ນ້ຳອູແຫ້ງ ເຮືອນຳທ່ຽວ ໄປເມືອງງອຍບໍ່ໄດ້

ສິດນີ
2020.12.31
ນ້ຳອູແຫ້ງ ເຮືອນຳທ່ຽວ ໄປເມືອງງອຍບໍ່ໄດ້ ສະພາບເຮືອນຳທ່ຽວ ທີ່ຈອດໄວ້ລ້າໆ ຕາມສາຍນ້ຳອູ ແຂວງຫຼວງພຣະບາງ ທີ່ນ້ຳອູບົກແຫ້ງ ຈົນເຮືອບໍ່ສາມາດ ສັນຈອນຂຶ້ນ ແລະ ລ່ອງໄດ້. ຮູບຖ່າຍເມື່ອ: ວັນທີ 28 ທັນວາ 2020.
ນັກຂ່າວພົລເມືອງລາວ

ເລີ້ມແຕ່ສັປດາຜ່ານມາ ຜູ້ປະກອບການເຮືອນຳທ່ຽວແລະໂດຍສານ ປະມານ 80 ລຳ ຢູ່ເມືອງງອຍ ແຂວງຫລວງພຣະບາງ ບໍ່ສາມາດແລ່ນເຮືອໄດ້ຕາມປົກກະຕິ ຍ້ອນວ່າ ເຂື່ອນນ້ຳອູບາງແຫ່ງອັດນ້ຳໃວ້ ເຮັດໃຫ້ນ້ຳແຫ້ງແລະສົງຜົລກະທົບຕໍ່ຜູ້ປະກອບການເດີນເຮືອໃຫ້ໄດ້ຮັບຄວາມເດືອດຮອ້ນ. ດັ່ງຜູ້ປະກອບການເດີນເຮືອນຳທ່ຽວເມືອງງອຍທ່ານນື່ງກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 30 ທັນວາ ປີ 2020 ນີ້ວ່າ:

ແຫ້ງຫລາຍເຮືອຈາກຫນອງຂຽວເມືອງງອຍ ຍາກລຳບາກຫລາຍ ແລ່ນເຮືອບໍ່ໄດ້ປະມານທິດນື່ງແລ້ວ ບາງມື້ນ້ຳກະໄປບໍ່ໄດ້ຫັ້ນນະ ເຂື່ອນນ້ຳອູມີ ເຂື່ອນຂະເຈົ້າອັດນ້ຳໃວ້ ເພາະວ່າຊ່ວງນີ້ມັນບໍ່ຝົນແລ້ວ ຢ້ານນ້ຳຢູ່ເຂື່ອນເຂົາບໍ່ພໍແລ້ວຂະເຈົ້າອັດ

ທ່ານກ່າວຕື່ມວ່າ ໃນເມື່ອບໍ່ສາມາດພານັກທ່ອງທ່ຽວເລາະນ້ຳອູໄດ້ ຕາມປົກກະຕິ ສົ່ງຜົລເຮັດໃຫ້ຕົນຂາດຣາຍໄດ້ຢ່າງຫລວງຫລາຍປະມານ 3 ລ້ານກີບຂື້ນໄປ ທັ້ງໆທີ່ກ່ອນຫນ້ານີ້ຣາຍໄດ້ກໍຫນ້ອຍຢູ່ແລ້ວ ຈາກຜົລຂອງການຣະບາດຂອງໂຣຄໂຄວິດ-19 ຢາກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງລົງພື້ນທີ່ມາຊ່ອຍແກ້ໄຂໃຫ້ສາມາດແລ່ນເຮືອໄດ້ແລະຍົກເວັ້ນການເກັບພາສີອາກອນນຳອີກ.

