ທາງຫົວຂົວ-ນາຄວາຍບໍ່ແລ້ວ
2015.05.27
ປະຈຸບັນ, ເສັ້ນທາງ ແຕ່ ຫົວຂົວ ໄປ ຫາ ບ້ານ ນາຄວາຍ ເມືອງ ໄຊເສດຖາ, ນະຄອນ ຫຼວງ ວຽງຈັນ ຍັງ ສ້າງ ບໍ່ ສຳເຣັດ ເທື່ອ ພາຍຫຼັງ ທີ່ ກໍ່ສ້າງ ມາ ແຕ່ປີ 2011 ເຮັດໃຫ້ ຊາວບ້ານ ເປັນ ຫ່ວງ ວ່າ ການ ໄປມາ ຈະ ລໍາບາກ. ດັ່ງ ຊາວບ້ານ ນາຄວາຍ ຜູ້ໜຶ່ງ ກ່າວ ຕໍ່ ເອເຊັຽ ເສຣີ ເມື່ອ ວັນທີ 23 ພຶສພາ ນີ້ວ່າ:
“ແຕ່ວ່າ ມັນ ໄປຮອດ ແຕ່ ສາມແຍກ ນີ້ ເສັ້ນໄປ ນາຄວາຍ ຍັງ ບໍ່ແລ້ວ. ມັນຮອດ ແຕ່ ສາມແຍກ ຄຳສະຫວາດ ຣະຫວ່າງ ສາມແຍກ ຄຳສະຫວາດ-ຊຽງດາ ແລະ ນາຄວາຍ, ແຕ່ຍັງ ບໍ່ແລ້ວ ເສັ້ນທາງ ຍັງບໍ່ ແລ້ວ ບາດລະ ຄັນຄູ ທາງ ຂ້າງ ເພິ່ນກະຍັງ ບໍ່ໄດ້ ໃສ່ ບ່ອນ ຟຸດບາດ ຫັ້ນນ່າ ມີແຕ່ວ່າ ເທ ອອກມາ ຊື່ໆ”.
ຊາວບ້ານ ຜູ້ນີ້ ເວົ້າ ຕຶ່ມວ່າ: ທາງການ ເພິ່ນວ່າ ຈະ ກໍ່ສ້າງ ໃຫ້ແລ້ວ ແຕ່ປີ 2013 ພຸ້ນ, ແຕ່ ມາຮອດ ປະຈຸບັນ ຫາ ກໍ່ ເທ ຄອນກຣີດ ໄດ້ພຽງ ເຄິ່ງດຽວ ເທົ່ານັ້ນ ແລະ ຣະບົບ ຮ່ອງ ຣະບາຍ ນ້ຳ ແມ່ນຍັງ ບໍ່ທັນ ໄດ້ວາງ ໃຫ້ ແລ້ວ ຄັກແນ່ ແຕ່ ຢ່າງໃດ. ປີກາຍ ນີ້, ຍາມຝົນ ກໍ່ເຮັດໃຫ້ ນ້ຳອັ່ງ ຫຼາຍ ແລະ ມາຮອດ ຍາມຝົນ ປີນີ້ ຊາວບ້ານ ກໍ່ເປັນ ກັງວົນ ວ່າ ນ້ຳ ຈະອັ່ງ ອີກ ເຮັດໃຫ້ ການ ສັນຈອນ ໄປມາ ໃນເຂດນີ້ ລໍາບາກ, ບາງຄັ້ງ ກໍ່ເກີດ ອຸບັດຕິເຫຕ ນຳດ້ວຍ.
ຕໍ່ ບັນຫາ ນີ້, ວິທຍຸ ເອເຊັຽ ເສຣີ ໄດ້ ໂທຣະສັບ ໄປຫາ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫຼວງ ວຽງຈັນ ຈຶ່ງ ໄດ້ ຮັບຄຳ ຊີ້ແຈງ ຈາກ ທ່ານ ຄຳໃບ ສິດທິໄຊ, ຫົວໜ້າ ຂົວທາງ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫຼວງ ວຽງຈັນ ວ່າ:
“ເອີ ກະຍັງ ບໍ່ທັນ ແລ້ວ ຫາກ ກຳລັງ ຊິ ກໍ່ສ້າງ ໃຫ້ແລ້ວຢູ່ ດອກ. ເອີ່ ມັນກະ ເວົ້າ ຂອດທຶນ ຂອດຮອດ ນີ້ແຫຼະ, ທ້າຍປີ ນີ້ແຫຼະ ເພິ່ນຊິ ໃຫ້ ມັນແລ້ວ. ມັນ ກະຍັງ ໜ້ອຍດຽວ ເດ ມັນ ກະຍັງ ບໍ່ຫຼາຍ ດອກ ມັນກະຍັງ ປະມານ ຫຼັກ ປາຍ ສອງຫຼັກ ນີ້ ແຫຼະ ຈາກ ເຈັດຫຼັກ ກະຍັງ ສອງຫຼັກ. ເອີ່ ເພິ່ນ ກະຊິ ມີທິດ ຢູ່ດອກ ຕາມທີ່ ເພິ່ນ ອອກຂ່າວ”.
ຢ່າງໃດ ກໍດີ ກ່ອນໜ້າ ນີ້, ໜັງສືພິມ ທາງການ ລາວ ຣາຍງານ ເມື່ອ ວັນທີ 14 ພຶສພາ 2015 ນີ້ວ່າ ສາເຫຕ ທີ່ ເຮັດໃຫ້ ການ ກໍ່ສ້າງ ເສັ້ນທາງ ເສັ້ນນີ້ ລ້າຊ້າ ບໍ່ແລ້ວ ຕາມ ກຳນົດ ກໍ່ ເນື່ອງຈາກ ວ່າ ຂາດ ງົປມານ ຈາກ ຣັຖບານ.
ເສັ້ນທາງ ຫົວຂົວ ໄປ ຫາ ບ້ານ ນາຄວາຍ ມີ ຄວາມຍາວ ທັງໝົດ ປະມານ 7 ກິໂລແມັດ, ຊຶ່ງແມ່ນ ບໍລິສັດ ຮັບເໝົາ ກໍ່ສ້າງ SKC ແລະ (ບໍລິສັດ ກໍ່ສ້າງ ແລະ ຊຸກຍູ້ ການ ກະສິກັມ) ເປັນຜູ້ ຮັບເໝົາ ໂຄງການ ກໍ່ສ້າງ ເສັ້ນທາງ ນີ້ ຮ່ວມກັນ ໃນ ມູນຄ່າ ການ ລົງທຶນ ປະມານ 152 ຕື້ ກີບ, ເປັນ ສັນຍາ ແບບຈ່າຍ ກ່ອນ ແລ້ວ ເກັບນຳ ຣັຖບານ ຕາມທີຫຼັງ, ການ ກໍ່ສ້າງ ໄດ້ ເລີ່ມ ແຕ່ຕົ້ນ ປີ 2011 ແລະ ກໍານົດ ວ່າ ໃຫ້ ສຳເຣັດ ໃນປີ 2013, ແຕ່ ມາຮອດ ປະຈຸບັນ ຍັງບໍ່ ສຳເຣັດ ເທື່ອ.