ຜູ້ປະສົບພັຍ ນ້ຳຖ້ວມ ຍັງບໍ່ທັນໄດ້ຮັບ ຄວາມຊ່ອຍເຫຼືອ ເທົ່າທີ່ຄວນ

ປະຊາຊົນ ຢູ່ເມືອງຫລາ, ເມືອງນາໝໍ້ ແລະເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມເມື່ອ 2 ສັບປະດາ ທີ່ຜ່ານມາ ຍັງບໍ່ທັນໄດ້ຮັບ ການຊ່ອຍເຫລືອ ຈາກຣັຖບານ ເທົ່າທີ່ຄວນເທື່ອ ຂະນະທີ່ ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຕ້ອງການຄວາມຊ່ອຍເຫຼືອ ເພື່ອຟື້ນຟູຊີວິຕ ແລະການກະເສຕ ຕ່າງໆ.

ສະພາບ ຖນົນຫົນທາງ, ທົ່ງນາ ແລະພື້ນທີ່ ການກະເສຕ ທີ່ຖືກນ້ຳຖ້ວມ ຢູ່ແຂວງອຸດົມໄຊ ແລະ ຍັງບໍ່ທັນໄດ້ຮັບ ການຟື້ນຟູເທື່ອ. ຮູບພາບ: ວິທຍຸແລະໂທລະພາບ ແຂວງອຸດົມໄຊ

ພາຍຫລັງເກີດນໍ້າຖ້ວມແຮງຢູ່ເມືອງຫລາ, ເມືອງນາໝໍ້ ແລະເມືອງໄຊ ແຂວງອຸ ດົມໄຊ ເມື່ອສອງສັບປະດາທີ່ຜ່ານມາ, ມາເຖິງປັດຈຸບັນ ປະຊາຊົນຜູ້ໄດ້ຮັບຜົລກະທົບ ກໍຍັງບໍ່ທັນໄດ້ຮັບການຊ່ອຍເຫລືອຈາກຣັຖບານ ເທົ່າທີ່ຄວນເທື່ອ. ໃນເບື້ອງຕົ້ນມີການປະເມີນວ່າ ໄດ້ຮັບຜົລເສັຍຫາຍໜັກສົມຄວນ ຊຶ່ງທາງການຄາດວ່າ ຈະຕ້ອງໄດ້ໃຊ້ງົບປະມານ ໃນການຟື້ນຟູໂຄງຮ່າງພື້ນຖານ ປະມານ 150 ຕື້ກີບ ຈຶ່ງຈະສາມາດກັບສູ່ ສະພາບປົກກະຕິໄດ້.

ມາເຖິງປັດຈຸບັນ ປະຊາຊົນທີ່ເຮືອນຊານ, ດິນໄຮ່, ດິນນາ ແລະຜົລປູກ ໄດ້ຮັບຜົລກະທົບ ເປັນຈໍານວນຫລວງຫລາຍນັ້ນ ຊາວບ້ານບ້ານໂພນໄຊ ເມືອງຫລາ ແຂວງອຸດົມໄຊ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກັນຍານີ້ວ່າ ຍັງບໍ່ທັນໄດ້ຮັບການຊ່ວຍເຫລືອ ເທົ່າທີ່ຄວນຈາກທາງການເທື່ອ, ຍັງບໍ່ສາມາດ ທໍາການຜລິຕໄດ້, ບໍ່ມີວຽກເຮັດງານທໍາ, ປະຊາຊົນຈໍານວນບໍ່ໜ້ອຍ ຕ້ອງໄດ້ໄປຂໍອາສັຍຢູ່ນໍາຍາດພີ່ນ້ອງ.

