ເຂື່ອນນໍ້າແບງປ່ອຍນໍ້າ ໂດຍບໍ່ໄດ້ ແຈ້ງເຕືອນ

ສຸພັດຕາ
2021.01.28
ເຂື່ອນນໍ້າແບງປ່ອຍນໍ້າ ໂດຍບໍ່ໄດ້ ແຈ້ງເຕືອນ ເຮືອ ທີ່ຈອດປະໄວ້ ຢູ່ປາກນໍ້າແບງຫຼາຍ 10 ລໍາ ໄຫຼລົງສູ່ແມ່ນໍ້າຂອງ, ຊາວບ້ານພາກັນລົງໄປ ດືງ-ລາກ ເອົາເຮືອ ຂຶ້ນຕາຝັ່ງໄດ້ ໝົດທຸກລໍາ.
ພາບປະກອບ: ນັກຂ່າວພົລເມືອງ

ໃນຕອນແລງ ຂອງ ວັນທີ 26 ມົກກະຣາ ນີ້ ເຂື່ອນນໍ້າແບງ ຢູ່ ເມືອງປາກແບງ ແຂວງອຸດົມໄຊ ໄດ້ປ່ອຍນໍ້າອອກຈາກເຂື່ອນ, ໂດຍ ບໍ່ມີແຈ້ງເຕືອນລ່ວງໜ້າ ໃຫ້ຊາວບ້ານທີ່ອາສັຍ ຢູ່ ທ້າຍເຂື່ອນຮູ້ນໍາ, ເຮັດໃຫ້ເຮືອຫາປາ ຂອງຊາວບ້ານປາກແບງ ຫຼື ບ້ານລຸ່ມ ຫຼາຍ 10 ລໍາ ໄຫຼລົງແມ່ນໍ້າຂອງ, ດັ່ງຊາວບ້ານປາກແບງ ທີ່ເຫັນເຫດການ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ມົກກະຣາ ນີ້ວ່າ:

“ບໍ່ໄດ້ເປັນຫຍັງ, ແຕ່ເຮືອຈົມ ຂະເຈົ້າປ່ອຍເຂື່ອນ ລະເຮືອຂະເຈົ້າຢູ່ປາກນໍ້າເດ້, ຂະເຈົ້າກໍາລັງລ່ອງໄປເດ້. ເອີ່, ເຮືອນ້ອຍໄທບ້ານ ຫັ້ນແຫຼະ, ຂະເຈົ້າໄລ່ກັນ ລະຊ້ອນກັນລະ ບໍ່ເປັນຫຍັງ, ເຮືອກະໄດ້ໝົດ, ຄົນກະໄດ້ໝົດ, ອັນມາແຮງຢູ່ ລຸລົງຮອດນໍ້າຂອງ.”

ຊາວບ້ານຜູ້ນີ້ເວົ້າວ່າ ໃນຣະຫວ່າງນັ້ນ ມີຊາວບ້ານຈໍານວນນຶ່ງ ນັ່ງຢູ່ໃນເຮືອ ກໍາລັງຈະກັບເມືອເຮືອນ, ແຕ່ເຫັນມວນນໍ້າຈາກເຂື່ອນ ບໍຣິເວນ ປາກນໍ້າແບງ, ເຮັດໃຫ້ເຮືອຂອງ ຊາວບ້ານຈົມນໍ້າ, ແຕ່ໂຊກດີທີ່ບໍ່ຊາວບ້ານຜູ້ໃດ ໄດ້ຮັບບາດເຈັບ ຫຼື ເສັຽຊີວິດ ຫຼັງຈາກນັ້ນ ຊາວບ້ານ ທີ່ຢູ່ໃກ້ບໍຣິເວນນັ້ນ ຕ່າງກະພາກັນລົງໄປ ດືງ-ລາກ ເອົາເຮືອ ຂຶ້ນຕາຝັ່ງໄດ້ໝົດ ທຸກລໍາ.

