ຄະນະກັມມາທິການ ແມ່ນໍ້າຂອງສາກົນ ເຜີຍແຜ່ຄຳແນະນຳ 2 ສະບັບ

ຄະນະກັມມາທິການ ແມ່ນໍ້າຂອງສາກົນ ໄດ້ເຜີຍແຜ່ເອກະສານສຳຄັນ ຈຳນວນ 2 ສະບັບປະກອບມີເອກະສານ ແນະນໍາການອອກແບບເບື້ອງຕົ້ນ ສໍາລັບບັນດາເຂື່ອນທີ່ສເນີ ກໍ່ສ້າງຕາມລຳແມ່ນໍ້າຂອງ ຫລື PDG ແລະ ເອກະສານແນະນຳ ສຳລັບການປະເມີນຜົນກະທົບ ດ້ານສິ່ງແວດລ້ອມຂ້າມຊາຍແດນ.

ຊາວບ້ານ ກຳລັງຮ່ອນຄຳ ຢູ່ຕາມແຄມຂອງ ໃກ້ກັບບ່ອນທີ່ຈະກໍ່ສ້າງເຂື່ອນ ປາກແບງ, ວັນທີ່ 15 ຕຸລາ ປີ 2022. RFA

ຄະນະກັມມາທິການແມ່ນໍ້າຂອງສາກົນ ຫລື MRC ໄດ້ເຜີຍແຜ່ເອກະສານສຳຄັນ ຈຳນວນ 2 ສະບັບປະກອບມີເອກະສານ ແນະນໍາການອອກແບບເບື້ອງຕົ້ນ ສໍາລັບບັນດາເຂື່ອນທີ່ສເນີ ກໍ່ສ້າງຕາມລຳແມ່ນໍ້າຂອງ ຫລື PDG ແລະ ເອກະສານແນະນຳ ສຳລັບການປະເມີນຜົນກະທົບ ດ້ານສິ່ງແວດລ້ອມຂ້າມຊາຍແດນ ຫລື TbEIA ເພື່ອໃຫ້ຜູ້ພັທນາ ໂຄງການນຳໄປປະຕິບັດກ່ອນ ຈະສເນີໂຄງການເຂົ້າ ສູ່ຂະບວນການປຶກສາຫາລື ລ່ວງຫນ້າ ຫລື PNPCA.

ດຣ. ອານຸລັກ ກິດຕິຄຸນ, ຫົວຫນ້າກອງເລຂາ ຄະນະກັມມາທິການ ແມ່ນໍ້າຂອງສາກົນກ່າວວ່າ ບັນດາປະເທດ ສະມາຊິກຂອງ MRC ທັງ 4 ປະເທດ ຮັບຮູ້ເຖິງບັນຫາທ້າທາຍ ທີ່ເພີ່ມຂຶ້ນໃນແມ່ນໍ້າຂອງ ທີ່ແມ່ນໍ້າແຫ່ງນີ້ກຳລັງປະເຊີນຫນ້າຢູ່ ຍ້ອນວ່າມັນກຳລັງກ້າວໄປສູ່ໄລຍະ ຫັນປ່ຽນຄັ້ງສຳຄັນ ຍ້ອນສິ່ງທ້າທາຍທີ່ກ່າວມານັ້ນ ເອກະສານ 32 ສະບັບນີ້ ແມ່ນມາໃນເວລາທີ່ເຫມາະສົມ ແລະມີຄວາມສຳຄັນຫລາຍເພາະວ່າ ພວກມັນສະແດງໃຫ້ເຫັນເຖິງ ພັນທະທີ່ໜັກແໜ້ນ ແລະຄວາມພະຍາຍາມຮ່ວມມື ຂອງປະເທດສະມາຊິກຂອງ MRC ເພື່ອແກ້ໄຂປະເດັນຕ່າງໆ ທີ່ມີຄວາມສຳຄັນໃນລະດັບພາກພື້ນ ອີງຕາມຄຳເວົ້າຂອງທ່ານໃນວັນທີ 21 ກຸມພາ 2023 ທີ່ຜ່ານມາ.

