ມ.ນາໝໍ້ ຂໍໃຫ້ຊ່ອຍສ້ອມແປງ ຖນົນ
2017.07.26

ປະຊາຊົນເຂດ ບ້ານປາງດູ, ບ້ານນາຄາມ ແລະ ບ້ານຫ້ວຍນ້ຳຄາມ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຄອງຖ້າທາງການ ລົງຊ່ວຍສ້ອມແປງ ຖະໜົນທີ່ເປ່ເພ ຈາກບ້ານເຂົ້າໄປຫາ ຕົວເມືອງ ຄວາມຍາວ 10 ກິໂລແມັດ. ໃນຊ້ວງນີ້ ເປັນຍາມຝົນ ເຮັດໃຫ້ເສັ້ນທາງ ເປັນຫລຸບເປັນຂຸມ ເຮັດໃຫ້ ປະຊາຊົນ ສັນຈອນລຳບາກ, ດັ່ງຊາວບ້ານຜູ້ນຶ່ງ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 25 ກໍຣະກະດາ ນີ້ວ່າ:
"ຊ້ວງໄລຍະນີ້ ອັນທາງໃຫຍ່ ເຂົ້າຫາບ້ານ ມັນມີປະມານ 10 ກິໂລແມັດກວ່າ ນີ້ແຫລະ ມັນເສັ້ນທາງດິນແດງ ເຂົາມາທະລຸໃຫ້ໄດ້ 3 ປີ ເຂົາເອົາແຫ່ ເອົາຫຍັງປູໄປ ດຽວນີ້ ຝົນຕົກ ມັນເປັນເຂດພູດອຍ ບາດນີ້ ຝົນຕົກລົມແຮງ ມັນນ້ຳປ່າ ນີ້ໄຫລເຊາະລົງ ມັນເປັນຫ້ອງເປັນຂຸມ ແລ້ວທີ່ນີ້ກໍ ຍາມການເຈັບ ກໍຈະເອົາໄປໂຮງໝໍ ໄປສຸຂສາລາ ນີ້ກໍໄປບໍ່ໄດ້ ມັນເສັ້ນທາງ ມັນຫຍຸ້ງຍາກຫລາຍ ຝົນຕົກລົງມາ ພູຫລາຍແລ້ວ ກໍມີນ້ຳປ່າ ໄຫລເຊາະ ລົງແລ້ວ ເຮັດໃຫ້ມີການ ເປ່ເພໄວນີ້".
ຖນົນເສັ້ນດັ່ງກ່າວ ທາງການເຂົ້າມາເຮັດໃຫ້ເມື່ອ 3 ປີ ກ່ອນ ເປັນທາງດິນແດງຂະໜາດ 1 ເລນ ແລະ ເປັນເສັ້ນທາງດຽວ ທີ່ປະຊາຊົນ 3 ບ້ານໃຊ້ທຽວເຂົ້າມາ ໃນຕົວເມືອງ. ໃນລະດູແລ້ງ ເສັ້ນທາງນີ້ ຖືກວ່າ ໃຊ້ການໄດ້ດີ ເຖີງວ່າຈະມີຂີ້ຝຸ່ນ ຫລາຍກໍຕາມ ແຕ່ໃນຍາມຝົນ ເລີ້ມ ຈາກເດືອນນີ້ ໄປຫາທ້າຍເດືອນ 10 ຈະໃຊ້ການ ບໍ່ໄດ້ເລີຍ.
ທ່ານກ່າວຕື່ມອີກວ່າ ທາງການກໍໄດ້ໃຫ້ ບໍຣິສັດຮັບເໝົາ ມາເຮັດໂດຍໃຫ້ ງົບປະມານ ຈໍານວນນຶ່ງ ແຕ່ບໍຣິສັດ ເຮັດໃຫ້ແຕ່ເທື່ອດຽວ ຕໍ່ມາ ກໍບໍ່ມີອີກເລີຍ:
"ແຈ້ງໃຫ້ເຂົາມາສຳຣວດ ກາເບິ່ງແລ້ວ ເຂົາກໍມາເຮັດເທື່ອດຽວ ນັ້ນແຫລະ ແລ້ວດຽວນີ້ ບໍ່ມາເບິ່ງຈັກເທື່ອເລີຍ ທຶນມັນກໍຫລາຍ ສົມຄວນນະ ແຕ່ຂະເຈົ້າເຮັດ ເປັນຂະໜາດນ້ອຍໆ ແຕ່ເງິນນີ້ ມັນຫາຍໄປໝົດນະ ຊາວບ້ານນີ້ ເຂົາຢາກເວົ້າ ຢາກວ່າ ຫຼາຍທີ່ສຸດ ເຂົາມີທຶນ ເຂົາມາເຮັດ ແຕ່ວ່າ ເຂົາກິນຫລາຍ ເງິນຫັ້ນນ່າ ມາຕົກເຂົາ ໄປນຳ ບໍຣິສັດມາເຮັດ ບໍຣິສັດ ກໍ່ສ້າງນີ້ນະ".
ໃນໄລຍະ 3 ປີ ຜ່ານມາ ປະຊາຊົນ ຢູ່ເຂດບ້ານດັ່ງກ່າວ ຕ້ອງໄດ້ພາກັນ ຍ່າງໄປໂຮງໝໍ ຢູ່ໃນເມືອງ ໄປຂາຍສິນຄ້າ ແຕ່ເດືອນ 6 ໄປຫາ ເດືອນ 10 ໂດຍ ໃຊ້ເວລາຍ່າງ ເກືອບ 3 ຊົ່ວໂມງ.