ນໍ້າຖ້ວມ ມ.ແບງ ມ.ຮຸນ
2016.08.14
ເກີດມີພະຍຸ ຝົນ ຕົກໜັກ ຢູ່ແຂວງ ອຸດົມໄຊ ເມື່ອ 2-3 ມື້ ຜ່ານມານີ້ ເຮັດໃຫ້ ນໍ້າແບງ ແລະ ລຳນໍ້າອື່ນໆ ລົ້ນຝັ່ງ ໄຫລຖ້ວມ ບ້ານເຮືອນ ແລະ ພື້ນທີ່ ການກະເສດ ຂອງ ປະຊາຊົນ ເມືອງແບງ ແລະ ເມືອງຮຸນ. ປະຊາຊົນ ເມືອງຮຸນ ທ່ານນຶ່ງ ກ່າວຕໍ່ RFA ເມື່ອວັນທີ 12 ສິງຫາ ນີ້ວ່າ ນໍ້າຖ້ວມ ປີນີ້ ໜັກກວ່າ ທຸກປີ ຄາດວ່າ ຍ້ອນ ເຂື່ອນ ໄຟຟ້າ ປາກແບງ ທີ່ ກຳລັງ ກໍ່ສ້າງ ຣະບາຍ ນໍ້າອອກບໍ່ທັນ:
"ທຸກປີ ມັນກໍ່ຂຶ້ນ ມີແຕ່ຖ້ວມ ເຂົ້າເດີ່ນບ້ານ ນັ້ນ ແຕ່ວ່າປີນີ້ ມັນຢາກໜັກ ກວ່າທຸກປີ ມັນບໍ່ເຄີຍ ຖ້ວມເຮືອນ ແບບນີ້ ປີນີ້ມັນ ມັນແຕ່ຂະເຈົ້າ ເຮັດເຂື່ອນ ເຂື່ອນ ໄຟຟ້າ ເນາະ ປົກກະຕິ ມັນກໍບໍ່ມີ ນໍ້າຖ້ວມ ຂະເຈົ້າ ເຮັດເຂື່ອນ ແລ້ວນໍ້າ ມັນ ຣະບາຍ ບໍ່ທັນ".
ປີນີ້ຖືເປັນ ປີທໍາອິດ ທີ່ນໍ້າຖ້ວມ ບ້ານເຮືອນ ປະຊາຊົນ ເປັນຕົ້ນ ບ້ານໂພນສະຫວັນ ແລະບ້ານ ໂພນສະຫວາດ ແລະ ຕລາດ ເມືອງຮຸນ. ບາງບ່ອນ ຣົດແລ່ນ ບໍ່ໄດ້. ປະຊາຊົນ ເກັບເຄື່ອງຂອງ ຍ້າຍ ອອກໜີ.
ກ່ຽວກັບ ເຣຶ່ອງນີ້ RFA ໄດ້ຕິດຕໍ່ ຖາມໄປຍັງ ໜ່ວຍງານ ທີ່ກ່ຽວຂ້ອງ ຂອງ ແຂວງ ອຸດົມໄຊ, ໄດ້ຄໍາຕອບ ວ່າ ເຂື່ອນໄຟຟ້າ ທີ່ ກໍາລັງ ສ້າງ ບໍ່ໜ້າຈະເປັນ ບັນຫາຫລັກ ທີ່ເຮັດໃຫ້ ນ້ຳຖ້ວມ ແຕ່ເປັນຍ້ອນ ຝົນ ປີນີ້ ຕົກແຮງ ກວ່າທຸກປີ ທີ່ຜ່ານມາ ແລະ ການຕັດໄມ້ ຖາງປ່າ ຂອງ ປະຊາຊົນ ເຮັດໃຫ້ ນໍ້າຖ້ວມ ຫຼາຍກວ່າ ທຸກປີ.
ທ່ານກ່າວຕື່ມວ່າ ດຽວນີ້ ແຂວງອຸດົມໄຊ ເມືອງ ທີ່ນໍ້າຖ້ວມ ຫຼາຍແລະ ເສັຽຫາຍຫຼາຍ ຄື: ເມືອງແບງ ແລະ ເມືອງຮຸນ ໂດຍສະເພາະ ໃນພື້ນທີ່ ການກະເສດ ຊຶ່ງທາງ ເຈົ້າໜ້າທີ່ ກໍາລັງ ເກັບກໍາ ຂໍ້ມູນ ຄວາມເສັຽຫາຍ ໃນພື້ນທີ່ ການກະເສດ ແລະ ວ່າຕອນນີ້ ຢາກໃຫ້ ປະຊາຊົນ ກຽມຕົວ ແລະ ຣະວັງພັຍ ນໍ້າຖ້ວມ ທີ່ ອາດຈະສູງຂຶ້ນ ຍ້ອນຝົນ ຈະຕົກ ຕໍ່ເນື່ອງ ເຖິງວັນທີ 15 ສິງຫາ ນີ້.