ດຣ. ອານຸລັກ ຍັງກ່າວຕື່ມວ່າ ເຖິງແມ່ນວ່າແຕ່ລະປະເທດ ຈະມີລະບົບຄວບຄຸມ ໃນລະດັບປະເທດສຳລັບການກໍ່ສ້າງ ເຂື່ອນໄຟຟ້າ ແລະການຜລິດໄຟຟ້າ ຈາກເຂື່ອນພາຍໃນອານາເຂດແດນ ຂອງພວກເຂົາແລ້ວກໍຕາມ ແຕ່ວ່າມັນບໍ່ມີເອກະສານແນະນຳ ທີ່ເປັນອັນນຶ່ງອັນດຽວກັນ ເພື່ອແກ້ໄຂຜົນກະທົບ ຂ້າມຊາຍແດນຈາກໂຄງການໃດນຶ່ງ. ສະນັ້ນພວກເຮົາຈຶ່ງມີວິທີການຫລ້າສຸດ ແລະເປັນວິທີການ ຮ່ວມມືເພື່ອຄຸ້ມຄອງແຫລ່ງນໍ້າ ທີ່ພວກເຮົາໃຊ້ຮ່ວມກັນ.

ສຳລັບ ຄຳແນະນຳການອອກແບບເບື້ອງຕົ້ນ ສຳລັບບັນດາເຂື່ອນ ທີ່ສເນີກໍ່ສ້າງຕາມລຳແມ່ນໍ້າຂອງ ຫລື PDG ກໍຈະປະກອບມີຂໍ້ສເນີ ດ້ານເທັກນິກ 3 ສະບັບເພື່ອເນັ້ນໃສ່ ເຣື່ອງຂອງການແກ້ໄຂບັນຫາ ຄວາມສ່ຽງຈາກການພັທນາ ໂຄງການເຂື່ອນໄຟຟ້າ ໂດຍຄຳນຶງເຖິງ 6 ປັດໄຈ ຄືການໄຫລຂອງຝຸ່ນຕົມ ຂນາດນ້ອຍ ແລະທໍຣະນີສັນຖານວິທຍາ, ຄຸນນະພາບນໍ້າ, ສັດນໍ້າ, ປາ ແລະ ການປະມົງ, ຄວາມປອດໄພຂອງເຂື່ອນ ແລະການແລ່ນເຮືອ.

ສ່ວນຄຳແນະນຳ ການປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ຂ້າມຊາຍແດນຫລື TbEIA ຫາກປະເທດໃດນຶ່ງ ໄດ້ຮັບຜົນກະທົບຈາກໂຄງການ ພັທນາເຂື່ອນຂນາດໃຫຍ່ ທີ່ອາດຈະກໍໃຫ້ເກີດຜົນກະທົບ ທາງລົບ ສາມາດໃຊ້ເອກະສານຄຳແນະນຳ ການປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ຂ້າມຊາຍແດນເພື່ອເກັບກຳຂໍ້ມູນ, ປະເມີນຜົນກະທົບ ແລະໃຫ້ຄຳແນະນຳ ທີ່ອີງຕາມຫລັກການໂຕຈິງໄດ້ ຄວາມຫມາຽຄືທັກທ້ວງ-ແຈ້ງເຕືອນ ໄປຫາປະເທດຜູ້ພັທນາໄດ້.

ສຳລັບການວິເຄາະ ຜົນກະທົບສິ່ງແວດລ້ອມ ຂ້າມຊາຍແດນ TbEIA ຈະເນັ້ນໄປທີ່ການແກ້ໄຂ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ທີ່ອາດຈະເກີດຂຶ້ນກັບ 2 ປະເທດ ຫລື ຫລາຍກ່ວາ 2 ປະເທດໂດຍມີການກຳນົດ ປະເດັນທາງການເມືອງ ທັງການບໍຣິຫານຈັດການ ແລະການກຳກັບດູແລເພີ່ມຕື່ມ ເຂົ້າມາ. ໂດຍທົ່ວໄປສິ່ງແວດລ້ອມ ຂ້າມພົມແດນເປັນຜົນກະທົບ ທີມີຂນາດເວລາ, ຄວາມຖີ່ ແລະຄວາມຄອບຄຸມ ຂອງພື້ນທີ່ຜົນກະທົບ ຂນາດໃຫຍ່.