ເຈົ້າຂອງເຮືອທ່ອງທ່ຽວ ໃນບ້ານປາກແບງ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບໍ່ເຄີຍຮັບຮູ້ລ່ວງໜ້າຈັກເທື່ອ ວ່າຈະມີ ການປ່ອຍນໍ້າອອກຈາກເຂື່ອນ, ທັງເຂື່ອນຈີນ ແລະ ເຂື່ອນນໍ້າແບງ ເວລາປ່ອຍນໍ້າມາ ແຕ່ລະເທື່ອ, ກໍຕ້ອງໄປຍົກເຮືອຂຶ້ນຝັ່ງ ຍາມນ້ໍາລົງ ກໍຍົກເຮືອລົງນໍ້າຄືເກົ່າ:

“ບໍ່ມີໃດ໋ ເພາະວ່າ ສ່ວນຫຼາຍ ບໍຣິສັດເຮົາ ຈະມີເຮືອແດ່ເນາະ, ຢູ່ຕາມແຄມຂອງໂຕນີ້, ຄັນຖ້າວ່ານໍ້າຂຶ້ນ ນໍ້າຫຍັງ ເຮົາກະຕ້ອງໄດ້ ຍ້າຍເຮືອຂຶ້ນ, ຍ້າຍເຮືອລົງ ຈະມີຕລອດຢູ່ແລ້ວ.”

ຍານາງເວົ້າອີກວ່າ ກ່ອນຈະປ່ອຍນໍ້າອອກຈາກເຂື່ອນ ບໍ່ວ່າເຂື່ອນໃດກໍຕາມ ຄວນຈະແຈ້ງລ່ວງໜ້າ ໃຫ້ປະຊາຊົນທ້າຍເຂື່ອນຮູ້ນໍາ ເພື່ອທີ່ຈະຕຽມໂຕຮັບມືໄດ້ທັນ.

ຊາວບ້ານປາກແບງ ຜູ້ນຶ່ງ ທີ່ອາສັຍຢູ່ປາກນໍ້າແບງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນໍ້າຂຶ້ນ-ນໍ້າລົງ ແຕ່ລະເທື່ອບໍ່ເຄີຍຮູ້ ລ່ວງໜ້າຈັກເທື່ອ ແລ້ວກໍບໍ່ມີເຈົ້າໜ້າທີ່ ພາກສ່ວນໃດ ລົງມາເຕືອນໃຫ້ຊາວບ້ານອີກ ວ່າປ່ອຍນໍ້າມາແລ້ວ ມັນຈະກະທົບຕໍ່ຊີວິດ ການເປັນຢູ່ ຂອງຊາວບ້ານແນວໃດ:

“ກະບໍ່ເຫັນ ມາແຈ້ງຕາມບ້ານ, ຕາມເຮືອນພັກ ກະບໍ່ເຫັນເກາະ ວ່າເອີ່... ນໍ້າຈະຂຶ້ນ ໃຫ້ເຕືອນພັຍອັນນັ້ນ, ອັນນີ້ ກະຄືບໍ່ເຫັນ ກະບໍ່ມີ ໃຫ້ບອກວ່າ ເວລານໍ້າຂຶ້ນມັນ ຈະກະທົບກັບ ຫຍັງແດ່ ຄືບໍ່ເຫັນໃຜມາເວົ້າຫຍັງຊິນ່າ.”

Nam-Beng-dam.jpg

ຊາວບ້ານເມືອງປາກແບງ ຜູ້ນຶ່ງ ທີ່ອາສັຍຢູ່ເໜືອເຂື່ອນນໍ້າແບງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ບໍ່ເຫັນທາງໂຄງການ ເຂື່ອນນໍ້າແບງ ແຈ້ງໃຫ້ຊາວບ້ານເໜືອເຂື່ອນ ຮູ້ຄືກັນ ວ່າຈະມີການປ່ອຍນໍ້າ, ແຕ່ໄລຍະນີ້ກໍສັງເກດເຫັນວ່າ ປະຣິມານນໍ້າເໜືອ ເຂື່ອນ ຈະຫຼຸດໜ້ອຍລົງ:

“ເຂື່ອນນ້ອຍໃດ໋ອ້າຍ ບໍ່ແມ່ນເຂື່ອນໃຫຍ່, ແຕ່ວ່າໂຕນີ້ ເຂົາກະປ່ອຍລະຫວາ ຊ້ວງນີ້ແຫ້ງໃດ໋ ປົກກະຕິ ເຂົາຈະປ່ອຍ ຂະເຈົ້າກະອັດ ຈັ່ງຊີ້ແຫຼະ ຢາກແຫ້ງຜິດປົກກະຕິໜ້ອຍນຶ່ງ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພະລັງງານ ແລະ ບໍ່ແຮ່ ເມືອງປາກແບງ ແຂວງອຸດົມໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າບໍ່ເຫັນແຈ້ງການ ເຣື່ອງການປ່ອຍນໍ້າ ຂອງເຂື່ອນນໍ້າແບງ ຄືກັນ ແລະ ໄລຍະຜ່ານມາ ກໍບໍ່ເຫັນແຈ້ງຄືກັນ:

“ບໍ່ ບໍ່ໄດ້ຮັບນ່າ ບໍ່ໄດ້ເຫັນໜັງສືຫຍັງມາ ວ່າກ່ຽວຂ້ອງ ການປ່ອຍນໍ້າ ປົກກະຕິ ມັນ ເຂົາກະບໍ່ເຫັນວ່າ ແຈ້ງຈັກເທື່ອຫວາ.”

