາຍງານການປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຄືຊາວບ້ານ ທີ່ໄດ້ຮັບຜົລກະທົບ ທັງໝົດມີ 7 ບ້ານ, 624 ຄອບຄົວ.
ໃນນັ້ນມີບ້ານທ່າເດື່ອ 139 ຄອບຄົວ, ບ້ານພຽງຕົ້ນ 69 ຄອບຄົວ, ບ້ານສົມບັດ 35 ຄອບຄົວ, ບ້ານກົກຕົ້ນ 59 ຄອບຄົວ, ບ້ານວັງມາກ 118 ຄອບຄົວ, ບ້ານນໍ້າມືດ 79 ຄອບຄົວ ແລະ ບ້ານໂພນໂຮມ 125 ຄອບຄົວ.
ມາເຖິງປັດຈຸບັນໄດ້ ໂຍກຍ້າຍຊາວບ້ານ ທັງໝົດ ໄປຢູ່ເຂດຈັດສັນໃໝ່ ບ້ານຫ້ວຍຫອຍ ແລ້ວ ແຕ່ເດືອນພຶສພາ ຜ່ານມານີ້ ແລະ ໃຫ້ເງິນອຸດໜູນ ຄ່າເຂົ້າ ແລະອາຫານ ປະມານ 2 ແສນກີບ ຕໍ່ຄົນຕໍ່ເດືອນ ເປັນໄລຍະເວລາ 3 ປີ ຊຶ່ງບໍຣິສັດ ເຂື່ອນນໍ້າເທີນ 1 ເລີ່ມຈ່າຍມາແຕ່ເດືອນ ພຶສພາ 2020 ເນື່ອງຈາກ ຍັງບໍ່ສາມາດ ຊອກຫາອາຊີບ ແລະ ທີ່ດິນທໍາມາຫາກິນ ໃຫ້ຊາວບ້ານໄດ້ເທື່ອ.
ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຂນາດ 650 ເມກາວັດ ມູລຄ່າການກໍ່ສ້າງປະມານ 900 ລ້ານໂດລາສະຫະຣັຖ ໄດ້ເລີ່ມກໍ່ສ້າງ ມາແຕ່ປີ 2014 ແລະ ຄາດວ່າຈະສໍາເຣັດ ໃນປີ 2022. ເປັນໂຄງການຮ່ວມທຶນ ຣະຫວ່າງ ບໍຣິສັດພອນສັກ Group 60%, ບໍຣິສັດເອັກໂກ Group ຂອງໄທ -25% ແລະ ບໍຣິສັດຜລິດ ໄຟຟ້າລາວ 15%. ໄລຍະສັມປະທານ 27 ປີ.
ອີງຕາມ ສັນຍາຊື້-ຂາຍ ໄຟຟ້າ ທີ່ຜລິດໄດ້ຈາກເຂື່ອນ ແຫ່ງນີ້ ແມ່ນຈະຂາຍໃຫ້ ໄທຍ 80% ແລະ ຂາຍໃຫ້ຣັຖວິສາຫະກິດ ໄຟຟ້າລາວ 20%.