ເຂື່ອນນໍ້າງຽບ-2 ຢຸດປັ່ນໄຟ ຊົ່ວຄາວ
2017.09.20

ເຂື່ອນນໍ້າງຽບ-2 ຢູ່ເມືອງຜາໄຊ ແຂວງຊຽງຂວາງ ຢຸດຜລິດໄຟຟ້າ ເປັນການຊົ່ວຄາວ ຫລັງຈາກ ອ່າງນໍ້າຈາກເຂື່ອນ ນໍ້າເອົ້າທີ່ແຕກ ໄດ້ ໄຫລລົງມາ ຖ້ວມເຮືອນເຄື່ອງຈັກ. ດັ່ງ ເຈົ້າໜ້າທີ່ ເມືອງຜາໄຊ ທ່ານນຶ່ງໄດ້ກ່າວ:
"ມັນຢູ່ມໍ່ດຽວກັນ ນໍ້າງຽບ-2 ກັບເຮືອນຈັກ ຕົວນີ້ໆຫ່າງຈາກກັນ ປະມານກິໂລແມັດນື່ງ ບໍ່ດຽວນີ້ຍັງຢຸດ ບັງປັ່ນໄຟບໍ່ໄດ້ ເພາະວ່າຍັງມີນໍ້າ ຖ້ວມ ນໍ້າຖ້ວມໄດ້ເນາະ ເຮັດໃຫ້ຍັງຜລິດໄຟ ບໍ່ໄດ້ ກໍາລັງເຊັກ".
ຫລັງຈາກເຂື່ອນນໍ້າເອົ້າ ຢູ່ເມືອງຜາໄຊ ແຕກແລ້ວ ນໍ້າຈາກອ່າງນໍ້າ ກໍໄຫລລົງໄປຖ້ວມ ທາງໃຕ້ເຂື່ອນລົງໄປ ຮອດເມືອງທ່າໂທມ ແຂວງ ໄຊສົມບູນ ເຮັດໃຫ້ບ້ານເຮືອນ ປະຊາຊົນ ທັງ 8 ບ້ານເສັຽຫາຍ ຊຶ່ງເຈົ້າໜ້າທີ່ ຍັງກວດກາ ແລະປະເມີນ ການເສັຽຫາຍຢູ່. ສໍາລັບການ ສ້າງເຂື່ອນ ນໍ້າເອົ້າ ວ່າຈະດໍາເນີນ ຕໍ່ໄປຫລືບໍ່ນັ້ນ ທ່ານວ່າ ຈະຕ້ອງລໍການ ພິຈາຣະນາ ຈາກ ຂັ້ນເທິງ:
"ດຽວນີ້ມັນຍັງບໍ່ທັນ ມີຄວາມຄືບໜ້າ ຈະເຮັດຫລືບໍ່ ຈະຢຸດຍັງບໍ່ມີເນາະ ເພາະວ່າຈະລົງເກັບກໍາຂໍ້ມູນ ຜົນກະທົບ ແລ້ວກ່ອນເນາະ ຖ້າວ່າ ເກັບກໍາ ຜົນກະທົບ ແລ້ວທາງຂັ້ນເທິງ ຈະມີທິດທາງໃດ ສືບຕໍ່ຫລືຈະຢຸດເຊົາ ຍັງບໍ່ທັນ ເຂົ້າໃຈເນາະ".
ປັດຈຸບັນແຂວງຊຽງຂວາງ ມີເຂື່ອນຜລິດໄຟຟ້າ 3 ແຫ່ງທີ່ທໍາການຜລິດແລ້ວຄື ເຂື່ອນນໍ້າງຽບ-3A ຢູ່ເມືອງຄູນ, ນໍ້າແສນ, ແລະນໍ້າງຽບ-2 ຢູ່ເມືອງຜາໄຊ, ສ່ວນເຂື່ອນທີ່ກໍາລັງກໍ່ສ້າງ ແມ່ນເຂື່ອນໍ້າເອົ້າ. ສໍາລັບເຂື່ອນທີ່ກໍາລັງຕຽມ ກໍ່ສ້າງກໍມີ ນໍ້າໂມ ຢູ່ເມືອງໝອກ, ນໍ້າງຽບ 2A-2B ແລະ 2C ຢູ່ເມືອງຄູນ,