ດັ່ງທີ່ນາງກ່າວວ່າ:

ເສັຽຫາຍຫລາຍ ກະສິກັມ ເຂົ້າປູກ ປະເພດເຂົ້າ ແລ້ວກໍສາລີນີ້. ເຂົາກໍຊ່ອຍອັນຢູ່ອັນກິນ ໂອ໋ຍ ຕ້ອງໄດ້ໃຊ້ງົບປະມານຫລາຍແຫລະ ເຂົາຊິເອົາຣົຖຍົກ ຣົຖນັ້ນ ຄັນບໍ່ມີອັນທຶນຮອນ ມີເງິນ ກໍໃຊ້ບໍ່ໄດ້ຫັ້ນແຫລະ ພວກດິນໄຮ່ ດິນນາ ມັນອັນເສັຽຫາຍເບິດເລີຍ ບໍ່ໄດ້ ມັນເປັນບັກຫີນ ແລ້ວກໍດິນເຈື່ອນແນ່. ເປັນຕູບນ້ອຍ ແລ້ວໄປຢູ່ນໍາກັນ ພີ່ນ້ອງ.

ນາງເວົ້າຕື່ມວ່າ ນັບຕັ້ງແຕ່ຝົນຕົກໜັກ ແລະນໍ້າປ່າໄຫລຊຸ ເມື່ອວັນທີ 26 ສິງຫາມາ, ເຮືອນຊານ ແລະພື້ນທີ່ ທໍາການຜລິຕ ຂອງປະຊາຊົນ ໄດ້ຮັບຄວາມເສັຍຫາຍໜັກ, ບໍ່ມີບ່ອນຢູ່ອາສັຍ ແລະພື້ນທີ່ທໍາມາຫາກິນ, ຈໍານວນນຶ່ງໄດ້ປຸກຕູບຢູ່ ແລະມີຊີວິຕດ້ວຍການເພິ່ງພາ ເຄື່ອງຂອງບໍຣິຈາກ ຊຶ່ງພາກສ່ວນຕ່າງໆ ເອົາມາຊ່ອຍ.

ກ່ຽວກັບເຣື່ອງການຟື້ນຟູ ການຜລິຕ ທີ່ໄດ້ຮັບຜົລກະທົບໄປນັ້ນ ມາເຖິງປັດຈຸບັນ ທາງການລາວ ແລະພາກສ່ວນຕ່າງໆ ກໍຍັງບໍ່ທັນໄດ້ຊ່ອຍແກ້ໄຂ ຊຶ່ງເຈົ້າໜ້າທີ່ ອໍານາດການປົກຄອງ ຢູ່ເມືອງຫລາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ທັນໄດ້ເວົ້າກັນເທື່ອ, ຄາດວ່າຕ້ອງໄດ້ລໍຖ້າ ກຸ່ມກະເສຕກອນ ຫລືບໍຣິສັດດ້ານກະສິກັມ ເຂົ້າມາໃຫ້ການຊ່ອຍເຫລືອ ໃນການປູກພືດຕ່າງໆ.

ນໍ້າຖ້ວມທົ່ງນາ ປະກອບວຽກອາຊີບຫລັກໆຫັ້ນນ່າ ເພາະວ່າພື້ນທີ່ຫັ້ນ ຍັງບໍ່ໄດ້ເວົ້າກັນເທື່ອ ເພາະວ່າຄັນມີກຸ່ມກະເສຕກອນ ຫລືວ່າທາງບໍຣິສັດເນາະ ຊິມາຟື້ນຟູ ຫລືວ່າຊິມາທໍາການຜະລິຕໃຫ້ເຂົາເຈົ້າ ເປັນປູກຖົ່ວເບີ ຫລືວ່າຕະກຸນເທື່ອ ຫລືວ່າຕະກຸນພືດລົ້ມລຸກ ອັນນີ້ກໍຍັງບໍ່ມີພາກສ່ວນໃດ ມາເກັບກໍາຂໍ້ມູນເທື່ອ.

ໃນຂະນະດຽວກັນ ເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດິການສັງຄົມ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ຄືກັນນັ້ນກໍເວົ້າວ່າ ໃນໄລຍະນີ້ ຍັງຢູ່ໃນລະຫວ່າງ ການເກັບກໍາຂໍ້ມູນ ຄວາມເສັຍຫາຍ ຊຶ່ງຫລາຍເຂດ ຍັງບໍ່ສາມາດເຂົ້າເຖິງໄດ້ ແລະຍັງຟື້ນຟູໂຄງຮ່າງພື້ນຖານຢູ່, ຍັງບໍ່ທັນໄດ້ເວົ້າເຖິງ ເຣື່ອງວຽກເຮັດງານທໍາ ຂອງປະຊາຊົນເທື່ອ, ຈໍາເປັນຕ້ອງໄດ້ໃຊ້ເວລາ, ຕ້ອງໄດ້ລໍຖ້າຕໍ່ໄປອີກກ່ອນ.

