ຫຼາຍແຂວງ ປະເຊີນບັນຫາ ຕາຝັ່ງນໍ້າຂອງ ເຈື່ອນຮຸນແຮງ

ຫລາຍແຂວງຂອງລາວ ກໍາລັງປະເຊີນກັບຕາຝັ່ງ ນໍ້າຂອງເຈື່ອນຮຸນແຮງ, ສົ່ງຜົລກະທົບຕໍ່ທີ່ດິນ ແຄມຝັ່ງແມ່ນໍ້າຂອງ, ບ້ານເຮືອນປະຊາຊົນ, ເຄື່ອງປູກຂອງຝັງ ຊຶ່ງກໍເປັນບັນຫາຫຍຸ້ງຍາກ ທີ່ທາງການລາວ ຈະແກ້ໄຂໄດ້ໝົດ ຍ້ອນຂາດເຂີນງົບປະມານ.

ສະພາບດິນເຈື່ອນເລັກນ້ອຍ ຕາມແຄມແມ່ນ້ຳຂອງ ໃນເຂດນະຄອນຫຼວງວຽງຈັນ (TS), ກໍຣະກະດາ 2022. RFA

ຫລາຍແຂວງຂອງລາວ ກໍາລັງປະເຊີນກັບຕາຝັ່ງນໍ້າຂອງເຈື່ອນຮຸນແຮງ, ສົ່ງຜົລກະ ທົບຕໍ່ທີ່ດິນແຄມຝັ່ງແມ່ນໍ້າຂອງ, ບ້ານເຮືອນປະຊາຊົນ, ເຄື່ອງປູກຂອງຝັງ ແລະພື້ນທີ່ດິນ. ບັນຫານີ້ ເປັນເຣື່ອງຫຍຸ້ງຍາກ ແລະທ້າທາຍສໍາລັບທາງການລາວ ໃນການທີ່ຈະແກ້ໄຂ ຍ້ອນຂາດເຂີນງົບປະມານ.

ແຂວງບໍ່ແກ້ວ ເປັນແຂວງນຶ່ງ ທີ່ປະເຊີນກັບຕາຝັ່ງ ນໍ້າຂອງເຈື່ອນຮຸນແຮງ ຍ້ອນຫລາຍເຂດ ຕາມແຄມແມ່ນໍ້າຂອງ ບໍ່ໄດ້ກໍ່ສ້າງກັນເຈື່ອນ ເພື່ອປ້ອງກັນ. ສ່ວນສາເຫດສໍາຄັນ ທີ່ເຮັດໃຫ້ຕາຝັ່ງແຄມຂອງເຈື່ອນ ກໍມາຈາກເຮືອບັນທຸກສິນຄ້າຂນາດໃຫຍ່ ແລ່ນຂຶ້ນ-ລ່ອງຢູ່ຕລອດ ເຮັດໃຫ້ເກີດຄື້ນຟອງນໍ້າສູງປະມານ 1 ແມັດກະທົບໃສ່ຕາຝັ່ງ.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 19 ກໍຣະກະດານີ້ວ່າ:

ຊ່ວງປີ 97-98 ມາຫາ 2022 ມີໝູ່ບ້ານນຶ່ງ ໄປໝົດທັງບ້ານເລີຍ ປະມານ 200-300 ຫລັງຄາເຮືອນ ຈົມໄປກັບແມ່ນໍ້າຂອງໝົດ. ແມ່ນໍ້າຂອງຢູ່ພາກເໜືອນີ້ ເຮືອສິນຄ້ານີ້ຫລາຍຂນາດ 100 ຕັນ ແລ້ວບາດນີ້ເຮືອສິນຄ້ານີ້ແຫລະ ເປັນສັດຕູອັນຮ້າຍກາດທີ່ສຸດ ທີ່ວ່າທໍາລາຍລະບົບປ້ອງກັນ ຕາຝັ່ງເຈື່ອນນີ້ເນາະເພາະວ່າ ຟອງນໍ້າ ບາງລໍານີ້ມັນສູງຮອດແມັດປາຍພຸ້ນ.

ທ່ານກ່າວຕື່ມວ່າ ແຂວງບໍ່ແກ້ວ ປະເຊີນກັບການຂຶ້ນ-ລົງຂອງນໍ້າຂອງ ທີ່ບໍ່ປົກກະຕິມາຢ່າງຕໍ່ເນື່ອງ ແລະຈະເປັນແບບນີ້ຕໍ່ໄປອີກເລື້ອຍໆ ອັນຈະເຮັດໃຫ້ສະພາບຕາຝັ່ງແຄມຂອງເຈື່ອນ ເກີດການປ່ຽນແປງຢູ່ຕລອດ. ປັດຈຸບັນ ການກໍ່ສ້າງກັນເຈື່ອນ ພາຍໃນແຂວງບໍ່ແກ້ວ ແມ່ນໄດ້ກໍ່ສ້າງສະເພາະຢູ່ເຂດຊຸມຊົນໃຫຍ່ ມີບ້ານເຮືອນຢູ່ໜາແໜ້ນ. ສ່ວນຢູ່ເຂດອື່ນໆ ທີ່ບໍ່ມີບ້ານເຮືອນຂອງປະຊາຊົນ ເຖິງຈະມີຜົລກະທົບຮຸນແຮງ ແຕ່ກໍຍັງບໍ່ທັນມີແຜນ ທີ່ຈະກໍ່ສ້າງກັນເຈື່ອນນັ້ນເທື່ອ.

