ເຂື່ອນກະທົບຊຸມຊົນ ທ້ອງຖິ່ນ

ສິດນີ
2017.06.19
F-Nam-Ou ສາຍລໍານໍ້າອູ ໃນເຂດແຂວງຫຼວງພຣະບາງ
RFA/NY

ປັດຈຸບັນ ຊາວບ້ານທ້ອງຖິ່ນ ໃນເຂດພາກເຫນືອ ຕ່າງກໍໄດ້ຮັບ ຜົລກະທົບຈາກໂຄງການ ເຂື່ອນນ້ຳອູ ແລະນ້ຳຄານ ຍ້ອນເຂື່ອນດັ່ງກ່າວ ເຮັດໃຫ້ນ້ຳໄຫຼ ບໍ່ເປັນປົກກະຕິ ຊຶ່ງກະທົບຕໍ່ ການຫາປາ ແລະການເກັບໄຄຫີນ ຂອງປະຊາຊົນ ໄດ້ໜ້ອຍລົງ. ດັ່ງ ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງກ່າວວ່າ:

"ນ້ຳມັນຈະບໍ່ປົກກະຕິເນາະ ເພາະວ່າເຮົາຢູ່ກ້ອງເຂື່ອນ ແລ້ວບາງເທື່ອ ຝົນມາ ຂະເຈົ້າປ່ອຍນ້ຳມາແລ້ວ ກໍນ້ຳຂຸ່ນແລ້ວ ກໍເຮັດໃຫ້ ໄຄຫັ້ນ ໄຫລໄປ ຄືສ່າຕະກີ້ຫັ້ນ ຢູ່ຊຽງເງິນ ຂະເຈົ້າອາສັຍນ້ຳຄານ ເປັນບ່ອນ ຊອກຢູ່ຊອກກິນ ຫາປູຫາປາ ມີຫຍັງປະມານ ນີ້ແຫລະ ຫລືວ່າ ກໍຍາມໄຄແລ້ວ ກໍເອົາໄຄ ມາເຮັດໄຄແຜ່ນ, ດຽວນີ້ ບໍ່ໄດ້ເຮັດເລີຍ ພະນັກງານ ກໍເຮັດຕະກີ້ຫັ້ນ ເພາະວ່າ ເລີກວຽກເລີກຫຍັງ ຫັ້ນກໍໄປ ລົງນ້ຳ ໄປເກັບໄຄ ເກັບຫຍັງ ມາຕົ້ມໄວ້ເຮືອນ ໄວ້ກິນ ໄວ້ຕ້ອນພີ່ ຕ້ອນນ້ອງ ມີຫຍັງ ປະມານນີ້ແຫຼະ ແຕ່ດຽວນີ້ແລ້ວ ກໍບໍ່ໄດ້ເຮັດເລີຍ ມີແຕ່ໄປຊື້ເອົາ ຢູ່ເມືອງຫລວງ".

ກ່ຽວກັບຜົລກະທົບ ຈາກເຂື່ອນ ເຈົ້າຫນ້າທີ່ ສິ່ງແວດລ້ອມ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ:

"ສິ່ງໃດທີ່ສູນຫາຍໄປ ທີ່ເປັນທັມມະຊາດ ຫັ້ນນະຈະບໍ່ຊົດເຊີຍ ເຊັ່ນປາ ໄຄ ຈັ່ງຊີ້ ຈະບໍ່ຊົດເຊີຍ ເພາະຖືວ່າມັນເປັນ ຊັພຍາກອນທັມຊາດ ມັນຈະບໍ່ແມ່ນ ຂອງ ປະຊາຊົນ ຈະທົດແທນ ສະເພາະ ແຕ່ສ່ວນ ຖ້າຫາກວ່າ ສ່ວນສູນຫາຍ ເນາະ ຫລືວ່າ ຜົລກະທົບທີ່ມີ ຕໍ່ຫມູ່ບ້ານ ຢ່າງເຊັ່ນ ຫມູ່ບ້ານໄດ້ໂຍກຍ້າຍ ແຕ່ຄັນປາຫລຸດລົງ ໄຄຫີນ ບໍ່ຫາບໍ່ໄດ້ແລ້ວ ອັນນີ້ເປັນເຣື້ອງ ຂອງ ທັມມະຊາດ ບໍຣິສັດ ບໍ່ທົດແທນ".

ໃນປີທີ່ຜ່ານມາ ເຈົ້າຫນ້າທີ່ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ກໍເຄີຍໄດ້ ໃຫ້ສຳພາດ ຕໍ່ເອເຊັຽເສຣີ ກ່ຽວກັບ ເຣື້ອງນີ້ວ່າ:

"ໃນການສຳພາດຕົວຈິງ ປະຊາຊົນ ປູປາມັນມີ ຫລາຍແທ້  ປັດຈຸບັນນີ້ ມັນຫລາຍວ່າຈັ່ງຊັ້ນ ສາມາດຫາໄດ້ ຫລາຍເພີ້ມຂຶ້ນ ຈາກກ່ອນ ຫນ້ານີ້ ວ່າຊັ້ນສະ ແຕ່ທີມງານ ກໍບໍ່ໄດ້ໄປ ສຶກສາວ່າ ມັນເປັນຫຍັງ ຈັ່ງວ່າຫລາຍ ຫລືວ່າ ມັນເປັນຫຍັງ ຈັ່ງວ່າຫນ້ອຍ".

ສຳລັບ ປະຊາຊົນ ຜູ້ທີ່ຮັບຜົລກະທົບ ໃນບັນຫາດັ່ງກ່າວ ຢູ່ເມືອງສຳພັນ ມີຢູ່ 6-7 ບ້ານ ເປັນຕົ້ນ ບ້ານນ້ຳຈີນ ບ້ານຜາເຕົ້າ ສ່ວນໃນເຂດ ເມືອງງອຍ ແຂວງຫລວງພຣະບາງ ນັ້ນມີຢູ່ ສິບປາຍບ້ານ ດັ່ງບ້ານ ສົບແຈມ ບ້ານເມືອງງອຍເກົ່າ ແລະ ໃນເມືອງ ຊຽງເງິນ ມີປະມານ 10 ບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.