ຜົນກະທົບຈາກເຂື່ອນ ນໍ້າຄານ

ໄມຊູລີ
2017.05.16
f-namkhan3 ເຂື່ອນນໍ້າຄານ 3 ທີ່ສ້າງສໍາເຣັດ ແລະເປີດໃຊ້ແລ້ວ
screen captured

ເຂື່ອນນໍ້າຄານ 2 ແລະ 3 ສ້າງຜົນກະທົບ ຕໍ່ຄວາມໝັ້ນຄົງ ດ້ານອາຫານ ໃນເມືອງຊຽງເງິນ ແຂວງຫລວງພຣະບາງ. ທຸກມື້ນີ້ ຊາວບ້ານ ທີ່ອາສັຍຢູ່ໃຕ້ ເຂື່ອນ ເຄີຍຫາໄຄຫິນ ຂາຍແລະມາກິນ ໃນຄອບຄົວ ບໍ່ສາມາດເກັບໄຄ ໄດ້ອີກແລ້ວ. ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ ເອເຊັຍເສຣີ ໃນວັນທີ່ 15 ພຶສພາ ວ່າ:

“ນໍ້າ ມັນຈະບໍ່ປົກກະຕິເນາະ ເພາະວ່າເຮົາຢູ່ ກ້ອງເຂື່ອນ ແລ້ວບາງເທື່ອ ຝົນມາເຂົາເຈົ້າ ປ່ອຍນໍ້າມາແລ້ວ ນໍ້າຂຸ້ນ ແລະກໍເຮັດໄຄໄຫລໄປ ຄືວ່າຕະກິ້ ຫັ້ນເນາະ ຢູ່ຊຽງເງິນ ເຂົາເຈົ້າ ອາສັຍນໍ້າຄານ ເຮັດບ່ອນ ຊອກຢູ່ຫາກິນ ຫາປູຫາປາ ມີຫຍັງ ປະມານນີ້ ຫຼືບໍກໍຍາມໄຄ ແລ້ວ ກໍເອົາໄຄ ມາເຮັດໄຄແຜ່ນ ຈັ່ງຊິ້ນະ ດຽວນີ້ບໍ່ໄດ້ ເຮັດເລີຍ ດຽວນີ້ນະ”.

ທ່ານວ່ານອກຈາກຍາມຝົນ ທີ່ເຂື່ອນມັກປ່ອຍນໍ້າຫລາຍ ຈົນໄຄຫິນໄຫລ ໄປກັບນໍ້າແລ້ວ ຍາມຣະດູຮ້ອນ ຊາວບ້ານ ກໍບໍ່ສາມາດ ເກັບໄຄໄດ້ ຄືກັນ ຍ້ອນວ່າ ລະດັບນໍ້າຄານ ຈະຫລຸດລົງຫລາຍ  ບາງເທື່ອ ກໍເກືອບແຫ້ງ ເຮັດໃຫ້ໄຄຫິນ ບໍ່ມິເຊື້ອ ບໍ່ສາມາດ ເຕິບໂຕໄດ້ ສ່ວນບ້ານທີ່ ຖືກຜົນກະທົບນັ້ນ ຊາວບ້ານທີ່ຫາໄຄ ເກືອບທຸກບ້ານ ທີ່ຢູ່ກ້ອງເຂື່ອນ ເປັນຕົ້ນ ບ້ານຈັດສັນ ສາມັກຄີໄຊ ດຽວນີ້ ຫາກຈະຊື້ໄຄ ກໍຕ້ອງໄປ ຊອກຊື້ ຢູ່ ເມືອງຫລວງພຣະບາງ ຊື່ງເປັນຜົນຜລິດ ຈາກ ນໍ້າສາຍອື່ນ ເພາະນໍ້າຄານ ບໍ່ມີແລ້ວ.

“ພະນັກງານກໍເຮັດຕະກິ້ຫັ້ນ ເພາະວ່າເລີກວຽກເລີກການແລ້ວ ກໍໄປລົງນໍ້າເກັບໄຄ ເກັບຫຍັງມາຕົ້ມ ໄວ້ເຮືອນໄວ້ກິນ ໄວ້ຕ້ອນພີ່ຕ້ອນນ້ອງ ມີຫຍັງ ປະມານນີ້ ແຕ່ດຽວນີ້ ກໍບໍ່ໄດ້ ເຮັດເລີຍແຫລະ ມີແຕ່ໄປຊື້ເອົາ ຢູ່ເມືອງຫລວງ ເຂົາເຈົ້າ ເຮັດນໍ້າອູ ຈາກນໍ້າອູ ຈາກເມືອງນໍ້າບາກ ມັນກໍເຮັດບໍ່ໄດ້ ສະເພາະ ບາງເຂດ ຊື່ໆນະ ຍັງເຮັດໄດ້ຢູ່ ໄຄນໍ້າຂອງ ກໍເຮັດໄຄ ໄດ້ຢູ່ ແຕ່ ຢູ່ຊຽງເງິນ ກໍບໍ່ຄ່ອຍເຮັດ ແລ້ວດຽວນີ້”.

ເຂື່ອນນໍ້າຄານ 2 ແລະ 3 ເປິດໄຊ້ ໃນຣະຫວ່າງປາຍປີ 2016 ທີ່ຜ່ານມາ ແຕ່ບໍ່ສາມາດ ຜລິດໄຟຟ້າ ໄດ້ເຕັມສ່ວນ ເນື່ອງຈາກນໍ້າແຫ້ງ ໂດຍສະເພາະ ໃນຣະດູແລ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.