ຜູ້ປະກອບການເຮືອນຳທ່ຽວຣະຫວ່າງນະຄອນຫລວງພຣະບາງຫາເມືອງງອຍອີກທ່ານນື່ງເວົ້າວ່າ ນັບຕັ້ງແຕ່ເຂື່ອນນ້ຳອູ 1 ແລະ 2 ໄດ້ອັດນ້ຳໃວ້ ເຮັດໃຫ້ບໍ່ສາມາດນຳເຮືອຂົນນັກທ່ຽວທ່ຽວແລ່ນຈາກນະຄອນຫລວງພຣະບາງໄປເມືອງງອຍໄດ້ເລີຍ ແລະຣາຍໄດ້ຈາກນັກທ່ອງທ່ຽວກໍລຸດລົງ.

ເມືອງງອຍນີ້ບໍ່ສາມາດທີ່ຈະໄປໄດ້ເພາະວ່າ ອອກຈາກຫລວງພຣະບາງໄປ ມັນມີຢູ່ 2 ເຂື່ອນ ເຂົ້າໄປທາງນ້ຳອູຫັ້ນແລ້ວເຮືອທຸກປະເພດບໍ່ສາມດຂື້ນໄປໄດ້ເລີຍ ຖ້າຊີ່ໄປເມືອງງອຍນີ້ ຕ້ອງໄດ້ຂີ່ຣົດໄປລົງຢູ່ເຂື່ອນເລີຍ ຂີ່ຣົດໄປປະມານຊົ່ວໂມງເຄີ່ງ ໄປຮອດເມືອງງອຍ.

ໃນຂນະດຽວກັນຜູ້ປະກອບການທ່ອງທ່ຽວຢູ່ເມືອງງອຍທ່ານນື່ງ ກໍຢືນຢັນວ່າ ນັບຕັ້ງແຕ່ບັນດາເຂື່ອນນ້ຳອູ່ອັດນ້ຳໃວ້ ເຮັດໃຫ້ເຮືອຣະຫວ່າງນະຄອນຫລວງພຣະບາງຫາເມືອງງອຍ ບໍ່ສາມາດເແລ່ນໄດ້ອີກ ຕ້ອງແລ່ນເຮືອໄປຈອດບໍຣິເວນຫນ້າເຂື່ອນ ແລ້ວໄປຕໍ່ອີກລຳນື່ງ ຊື່ງເສັຽເວລາຫລາຍ.

ບ່ອນໄປບໍ່ໄດ້ຫັ້ນ ມີແຕ່ບອ່ນມັນມີເຂື່ອນແລ້ວ ໄປບໍ່ໄດ້ ມີແຕ່ໄປຮອດຫນ້າເຂື່ອນຫັ້ນ ແລ້ວກະໄປບໍ່ໄດ້ແລ້ວ ໃຊ້ຕໍ່ເຮືອເອົາ ຖືວ່າມາຮອດເຂື່ອນແລ້ວກໍໄດ້ອອກ ແລ້ວມາຕໍ່ເຮືອຢູ່ເທີງເຂື່່ອນ

ທ່ານກ່າວອີກວ່າ ໃນໄລຍະທີ່ນ້ຳອູບົກແຫ້ງ ໃນເວລານີ້້ ກໍຍັງ ເຫັນຊາວບ້ານຫລາຍຄົນສາມາດຫາປາໄດ້ຕາມສາຍນ້ຳອູຕາມປົກກະຕິຢູ່ ແຕ່ບໍ່ຮູ້ວ່າ ຈະຫາປາໄດ້ດົນປານໃດເພາະຈຳນວນປາກໍຫນ້ອຍລົງເລື້ອຍໆ ຖ້າຫາກບັນດາເຂື່ອນນ້ຳອູ ຍັງອັດນ້ຳໃວ້ເພື່່ອໃຊ້ໃນການ ຜົລລິດໄຟຟ້າຢູ່.

ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ຫ້ອງການໂຍທາທິການແລະຂົນສົ່ງເມືອງງອຍ ກໍຮູ້ກ່ຽວກັບບັນຫາດັ່ງກ່າວແລະມີຄວາມຮູ້ສຶກເປັນຫວ່ງຕໍ່ບັນດາຜູ້ປະກອບການທ່ອງທ່ຽວ ທີ່ໄດ້ຮັບຜົລກະທົບຈາກການອັດນ້ຳ ຂອງເຂື່ອນນ້ຳອູຊື່ງທາງການກໍຍັງບໍ່ສາມາດຕີມູນຄ່າຄວາມເສັຽຫາຍຈາກຜົລກະທົບນີ້ໄດ້ເທື່ອ.

ມັນກະບົກເປັນບາງໄລຍະທີ່ຂະເຈົ້າອັດ ເຂື່່ອນແລ້ວມັນກະແຫ້ງ ບາງຊ່ວງເຂົາຈະປ່ອຍມັນກະພໍຂື້ນໄປໄດ້ ຄັນມັນແຫ້ງ ກະໄປມາບໍ່ໄດ້ຫົມດແຫລະ ເຮືອແດ່ ສ່ວນໃຫຍ່ ເຮົາເຮັດເປັນເຮືອປະເພດດຽວແຫລະ ເຮືອໂດຍສານມີຜົລກະທົບຫນັກຫນ່ວງເນາະ ມື້້ນີ້ກະເກືອບບໍ່ໄດ້ອອກຄິວ

ທ່ານກ່າວຕື່ມວ່າ ເຖິງຢ່າງໃດກໍຕາມ ປະມານເດືອນມົກຣາ ປີ 2021 ນີ້ ທາງເຈົ້າຫນ້າທີ່ຈາກກົມຂົນສົ່ງທາງນ້ຳ ກະຊວງໂຍທາທິການແລະຂົນສົ່ງ ຈະລົງພື້ນທີ່ມາເມືອງງອຍ ເພືອກວດກາແລະແກ້ໄຂບັນຫາເບື້ອງຕົ້ນ ສ່ວນການຊ່ອຍເຫລືອທາງດ້ານອື່ນໆນັ້ນ ຈະມີການຫາລືກັບທາງຂັ້ນເທີງເພີ້ມຕື່ມ.

ວິທຍຸເອເຊັຽເສຣີໄດ້ຕິດຕໍ່ໄປຫາບໍຣິສັດໄຟຟ້ານ້ຳອູ ຈຳກັດ ທີ່ມີຫ້ອງການຢູ່ລາວ ເພື່ອຖາມຣາຍລະອຽດເພີ້ມຕື່ມ ແຕ່ບໍ່ມີພນັງການຜູ້ໃດຮັບສາຍ.

ເຂື່ອນນ້ຳອູ ສ້າງໂດຍບໍຣິສັດ ຊີໂນໄຮ ດໂຣ ຈາກປະເທດຈີນ ຖືກສ້າງຂື້ນໃນລາວທັງຫມົດ 7 ແຫ່ງ ໄດ້ກວມເອົາພື້ນທີ່ ໃນແຂວງຜົ້ງສາລີແລະແຂວງຫລວງພຣະບາງ ໃນນັ້ນ ສ້າງສຳເຣັດແລ້ວຫມົດທຸກເຂື່ອນແລະກຳລັງຜລິດໄຟຟ້າຢູ່

ກ່ອນຫນ້ານີ້ ໃນເດືອນມິຖຸນາ ປີ 2019 ການອັດນ້ຳຂອງເຂື່ອນນ້ຳອູ 3 ເຮັດໃຫ້ຫລາຍເຂດຢູ່ເມືຶອງງອຍ ໄດ້ຮັບຜົລກະທົບຈາກພັຍແຫ້ງແລ້ງ ຍ້ອນບໍ່ໄດ້ປ່ອຍນ້ຳອອກ ເຮັດໃຫ້ຜົລລະປູກຂອງຊາວບ້ານເສັຍຫາຍຈຳນວນຫລາຍແລະບັນດາເຮືອກໍບໍ່ສາມາດແລ່ນໄດ້ໃນໄລຍະນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.