ເຈົ້າຫນ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງໄຊຍະບູຣີ ກ່າວວ່າໄລຍະຜ່ານ ມາການກໍ່ສ້າງເຂື່ອນໄຊຍະບູຣີ ກໍມີການສຶກສາຄວາມເປັນໄປໄດ້ ດ້ານຕ່າງໆ ແລະ ປະເມີນຜົນກະທົບ ດ້ານສິ່ງແວດລ້ອມ-ສັງຄົມຢູແລ້ວ ແຕ່ຈະປະຕິບັດໃນພື້ນທີ່ ຂອງໂຄງການເທົ່ານັ້ນ ຈະບໍ່ມີການສຶກສາຜົນກະທົບ ຂ້າມຊາຍແດນ ແລະການສຶກສາ ທາງດ້ານອຸທົກກະສາດ. ສ່ວນເຣື່ອງທີ່ ຄະນະກັມມາທິການ ແມ່ນໍ້າຂອງສາກົນໄດ້ເຜີຍແຜ່ ເອກະສານສຳຄັນ ຈຳນວນ 2 ສະບັບ ເພື່ອໃຫ້ຜູ້ພັທນາໂຄງການ ນຳໄປປະຕິບັດນັ້ນ ກໍພ້ອມປະຕິບັດທັນທີ ແຕ່ກໍຕ້ອງໄດ້ຮັບພິຈາຣະນາ ເຫັນດີຈາກຣັຖບານລາວກ່ອນ ເຖິງຈະດຳເນີນການປະຕິບັດໄດ້.

ດັ່ງເຈົ້າຫນ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຄັນເຮົາຜ່ານຢູ່ໃນຂະບວນການ MRC ແລ້ວຫມົດແລ້ວນ່າ ແລ້ວມັນຈະມີຂໍ້ຕົກລົງຂອງ ທ່ານນາຍົກຣັຖມົນຕຣີ ດອກເພິ່ນຈະແຕ່ງຕັ້ງ ເຈົ້າແຂວງ ເວົ້າເຣື່ອງຜົນກະທົບນີ້ແຫລະ ທິດທາງມັນເປັນແນວໃດ ເຮົາຕ້ອງໄປໄດ້ຜ່ານເພິ່ນກ່ອນ ຄັນຖ້າວ່າທ້ອງຖິ່ນ ຫລືວ່າເຈົ້າແຂວງເພິ່ນບໍ່ຮັບຮອງຫັ້ນນ່າ ກາຢາກຍາກນ້ອຍນຶ່ງຫັ້ນແຫລະ.

ເຈົ້າຫນ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ກ່າວວ່າລະບຽບຂໍ້ກຳນົດ ຂອງຣັຖບານລາວ ກໍໄດ້ມີການກຳນົດ ຢູ່ໃຫ້ທຸກບໍຣິສັດທີ່ຈະເຂົ້າມາພັທນາ ໂຄງການເຂື່ອນໄຟຟ້າ ໂດຍສະເພາະໂຄງການ ເຂື່ອນແມ່ນໍ້າຂອງ ຈະຕ້ອງໄດ້ເຮັດບົດຣາຍງານ ເທັກນິກເສຖກິຈ ການປະເມີນຜົນກະທົບ ສິ່ງແວດລ້ອມ-ສັງຄົມຢູ່ແລ້ວ.

ຫາກໂຄງການໃດ ທີ່ນອນຢູ່ໃນຄວາມສ່ຽງສູງ ແລະອາດສົ່ງຜົນກະທົບ ຕໍ່ມໍຣະດົກ, ວັທນະທັມ ແລະ ປະຊາຊົນ ຮຸນແຮງກໍຈະຕ້ອງໄດ້ມີການສຶກສາ ຜົນກະທົບເພີ່ມຕື່ມ ເພື່ອຫລຸດຜ່ອນຜົນກະທົບ ຈາກໂຄງການດັ່ງກ່າວ ເປັນຕົ້ນໂຄງການກໍ່ສ້າງ ເຂື່ອນຫລວງພຣະບາງ ທີ່ມີການສຶກສາຜົນກະທົບ ຕໍ່ມໍຣະດົກໂລກ ຫລື Heritage Impact Assessment (HIA), ສ່ວນເຣື່ອງ ທີ່ຄະນະກັມມາທິການ ແມ່ນໍ້າຂອງສາກົນໄດ້ອອກຄຳແນະນຳ ຈຳນວນ 2 ສະບັບ ເພື່ອໃຫ້ຜູ້ພັທນາໂຄງການ ນຳໄປປະຕິບັດນັ້ນກໍເປັນເຣື່ອງທີ່ດີຫລາຍ ເພາະຈະຊ່ອຍໃຫ້ໂຄງການດັ່ງກ່າວ ມີຜົນກະທົບບໍ່ຮຸນແຮງ ແລະປ້ອງກັນການເກີດຂໍ້ຂັດແຍ່ງ ໃນພື້ນທີ່ ແລະຊາຍແດນ ໃນອະນາຄົດ.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

