ເຂື່ອນນໍ້າງື່ມ 1 ປ່ອຍນໍ້າ ຊາວບ້ານ ຮັບເຄາະ

ຈໍາປາທອງ
2018.09.05
F-NamNgeum ເຂື່ອນນໍ້າງື່ມ 1 ປ່ອຍນໍ້າໜັກ ຫລາຍເມືອງໃນຂົງເຂດນໍ້າຖ້ວມໜັກ
Screen captured : LX video

ການປ່ອຍນໍ້າອອກຈາກເຂື່ອນນໍ້າງື່ມ 1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ເຮັດໃຫ້ປະຣິມານນໍ້າ ໃນແມ່ນໍ້າງື່ມ ເພີ້ມຂຶ້ນ ໃນວັນທີ 31 ສິງຫາ ຜ່ານມານີ້ ຊຶ່ງສົ່ງຜົລກະທົບຕໍ່ຫລາຍເຂດ ໃນຫລາຍເມືອງ ທີ່ຢູ່ລຸ່ມເຂື່ອນ ເຮັດໃຫ້ນໍ້າຖ້ວມ ບ້ານເຮືອນ ປະຊາຊົນ ແລະເນື້ອທີ່ ກະສິກັມ ໃນຫລາຍບ້ານ. ດັ່ງເຈົ້າໜ້າທີ່ ເມືອງແກ້ວອຸດົມ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ກັນຍາ ນີ້ວ່າ:

"ໄລ່ຕາມສະພາບຕົວຈິງ ໃນຊ່ວງຕອນລຸ່ມ ມັນກໍເຂົ້າຖ້ວມຫລາຍບ້ານແລ້ວ ມັນມີຫລາຍເມືອງ ມັນບໍ່ໄດ້ມີເມືອງດຽວ ຖ້ວມຫັ້ນ ແລ້ວຄິດວ່າ ມວນນໍ້າ ມັນກໍໜ້າຈະຍູ້ນໍ້າຂອງ ຂຶ້ນມາແລ້ວເພາະວ່ານໍ້າຂອງ ມັນກໍກັບມາຄື ສະພາບອັນທີ່ວ່າ ມັນເຄີຍລົງ ເປັນປົກຕິ ແຕ່ມັນກໍກັບຂຶ້ນ ມາຄືນ."

ທ່ານເວົ້າວ່າ ເຂື່ອນນໍ້າງື່ມ 1 ໄດ້ປ່ອຍນໍ້າເທື່ອທໍາອິດໃນວັນທີ 12 ສິງຫາ, ເຮັດໃຫ້ເນື້ອທີ່ກະສິກັມ ຂອງປະຊາຊົນ ທີ່ຢູ່ແຄມນໍ້າງື່ມ ຈໍານວນ 40 ປາຍຄອບຄົວໄດ້ຮັບຄວາມເສັຍຫາຍ ເປັນຕົ້ນ ບ້ານປາກງື່ມ ແລະບ້ານແກ້ວອຸດົມ ຖືກນໍ້າ ຖ້ວມຫລາຍ. ແຕ່ເຂື່ອນກໍຍັງປ່ອຍນໍ້າລົງມາ ຢ່າງຕໍ່ເນື່ອງ ເຮັດໃຫ້ຫລາຍບ້ານ ຢູ່ເມືອງທຸຣະຄົມ, ເມືອງແກ້ວອຸດົມ ແຂວງວຽງຈັນ ແລະເມືອງໄຊທານີ, ເມືອງຫາດຊາຍຟອງF ນະຄອນ ຫລວງວຽງຈັນ ຖືກນໍ້າຖ້ວມຫລາຍ.

ຕໍ່ມາໃນມື້ວັນທີ 31 ສິງຫາ ເມື່ອເຂື່ອນດັ່ງກ່າວ ໄດ້ເພີ້ມປະຣິມານການປ່ອຍນໍ້າ ອອກຈາກເຂື່ອນຕື່ມອີກ ເປັນເທື່ອທີ 2 ກໍຍິ່ງເຮັດໃຫ້ ນໍ້າຖ້ວມໜັກຂຶ້ນ ແລະຍັງບໍ່ມີກໍານົດວ່າ ເຂື່ອນນັ້ນຈະເຊົາປ່ອຍນໍ້າລົງມາເມື່ອໃດ.

ແລະໃນວັນທີ 4 ກັນຍາ ນີ້ ກໍປ່ອຍນໍ້າອອກຈາກເຂື່ອນລົງມາຕື່ມອີກ 2,070 ແມັດກ້ອນຕໍ່ວິນາທີ ໃນຂນະທີ່ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ກໍຍັງບໍ່ທັນຮູ້ວ່າ ເຂື່ອນນັ້ນຈະປິດຕູນໍ້າມື້ໃດ ຍ້ອນຝົນຕົກໜັກ ແລະເຂື່ອນກໍຕ້ອງໄດ້ ລະບາຍນໍ້າ ໃນອ່າງໜ້າ ເຂື່ຶອນອອກ, ດັ່ງທີ່ທ່ານ ກ່າວວ່າ:

"ຍັງບໍ່ຮູ້ຄໍາຕອບເນາະ ເພາະວ່າຊ່ວງນີ້ຫັ້ນ ຝົນກໍາລັງຕົກໜັກ ນໍ້າກໍາລັງຂຶ້ນອີກແລ້ວດຽວນີ້ນະ ອັນຜົລກະທົບຕໍ່ຄອບຄົວ ຫລືຊີວິດການເປັນຢູ່ ຂອງປະຊາຊົນແທ້ ມີແຕ່ວ່າຫົ້ງໄຮ່ຫົ້ງນາຫັ້ນແຫລະ ແຕ່ວ່າລະອຽດນີ້ ປັດຈຸບັນນີ້ ໄທເຮົາກໍຍັງບໍ່ຮູ້ຄໍາຕອບ ເນາະ ເພາະວ່າກໍາລັງລົງໄປ ເນາະ ເບິ່ງປະຊາຊົນຢູ່ແຕ່ລະບ້ານຫັ້ນ ກໍມີແຕ່ເກັບກໍາຂໍ້ມູນ."

ຕາມຣາຍງານຂ່າວກ່ຽວກັບການປ່ອຍນໍ້າອອກຈາກເຂື່ອນໄຟຟ້ານໍ້າງື່ມ 1 ຂອງ ບໍຣິສັດຣັຖວິສາຫະກິດໄຟຟ້າລາວ ໃນວັນທີ 31 ສິງຫາ ຣະບຸວ່າ ຣະດັບນໍ້າຈະສູງຂຶ້ນ ໃນ 8 ຈຸດ ຫຼັງຈາກປ່ອຍນໍ້າອອກຈາກເຂື່ອນລົງມາ. ໃນນັ້ນກໍແມ່ນເຂດຫີນເຫີບ ປາກກະຍຸງ, ບ້ານບຸ່ງທ້າວ, ບ້ານແຈ້ງ, ບ້ານຕານປ່ຽວ, ບ້ານຫາດສວນ ແລະ ເຂດເວີນຄໍາ, ໃຫ້ປະຊາຊົນຣະມັດຣະວັງເອົາໄວ້ ເປັນພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.