ອັນນ່າໂຕນີ້ນີ໋ນ່າ ຍັງບໍ່ຊ່າງໃຫ້ຄໍາຕອບແນວໃດ ບາດນີ້ເຮົາກໍຍັງລົງມາ ພື້ນທີ່ພຸ້ນແຫລະ ມາເກັບກໍາຂໍ້ມູນດິນ.

ໂຄງຮ່າງພື້ນຖານ ທີ່ກໍາລັງຖືກຟື້ນຟູຢູ່ນີ້ ແມ່ນຖນົນຫົນທາງ, ໄຟຟ້າ, ນໍ້າປະປາໃນເມືອງ ແລະນໍ້າລິນຢູ່ຕາມບ້ານ, ສ່ວນເຣື່ອງການຊ່ອຍເຫລືອ ປະຊາຊົນໃນການຟື້ນຟູ ຊີວິຕການເປັນຢູ່ນັ້ນ ຍັງບໍ່ທັນຮູ້ເທື່ອວ່າ ຈະຊ່ອຍໄດ້ຊໍ່າໃດ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຄະນະກັມມະການ ຄຸ້ມຄອງພັຍພິບັດ ຂັ້ນແຂວງ ແຂວງອຸດົມໄຊ ທີ່ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກັນຍານີ້.

ສູນລວມພື້ນຖານໂຄງລ່າງ, ເສັ້ນທາງ, ໄຟຟ້າ ແລ້ວກໍນໍ້າຫົດ ນໍ້າລິນ ແມ່ນ ທີ່ຢູ່ອາສັຍ ແລະເຄື່ອງໃຊ້ໃນຄົວເຮືອນນີ້ແຫລະ. ຍັງບໍ່ຮູ້ວ່າກະຊວງແຮງງານ ຂະເຈົ້າຊິມາຊ່ວຍໄດ້ ປານໃດ ກໍຍັງບໍ່ຮູ້ ມັນອາຈມີກວມເອົາ ຈະມີພາກສ່ວນກະສິກັມ ແລະປ່າໄມ້ ແລ້ວກໍພາກສ່ວນສາທາ ຂະເຈົ້າຈະແຍກເປັນ ແຕ່ລະບ້ວງແຕລະພາກສ່ວນໆເລີຍ.

ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ໃຫ້ສັມພາດສື່ມວນຊົນ ຂອງທາງການລາວ ເມື່ອສັບປະດາ ທີ່ຜ່ານມາວ່າ ແຂວງອຸດົມໄຊ ທີ່ໄດ້ຮັບຄວາມເສັຍຫາຍ ຈາກພັຍນໍ້າຖ້ວມ ຢູ່ເມືອງຫລາ, ເມືອງນາໝໍ້ ແລະເມືອງໄຊ ຄັ້ງນີ້ ຈະຕ້ອງໄດ້ໃຊ້ງົບປະມານ ໃນການຟື້ນຟູ ໂຄງຮ່າງພື້ນຖານ ປະມານ 150 ຕື້ກີບ ແລະປະມານ 108 ຕື້ປາຍກີບ ສໍາລັບຟື້ນຟູ ສິ່ງຕ່າງໆ ທີ່ໄດ້ຮັບຜົລກະທົບ ຮວມທັງບ້ານເຮືອນ ແລະພື້ນທີ່ການຜລິຕ. ເຮືອນປະຊາຊົນ ຖືກນໍ້າພັດໄປ ແລະດິນຖົມປະມານ 100 ປາຍຫລັງ, ເຮືອນເພ ແບບຢູ່ບໍ່ໄດ້ປະມານ 500 ປາຍຫລັງ.