ເຂື່ອນນໍ້າຂອງ ມັນກາເວົ້າກັນຢູ່ດຽວນີ້ ໃຫ້ບໍຣິສັດນັ້ນເຂົາເຮັດ ບົດຣາຍງານ ເວລາສຳຣວດຫັ້ນ ເຮົາກາເຄີຍເວົ້າວ່າ ຫລີກລ່ຽງບັນຫາຜົນກະທົບ ດ້ານຂໍ້ຂັດແຍ່ງຫັ້ນແຫລະ.

ກ່ຽວກັບຄຳແນະນຳ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົນຄັ້ງນີ້ ຍານາງ ອ້ອມບຸນ ທິບສຸນາ ປະທານເຄືອຂ່າຍ ສະພາອົງກອນຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານ ປະເທດໄທຍກ່າວວ່າ ເມື່ອມີການອອກຄຳແນະນຳ ແບບນີ້ກໍສະທ້ອນໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ຄະນະກັມມາທິການແມ່ນໍ້າຂອງສາກົນ ຮັບຮູ້ເຖິງຜົນກະທົບດ້ານສິ່ງແວດລ້ອມ ແລະສັງຄົມ ໃນລຳແມ່ນໍ້າຂອງ.

ແຕ່ຫາກຈະມີຄຳແນະນຳທັງ 2 ສະບັບເກີດປະສິດທິພາບ ແລະປະສິດທິຜົນ ສູງສຸດກໍຄວນ ຈະໃຫ້ພາກປະຊາສັງຄົມ ແລະປະຊາຊົນໃນພື້ນ ທີ່ລຸ່ມແມ່ນໍ້າຂອງ ໄດ້ເຂົ້າໄປມີສ່ວນຮ່ວມ ໃນທຸກຂະບວນການ ນັບແຕ່ການປະເມີນຜົນ ກະທົບດ້ານສິ່ງແວດລ້ອມ-ສັງຄົມ ແລະ ການປະເມີນຜົນກະທົບ ດ້ານສິ່ງແວດລ້ອມຂ້າມຊາຍແດນ ແລະຂະບວນການປຶກສາ ຫາລືລ່ວງຫນ້າຂອງ MRC.

ໂດຍຄຳແນະນຳດັ່ງກ່າວ ຍັງບໍ່ສາມາດເວົ້າໄດ້ຢ່າງຈະແຈ້ງວ່າ ມີປະສິດທິພາບ ແລະປະສິດທິຜົນ ທີ່ດີຂຶ້ນຈົນກ່ວາຈະມີການນຳເອົາ ຄຳແນະນຳດັ່ງກ່າວ ໄປປະຕິບັດໂຕຈິງ ແລະນຳເອົາບົດຣາຍງານ ມາເປີດເຜີຍຕໍ່ສັງຄົມຢ່າງ ໂປ່ງໃສ່.

ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຖ້າຟັງທ່າທີກໍເປັນເຣື່ອງທີ່ດີ ແຕ່ເອື້ອຍຍັງບໍ່ເຫັນຄຸນນະພາບ ແທ້ຈິງແລ້ວຄວນໃຫ້ພວກເຮົານີ້ ມີສ່ວນຮ່ວມນຳເອກະສານປຶກສາຫາລື ເຣື່ອງເຂື່ອນ, ເຣື່ອງອິຫຍັງ ພວກເຮົາກໍບໍ່ເຄີຍໄດ້ອ່ານກ່ອນ ຂ້ອນຂ້າງບໍ່ເຊື່ອຫມັ້ນ ເທົ່າທີ່ຟັງເບິ່ງ MRCເອກະສານ ຕ້ອງເຮັດເພາະເສັຽບໍ່ໄດ້.”

