ກໍາແພງເຂື່ອນນໍ້າອູລໍ້າເຂດ ທາງຫຼວງ

ມະນີຈັນ
2016.07.21
f-wall ກໍາແພງທີ່ ບໍຣິສັດໄຟຟ້າ ນ້ຳອູຈຳກັດ ສ້າງລຽບຕາມ ແຄມທາງຫຼວງ ເລຂທີ 13 ເໜືອ ແຂວງຫຼວງພຣະບາງ
RFA/NY

ທາງການລາວ ອອກຄຳສັ່ງ ໃຫ້ ບໍຣິສັດ ໄຟຟ້າ ນ້ຳອູ ຈຳກັດ ຊຶ່ງເປັນ ບໍຣິສັດ ຂອງຈີນ ໃຫ້ ມ້າງກຳແພງ ທີ່ ໄປກວມເອົາ ເຂດສງວນ ຂອງ ທາງຫຼວງ ແຫ່ງຊາດ ເລກທີ 13 ເໜືອ ຢູ່ ແຂວງ ຫລວງພຣະບາງ.

ຕາມຂໍ້ມູນ ຈາກ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ບໍຣິສັດ ໄຟຟ້ານ້ຳອູ ໄດ້ສ້າງ ກຳແພງ ຍາວ 600 ແມັດ ສູງ ປະມານ 2 ແມັດ ກວມເອົາທີ່ດິນ ທາງຫລວງ ແຫ່ງຊາດ ຢູ່ເຂດບ້ານ ຄອນຄຳ ເມືອງປາກອູ ແຂວງ ຫລວງພະບາງ ທີ່ ໄດ້ເລີ້ມສ້າງ ມາແຕ່ ປີ 2015.

ການກໍ່ສ້າງ ສັບພະສິ່ງໃດໆ ທີ່ຕິດຂອບ ທາງຫລວງ ແຫ່ງຊາດ ແມ່ນຖືວ່າ ຜິດກົດໝາຍ, ທ່ານ ຟ້າສະນັ່ນ ທໍາມະວົງ ຫົວໜ້າ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຫຼວງພະບາງ ໄດ້ກ່າວ ຕໍ່ ເອເຊັຽເສຣີ ໃນ ວັນທີ 20 ກໍຣະກະດາ ນີ້ວ່າ:

"ພວກຈີນມາສ້າງ ເຂື່ອນ ນັ້ນບໍ່ ປະຕິບັດ ຣະບຽບ ກົດໝາຍ ກໍໄດ້ແຈ້ງ ໄປຍັງ ກະຊວງ ເພາະທາງຫລວງ ແຫ່ງຊາດ ບໍ່ໄດ້ຂຶ້ນກັບ ກະຊວງໂຍທາ, ກົມທາງຫລວງ ເປັນຜູ້ ຮັບຜິດຊອບ ແລະ ກະໄດ້ບອກ ກັບ ບໍຣິສັດ ຈີນ ໄປແລ້ວວ່າ ໃຫ້ເຂົາເຈົ້າ ທັບມ້າງ ຍ້າຍອອກ ຫັ້ນແຫລ້ວ".

ທ່ານ ກ່າວຕື່ມອີກວ່າ:

"ຣະບຽບກົດໝາຍ ກໍໄດ້ ມີໝົດແລ້ວ ກໍໄດ້ແຈ້ງໃຫ້ ກະຊວງ ພລັງງານ ແລະ ບໍ່ແຮ່ ສົມທົບກັບ ຄົນຈີນ ໃຫ້ປະຕິບັດ ຕາມກົດໝາຍ ທາງຫຼວງ ຫັ້ນແຫລະ ຢ່າງເຄັ່ງຄັດ ຫັ້ນແຫລະ ໄປທັບໄປມ້າງ [ຮົ້ວກຳແພງ] ກໍໄດ້ສະເໜີ ຫາເຂົາເຈົ້າແລ້ວ ເພາະວ່າ ທາງອັນນີ້ ມັນແມ່ນ ທາງຫລວງ ແຫ່ງຊາດ ຕ້ອງອອກຈາກ ຂ້າງທາງ ເບື້ອງລະ 25 ແມັດ ກຳນົດ ຢູ່ໃນກົດໝາຍ ໝົດແລ້ວ".

ກ່ຽວກັບ ບັນຫາ ດັ່ງກ່າວ, ທ່ານ ແພງ ດວງເງິນ ຫົວໜ້າ ກົມຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຣາຍງານ ເຖິງ ຣັຖມົນຕຼີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ວ່າ ຈະຕ້ອງ ເຮັດໃຫ້ ບໍຣິສັດ ໄຟຟ້າ ນ້ຳອູ 1 ມ້າງກຳແພງ ນັ້ນອອກຈາກ ເຂດສະຫງວນ ຂອງ ທາງຫລວງ ແຫ່ງຊາດ ໂດຍດ່ວນ.

ຊາວບ້ານຢູ່ເຂດດັ່ງກ່າວ ເວົ້າວ່າ ການສ້າງກຳແພງ ຕິດກັບເສັ້ນທາງຫລວງ ນັ້ນ ເຮັດໃຫ້ ຜູ້ຂັບຂີ່ ຍານພາຫະນະ ບໍ່ສາມາດ ຫລຽວເຫັນ ເສັ້ນທາງ ໄລຍະໄກໄດ້ ຊຶ່ງເຮັດໃຫ້ ເກີດ ອຸບັດຕິເຫດ ມາແລ້ວ. ຕົວຢ່າງ, ໃນວັນທີ 13 ມິຖຸນາ ຜ່ານມາ ໄດ້ມີນັກ ທ່ອງທ່ຽວ ຊາວນິວຊິແລັນ ຂີ່ລົດຈັກ ໄປຕຳ ກຳແພງນັ້ນ ຈົນເສັຽຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.