ເຂື່ອນນໍ້າເທີນ2 ປ່ອຍອາກາດເສັຽ ເກີນຄາດ

ມີສິ່ງບົ່ງບອກ ຫລາຍຂຶ້ນວ່າ ເຂື່ອນ ນໍ້າເທີນ2 ແລະ ອ່າງເກັບນໍ້າ ໃນເນື້ອທີ່ 450 ຕາຕລາງກິໂລແມັຕ ປ່ອຍອາຍແກສ ເຮືອນແກ້ວ ໃນ ບໍຣິມາດ ຫລາຍເຖິງ ນຶ່ງລ້ານຕັ້ນ ຂອງສານ methane ແລະ ອາກາດເສັຽ carbon dioxide ຕໍ່ປີ.

ນໍ້າເສັຍນໍ້າເປື້ອນ ທີ່ປ່ອຍຈາກ ເຂື່ອນນໍ້າເທີນ 2 ທີ່ມີທັງ ສີ່ງເສດເຫຼືອ ຂອງຄົນແລະສັດ ໄຫຼໄປຖ້ວມ ພື້ນທີ່ ໂຂງເຂດນັ້ນ ຊື່ງເປັນ ອັນຕລາຍ ຫາກນໍາມາໃຊ້. Tyler Chapman(Filed photo)

ມີສິ່ງບົ່ງບອກ ຫລາຍຂຶ້ນວ່າ ເຂື່ອນ ນໍ້າເທີນ2 ແລະ ອ່າງເກັບນໍ້າ ໃນເນື້ອທີ່ 450 ຕາຕລາງກິໂລແມັຕ ປ່ອຍອາຍແກສ ເຮືອນແກ້ວ ໃນ ບໍຣິມາດ ຫລາຍເຖິງ ນຶ່ງລ້ານຕັ້ນ ຂອງສານ methane ແລະ ອາກາດເສັຽ carbon dioxide ຕໍ່ປີ.

ຕາມບົດຂຽນ ຂອງ Melinda Boh ໂດຍອ້າງອີງໃສ່ ການສຶກສາ ທີ່ເປັນເອກຣາດ ເມື່ອໄວໆມານີ້ ຮວມທັງ ການປະເມີນ ທາງດ້ານ ສະຖິຕິ ມະຫາວິທຍາລັຍ Duke ຂອງ ສະຫະຣັຖ ອະເມຣິກາ ນໍາດ້ວຍ. ຖ້າຖືກຕ້ອງແທ້ ຕົວເລກ ດັ່ງກ່າວ ແມ່ນສູງກວ່າ ຣະດັບການ ປ່ອຍອາກາດ ເສັຽ ທີ່ໄດ້ປະເມີນ ໄວ້ເບື້ອງຕົ້ນ ເຣື່ອງ ຜົລກະທົບ ທາງ ສະພາບແວດລ້ອມ ຂອງໂຄງການ. ບັນດາ ນັກຄົ້ນຄ້ວາ ຈາກ ມະຫາວິທຍາລັຍ Toulouse ທີ່ ປະເທດ ຝຣັ່ງເສດ ໄດ້ສລຸບວ່າ ເຂື່ອນນໍ້າເທີນ2 ຈະປ່ອຍ ອາຍແກສ ເຮືອນແກ້ວ 40 ເປີເຊັນ ກາຍການປ່ອຍ ຂອງ ໂຮງໄຟຟ້າ ຖ່ານຫີນ ທີ່ຜລິດ ພະລັງງານ ເທົ່າກັນ ແລະ ຍິ່ງປ່ອຍຫລາຍ ກວ່າໂຮງ ພະລັງງານ ແກສທັມ ຊາດ.

ກຸ່ມທີ່ ສນັບສນູນ ເຂື່ອນໄຟຟ້າ ນໍ້າຕົກ ໄດ້ໂຕ້ຖຽງ ຕັ້ງດົນນານ ແລ້ວ ວ່າ ເຂື່ອນ ຄືເຂື່ອນ ນໍ້າເທີນສອງ ເປັນແຫລ່ງ ພະລັງງານສີຂຽວ ຊ່ວຍພັທນາ ເສຖກິ ດຂອງ ປະເທດ. ແວັບໄຊທຂອງບໍຣິສັດນໍ້າເທີນສອງ ເວົ້າວ່າ ເຂື່ອນ ຂນາດ ນຶ່ງພັນ ເຈັດສິບແມັກກາວັດ ໄດ້ຊ່ວຍສ້າງ ຜົລດີແກ່ ຊຸມຊົນ ທ້ອງຖີ່ນ ຮວມທັງ ການປັບປຸງ ຜົລຜລິດ ເຂົ້າ ການປີ່ນປົວ ສຸຂພາບ ໃຫ້ດີຂຶ້ນ ຮວມເຖິງ ການພັທນາ ທຸຣະກິດ ຂນາດນ້ອຍ ນໍາດ້ວຍ. ບົດຂຽນຂອງ Melinda ເວົ້າຕື່ມວ່າ ພາຍຫລັງ 3 ປີທີ່ ຜລິດໄຟຟ້າຂາຍ ເຂື່ອນນໍ້າເທີນ2 ກໍເຮັດໃຫ້ເກີດ ບັນຫາ ຍາກທີ່ ຈະຄວບຄຸມໄດ້ ຕ່າງໆ ຮວມທັງການ ລ້າສັດ ແລະຕັດໄມ້ ຂອງຊາວບ້ານ ທີ່ ຖືກໂຍກຍ້າຍ ເພື່ອຄວາມ ຄົງຕົວ ຂອງຊຸມຊົນ ເຂົາເຈົ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org