ທ່ານ ຫານນະລົງ ເຍົາວະລິດ ປະທານມູນນິທິ ເພື່ອການບໍຣິຫານຈັດການນໍ້າ ແບບບູຣະນາການ ປະເທດໄທຍກ່າວວ່າ ຄະນະກັມມາທິການແມ່ນໍ້າຂອງ ສາກົນຄວນຈະອອກເປັນມາຕການ ຢ່າງຈະແຈ້ງເພື່ອໃຫ້ຜູ້ພັທນາໂຄງການ ນຳໄປປະຕິບັດຢ່າງເຂັ້ມງວດ ເພາະການໃຊ້ຄຳວ່າຄຳແນະນຳ ອາດເປັນຊ່ອງຫວ່າງ ໃຫ້ຜູ້ພທັນາໂຄງການ ມີການປະຕິບັດ ຕາມຄຳແນະນຳ ທີ່ບໍ່ຄົບຖ້ວນ, ຮອບດ້ານ ແລະ ຍິ່ງເຮັດໃຫ້ໂຄງການ ພັທນາດັ່ງກ່າວເກີດຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະຜົນກະທົບຊາຍແດນ ຮຸນແຮງຂຶ້ນ. ການອອກຄຳແນະນຳ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົນ ໃນຄັ້ງນີ້ຖືເປັນເຣື່ອງທີ່ດີ ແລະຄວນຈະເລັ່ງດຳເນີນການ ປະຕິບັດໃນທັນທີ ເນື່ອງຈາກລະບົບນິເວດ ຕາມລຳແມ່ນໍ້າຂອງ ໃນປັດຈຸບັນຂ້ອນຂ້າງ ຈະມີຜົນກະທົບຮຸນແຮງຂຶ້ນ ນັບມື້ແລ້ວ.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຖ້າ MRC ມີຂໍ້ແນະນຳອອກມາແບບນີ້ ຂ້ອຍເບິ່ງອີກທາງນຶ່ງກາຖືວ່າ ເປັນເຣື່ອງດີແຕ່ເບິ່ງອີກທາງນຶ່ງ ຕາມສະພາບໂຕຈິງຢາກໃຫ້ ເປັນເຣື່ອງຂອງການບັງຄັບວ່າ ຕ້ອງເຮັດຈິງມັນຕ້ອງເປັນມາຕການ ທີ່ທຸກປະເທດ ຕ້ອງນຳໄປປະຕິບັດກ່ອນ ທີ່ຈະດຳເນີນໂຄງການ ຕໍ່ໄປ.

ພາກປະຊາສັງຄົມໄທຍທັງ 2 ທ່ານ ຍັງເຫັນດີນຳກັນວ່າ ຫາກບໍ່ມີການກໍ່ສ້າງເຂື່ອນໄຟຟ້າ ຫລືໂຄງການໃດນຶ່ງທີ່ອາດຈະສົ່ງຜົນກະທົບ ຕໍ່ລຳແມ່ນໍ້າຂອງກໍຈະເປັນເຣື່ອງທີ່ດີ ທີ່ສຸດເພາະຈະເຮັດໃຫ້ລະບົບນິເວດແມ່ນໍ້າຂອງ, ສັດນໍ້າ, ແຫລ່ງສະບຽງອາຫານ ແລະ ປະເພນີ ວັທນະທັມ ຂອງປະຊາຊົນລຸ່ມແມ່ນໍ້າຂອງຈະຍັງສືບຕໍ່ໄປເລື້ອຍໆ.

ປັດຈຸບັນ ຈີນໄດ້ສ້າງເຂື່ອນ ໃນແມ່ນໍ້າລ້ານຊ້າງແລ້ວ 11 ແຫ່ງ ແລະ ຍັງບໍ່ມີທ່າທີວ່າ ຈະຢຸດສ້າງຕື່ມ ຂະນະທີ່ແມ່ນໍ້າຂອງ ຕອນລຸ່ມມີແຜນຈະສ້າງເຂື່ອນທັງຫມົດ 11 ແຫ່ງ, ປັດຈຸບັນມີການດຳເນີນການກໍ່ສ້າງ ສຳເຣັດໄປແລ້ວ ຈຳນວນ 2 ແຫ່ງ ຄືເຂື່ອນໄຊຍະບູຣີ ແລະ ເຂື່ອນດອນສະໂຮງ ໃນປະເທດລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org