ສ່ວນເຈົ້າໜ້າທີ່ຫ້ອງການເມືອງປາກແບງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າຊ່ວງຣະດູຝົນ ທາງເຂື່ອນນໍ້າແບງ ຈະແຈ້ງເຕືອນພັຍລ່ວງໜ້າ ວ່າຈະປ່ອຍນໍ້າຈາກ ເຂື່ອນ, ເພື່ອໃຫ້ປະຊາຊົນຕຣຽມໂຕຮັບມື, ແຕ່ຊ່ວງເວລາອື່ນ ບໍ່ເຫັນທາງເຂື່ອນ ນໍ້າແບງ ປ່ອຍນໍ້າຈັກເທື່ອ ເຊັ່ນກໍຣະນີ ການປ່ອຍນໍ້າ ເມື່ອຕອນແລງ ຂອງວັນທີ 26 ມົກກະຣາ ຜ່ານມານີ້:

“ຊ່ວງເດືອນ 8, ເດືອນ 9 ນີ້ ຂະເຈົ້າແຈ້ງ, ແຕ່ວ່າຕັ້ງແຕ່ນັ້ນມາແລ້ວ ກະບໍ່ໄດ້ຍິນແຈ້ງແມ່ນຫຍັງ, ຢາກປ່ອຍນໍ້າ, ສ່ວນຫຼາຍຂະເຈົ້າ ຈະປ່ອຍຕອນແລງ, ມື້ວານປ່ອຍນໍ້າ, ມື້ກ່ອນຫັ້ນປ່ອຍ ປ່ອຍມື້ວັນອັງຄານ.”

ເຈົ້າໜ້າທີ່ ທ່່ານນີ້ ຍັງເວົ້າອີກວ່າ ການປ່ອຍນໍ້າອອກຈາກເຂື່ອນນໍ້າແບງ ແບບບໍ່ແຈ້ງລ່ວງໜ້າ ໃຫ້ປະຊາຊົນຮັບຮູ້ກ່ອນ ເກີດຂຶ້ນຫຼາຍ ເທື່ອແລ້ວ, ແຕ່ສະເພາະປີນີ້ ແມ່ນເປັນເທື່ອທີ່ 2 ໂດຍແຕ່ລະເທື່ອ ທີ່ປ່ອຍນໍ້າ, ຊາວບ້ານບໍ່ຮູ້ລ່ວງໜ້າ ກໍບໍ່ໄດ້ມັດເຮືອໄວ້ ເຮືອກໍໄຫຼ ລົງແມ່ນໍ້າຂອງ ເອົາທັນແດ່ ບໍ່ທັນແດ່ ກໍເປັນຜົລກະທົບ ອີກຮູບແບບນຶ່ງ.

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມ ຕິດຕໍ່ໄປຫາໂຄງການເຂື່ອນນໍ້າແບງ ຫຼາຍເທື່ອ ເພື່ອສອບຖາມຣາຍຣະອຽດ ແລະ ສາເຫດຂອງການປ່ອຍນໍ້າອອກຈາກເຂື່ອນ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.

ສໍາລັບໂຄງການເຂື່ອນນໍ້າແບງ ມີຂນາດ 34 ເມກາວັດ ເປັນເຂື່ອນ ຄອນກຣີດ ຂນາດກາງ ເຣີ່ມຜລິດໄຟຟ້າ ມາແຕ່ປີ 2017 ຂາຍໃຫ້ກັບ ຣັຖວິສາຫະກິຈໄຟຟ້າລາວ, ເພື່ອຈໍາໜ່າຍ ພາຍໃນປະເທດ, ເຂື່ອນດັ່ງກ່າວນີ້ ບໍຣິສັດ China National Electrical EQUIPMENT Coporation ປະເທດຈີນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຖືຫຸ້ນ 90% ແລະ ບໍຣິສັດຜລິດ ໄຟຟ້າລາວ ຖືຫຸ້ນ 10% ອາຍຸການຊື້-ຂາຍ 27 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.