ເວົ້າເຖິງຈໍານວນງົບປະມານ ທີ່ຈະຕ້ອງໄດ້ໃຊ້ຈ່າຍນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບການຕິດຕາມ ຜົລເສັຍຫາຍ ທີ່ໄດ້ເກີດຈາກພັຍນໍ້າຖ້ວມຄັ້ງນີ້ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ເປັນພຽງການຄາດຄະເນ ໃນເບື້ອງຕົ້ນເທົ່ານັ້ນ ຍ້ອນວ່າ ໃນຂະນະນີ້ ຍັງຄິດໄລ່ແບບປະເມີນຢູ່, ຍັງບໍ່ຮູ້ວ່າຈະຕ້ອງໄດ້ໃຊ້ງົບປະມານ ເທົ່າໃດແທ້.

ຮູ້ວ່າດຽວນີ້ ນໍ້າກໍເປ່ເພເນາະ ອ້າຍນ້ອງກໍຢູ່ໃນຂັ້ນຕອນຄິດໄລ່. ຄິດໄລ່ການປະເມີນ ມູນຄ່ານີ້ເນາະ ເສັ້ນທາງ ກໍເຊັ່ນກັນ, ໄຟຟ້າລົ້ມ ໄຟຟ້າຫັກຂາດ ເພິ່ນກໍກໍາລັງຂຽນໂຄງການ ເພື່ອກໍານົດວ່າ ປະເມີນລາຄາ ອອກມາວ່າຊິຖືກເທົ່າໃດ ຍັງບໍ່ໄດ້ກໍານົດ ຄາດວ່າ ເອີ ເທົ່ານັ້ນເທົານີ້ ຈຶ່ງພໍ ຫລືວ່າເທົ່ານີ້ເຫລືອ ຫລືວ່າ ເທົ່ານີ້ບໍ່ພໍ ອັນນີ້ຖືວ່າ ຄິດວ່າ ຍັງບໍ່ທັນອອກມາເປັນ 100% ເທື່ອເນາະ.

ເມື່ອບໍ່ດົນມານີ້ ທ່ານ ຄໍາແສງ ອາລີ ຫົວໜ້າຜແນກໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ໄດ້ກ່າວຕໍ່ສື່ມວນຊົນລາວວ່າ  ພາຍຫລັງເກີດນໍ້າຖ້ວມຄັ້ງໃຫຍ່ ໃນຮອບ 37 ປີ ເສັ້ນທາງຢູ່ເມືອງໄຊ, ເມືອງຫລາ ແລະເມືອງນາໝໍ້ ເສັຍຫາຍ 49 ເສັ້ນ, ຂົວຫັກ ແລະເພ 44 ແຫ່ງ, ຄາດວ່າ ຈະໃຊ້ງົບປະມານ ໃນການສ້ອມແປງ ປະມານ 60 ຕື້ກີບ ແລະຈະໃຊ້ເວລາ ໃນການສ້ອມແປງນັ້ນປະມານ 1-2 ປີ ຈຶ່ງຈະແລ້ວ.

ໃນຂະນະດຽວກັນ ຄະນະຮັບຜິດຊອບຟື້ນຟູ ຜົລກະທົບຈາກພັຍນໍ້າຖ້ວມ ແຂວງອຸດົມໄຊ ກໍໄດ້ໄດ້ອອກແຈ້ງການ ລະດົມທຶນຈາກພາກສ່ວນຕ່າງໆ ໃນມື້ວັນທີ 30 ສິງຫາທີ່ຜ່ານມາ ຂໍວັດຖຸປັດຈັຍຕ່າງໆ ຮວມທັງເຄື່ອງອຸປໂພກ ບໍລິໂພກ ເພື່ອແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ແລະຟື້ນຟູໂຄງຮ່າງພື້ນຖານ ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ ແລະຈະຂຶ້ນແຜນຂໍງົບປະມານ ຈາກຣັຖບານ ໃນການຟື້ນຟູ ແລະສ້ອມແປງ ຖນົນຫົນທາງ ພາຍໃນ 6 ເດືອນນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org