ເຂື່ອນນໍ້າອູກະທົບການ ກະເສດ

ໄມຊູລີ
2017.04.11
f-nam-ou ການກໍ່ສ້າງເຂື່ອນນໍ້າອູ ໃນຂັ້ນຕົ້ນ ຢູ່ແຂວງຜົ້ງສາລີ ທີ່ສໍາເຣັດໄປແລ້ວ
Screen captured LNTV video

ເຈົ້າໜ້າທີ່ກະສິກັມເມືອງຂົວ ແຂວງຜົ້ງສາລີ ເປິດເຜີຍຕໍ່ ວິທຍຸເອເຊັຽເສຣີວ່າ, ເຂື່ອນນໍ້າອູ ທີ່ສ້າງຂຶ້ນຢູ່ ເມືອງງອຍ ແຂວງຫຼວງພຣະບາງ ແລະເມືອງຂົວ ແຂວງຜົ້າສາລີ ຈະເຮັດໃຫ້ພື້ນທີ່ ກະສິກັມ ຂອງປະຊາຊົນ ທີ່ຢູ່ຕາມແຄມ ນໍ້າອູ ໄດ້ຮັບຜົນກະທົບ. ດັ່ງທ່ານກ່າວວ່າ:

“ມັນກໍດຽວນີ້ນັ້ນ ແຕ່ກີ້ບໍ່ເຄີຍມີ ດຽວນີ້ເຂົາເຈົ້າເຮັດເຂື່ອນ ມີຜົນກະທົບ ດຽວນີ້ເຮົາຊິຮັບມື ກັບເຂື່ອນ ນໍ້າອູນັ້ນ ສ່ວນຫຼາຍແມ່ນ ພຶດຜັກ ກັບອັນນັ້ນນະ ກໍຫາກມີ ຜົລປູກ ສວນໝາກແນງບໍ ກັບສວນໄມ້ສັກ”.

ທ່ານວ່າພື້ນທີ່ກະສິກັມ ແລະທີ່ຢູ່ອາສັຍ ຂອງປະຊາຊົນ ຢູ່ເມືອງຂົວແຂວງຜົ້ງສາລີ ນັ້ນຈະໄດ້ຮັບ ຜົນກະທົບ 7 ບ້ານແລະ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ຈະໄດ້ຮັບ ຜົນກະທົບ 4 ບ້ານ ເຮັດໃຫ້  ປະຊາຊົນ ຕ້ອງໂຍກຍ້າຍ ແລະຕ້ອງຊອກຫາ ພື້ນທີ່ປູກຝັງໃໝ່, ຕາມ ປົກກະຕິ ຢູ່ເມືອງຂົວ ແຂວງຜົ້ງສາລີ ຈະບໍ່ມີບັນຫາ ເຣືອງນໍ້າ ສໍາລັບ ການປູກຝັງ ແມ່ນແຕ່ໃນ ຣະດູແລ້ງ ກໍມີນໍ້າໃຊ້:

“ເພາະວ່າອັນຕົວປົກກະຕິນີ້ ເຮົາບໍ່ຂາດນໍ້າ ກ່ອນເຮົາຈະເຈີ ເຂື່ອນໄຟຟ້າ ນະ ແບບເຂົາເຈົ້າ ຈະຕັນເຂື່ອນ ຢູ່ເມືອງງອຍ ແລ້ວນໍ້າມັນ ຈະຕ້ອງຍື່ງມາຖ້ວມ ເຮົານີ້ແລ້ວ ມັນຖ້ວມສວນ ພຶດພັກຂອງຊາວບ້ານ”.

ເມືອງອຍ ແຂວງຫຼວງພຣະບາງ ແລະ ເມືອງຂົວ ແຂວງຜົ້ງສາລີ ກໍາລັງຢູໃນ ການກໍ່ສ້າງ ເຂື່ອນ ນໍ້າອູ 3 ແລະ 4 ໂດຍມີການຕັນນໍ້າ ໃນຣະຫວ່າງ ເມືອງງອຍ ຫາ ເມືອງຂົວ, ປັຈຈຸບັນ ລໍານໍ້າອູ ທີ່ຢູ່ເມືອງຂົວ ແຂວງຜົ້ງສາລີ ແຫ້ງແລ້ງ ເຮັດໃຫ້ ປະຊາຊົນ ບໍ່ສາມາດ ລົງເຮືອ ໃນການສັນຈອນ ໄປມາຫາສູ່ກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.