ທາງການຊ່ອຍຊາວບ້ານ ສ້ອມແປງ ຖນົນ

ອຸ່ນແກ້ວ ສຸກສະຫວັນ
2017.07.11
f-namtha1 ໝູ່ບ້ານຈັດສັນ ທີ່ທາງໂຄງການ ເຂື່ອນນໍ້າທາ1 ຍົກຍ້າຍຊາວບ້ານ ເຂົ້າມາຢູ່
Screen captured VT times video

ທາງການລົງສ້ອມແປງຖະໜົນ ຄວາມຍາວ 25 ກິໂລແມັດ ເພື່ອຊ່ວຍເຫລືອ ຊາວບ້ານ ໃນເຂດ ບ້ານຈັດສັນ ເຂື່ອນນ້ຳທາ1 ເມືອງນາແລ ແຂວງຫລວງນ້ຳທາ ແລ້ວ ໃນເດືອນ ມິຖຸນາ ທີ່ຜ່ານມາ ຫຼັງຈາກ ຊາວບ້ານບໍ່ສາມາດ ໃຊ້ຖະໜົນ ດັ່ງກ່າວໄດ້. ດັ່ງຊາວບ້ານຜູ້ທີ່ບໍ່ປະສົງ ອອກຊື່ ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 10 ກໍຣະກະດາ ວ່າ:

"ທາງໄປສູ່ບ່ອນຜລິດ ທາງເໜືອ ສຳເລັດໃນເດືອນ 6 ສຳເລັດໄປແລ້ວ ໄດ້ 25 ກິໂລແມັດ ກໍຖືວ່າ ຂັ້ນເທິງ ພາກຣັຖ ຂະເຈົ້າ ກໍແກ້ໄຂ ມີການສ້ອມ ມີການປູແຮ່ ເຮັດໃຫ້ປະຊາຊົນ ໄປທຳການຜລິດ ນີ້ ບາດນີ້ ທະລຸໄປໝົດ ສຳເລັດໄລຍະ ທ້າຍເດືອນ 6 ນີ້ນະ".

ທ່ານອະທິບາຍວ່າ ເສັ້ນທາງທີ່ຂັ້ນເທິງ ລົງມາຊ່ວຍແປງ ແລະປູຫີນແຮ່ ໃຫ້ນັ້ນ ເປັນທາງດິນແດງ ສອງເລນ ຢູ່ທາງເໜືອ ຂອງເຂດບ້ານ ຈັດສັນ ຂອງຜູ້ຖືກຜົນກະທົບ ນ້ຳທາ1 ແລະ ປະຊາຊົນສາມາດ ເດີນທາງລັດໄປເຮັດການຜລິດ ຢູ່ເຂດບານເດີມ ຂອງເຂົາເຈົ້າ. ເສັ້ນທາງ ດັ່ງກ່າວ ເຮັດໃຫ້ປະຊາຊົນ ສະດວກ ສະບາຍຂຶ້ນ ໃນການໄປ ເຮັດໄຮ່ເຮັດນາ ຫລັງຈາກແຕ່ກ່ອນ ຊາວບ້ານຕ້ອງລຳບາກຍ້ອນ ຖະໜົນ ຫົນທາງ ຈາກບ້ານຈັດສັນ ໄປເຂດບ້ານເກົ່າ ຍ້ອນໄປບໍ່ໄດ້ເລີຍ, ດັ່ງເຈົ້າໜ້າທີ່ ທາງການ ທ່ານນຶ່ງ ກ່າວວ່າ:

"ຫຍຸ້ງຍາກທີ່ສຸດດຽວນີ້ ເດີມຈະຫັນໄປຮອດເຂດ ອັນນ່າ ບ້ານເກົ່າຖືວ່າບໍ່ໄດ້ເລີຍນະ ດຽວນີ້ນະ ເຂົ້າໄປກໍຍາກສຸດ ລົດຈັກໄປກໍຍັງລຳບາກ ສຸດໆ ຄັນຝົນຕົກນີ້ ຖືວ່າບໍ່ໄດ້ໄປ ຢຸດເຊົາ ເລື້ອງການເຄື່ອນໄຫວ ເລື້ອງການ ອອກແຮງງານນີ້ ໄລຍະຝົນນີ້ ຖືວ່າໄປບໍ່ໄດ້ແລ້ວ ດຽວນີ້ນະ ເສັ້ນທາງນີ້ ເພິ່ນກໍວ່າ ຈະໄປປັບປຸງວ່າ ຈະແຕ່ງແຕ່ວ່າ ຈະເຮັດຕາມຂໍ້ ກຳນົດຕົກລົງ ແຕ່ວ່າ ຄວາມຈິງແທ້ ກໍບໍ່ເກີດ ເວົ້າໄປ ເວົ້າມານະ ແນວນີ້ນະ ບໍ່ເຄື່ອນໄຫວ ອີ່ຫຍັງເລີຍ".

ໄລລະຍຜ່ານມາ ບ້ານຈັດສັນເຂດນ້ຳທາ1 ຕ້ອງປະສົບກັບ ຫລາຍບັນຫາ ທັງເລື້ອງທີ່ດິນ ທຳການຜລິດ ແລະ ລະບົບນ້ຳສະອາດ ທີ່ ໂຄງການ ເຄີຍເວົ້າວ່າ ຈະຈັດສັນໃຫ້ ຊາວບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.