ທີ່ແຂວງຫລວງພຣະບາງ ທັງຕາຝັ່ງແຄມຂອງ ແລະແຄມນໍ້າຄານ ກໍມີຄວາມສ່ຽງສູງ ທີ່ຈະເກີດດິນເຈື່ອນໄດ້ທຸກເມື່ອ, ເນື່ອງຈາກມີບາງຈຸດ ຢູ່ເຂດເມືອງມໍຣະດົກໂລກ ຫລວງພຣະບາງ ທີ່ສັງເກດເຫັນດິນເຣີ່ມຊຸດຕົວ, ຫາກບໍ່ມີການປ້ອງກັນດີ ກໍມີຄວາມສ່ຽງ ທີ່ຈະເກີດຕາຝັ່ງເຈື່ອນ. ຕາຝັ່ງແຄມນໍ້າຂອງ ທີ່ບໍ່ຢູ່ໃນເຂດຊຸມຊົນ ຫລືແຫລ່ງທ່ອງທ່ຽວ ກໍຍັງບໍ່ທັນໄດ້ຖືກສໍາຣວດຢ່າງລະອຽດເທື່ອ ເຖິງແມ່ນວ່າ ໄລຍະຜ່ານມາ ເກີດມີຕາຝັ່ງເຈື່ອນຢູ່ຫລາຍຈຸດແລ້ວ, ເປັນເຫດໃຫ້ສູນເສັຽດິນໄປ. ສາເຫດຫລັກໆກໍແມ່ນມາຈາກນໍ້າຂອງໄຫລແຮງ ໃນຣະດູຝົນ ແລະການຂຶ້ນ-ລົງຂອງນໍ້າບໍ່ເປັນປົກກະ ຕິ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້.

ຕາຝັ່ງເຈື່ອນແມ່ນຫຍັງ ຕອນນີ້ເນາະ ສະພາບມັນກະມີຄວາມກັງວົນ ຫລາຍສູງສຸດແລ້ວ ແຖວໃນເມືອງຫລວງພຣະບາງ ມັນກະບໍ່ໄດ້ເຈື່ອນທໍ່ໃດເນາະ ມໍ່ໆປາກຄານຫັ້ນກະເຈື່ອນໜ້ອຍນຶ່ງ.

ຢູ່ແຂວງສາຣະວັນ ທີ່ມີນໍ້າຂອງໄຫລຜ່ານ ປະມານ 90 ກິໂລແມັດ ກໍໄດ້ຮັບຜົລກະ ທົບຈາກຕາຝັ່ງເຈື່ອນຮຸນແຮງເຊັ່ນກັນ, ເຮັດໃຫ້ຫລາຍຮ້ອຍຄອບຄົວ ຕ້ອງຍັບຍ້າຍບ້ານເຮືອນຂອງຕົນເຂົ້າໄປທາງໃນ ໄກຈາກແຄມຂອງ ຫລືໄປຢູ່ບ່ອນປອດພັຍ ແຕ່ໄດ້ສູນເສັຍດິນແຄມຂອງໄປ. ໄລຍະຜ່ານມາ ທາງການແຂວງສາຣະວັນ ໄດ້ສເນີໂຄງ ການກໍ່ສ້າງກັນເຈື່ອນ ຕາມແຄມແມ່ນໍ້າຂອງ ຕໍ່ຣັຖບານລາວໄປຫລາຍເທື່ອແລ້ວ ແຕ່ຣັຖບານ ກໍຍັງບໍ່ທັນອະນຸມັດໂຄງການນັ້ນໃຫ້ເທື່ອ ຍ້ອນມີງົບປະມານຈໍາກັດ ແລະແຂວງສາຣະວັນ ກໍບໍ່ມີຊຸມຊົນໃຫຍ່ ຫລືເຂດເມືອງ ທີ່ອາສັຍຢູ່ແຄມແມ່ນໍ້າຂອງ ຄືກັນກັບແຂວງອື່ນໆ ເຊັ່ນນະຄອນຫລວງວຽງຈັນ, ແຂວງຄໍາມ່ວນ, ສວັນນະເຂດ, ສາຣະວັນ ແລະຈໍາປາສັກ.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 19 ກໍຣະກະດານີ້ວ່າ:

ບາງຈຸດມັນກະຮຸນແຮງເນາະ ເກີດຈາກຣະດັບນໍ້າຂອງຂຶ້ນ-ລົງ ບໍ່ປົກກະຕິນ່າ ເຣື່ອງງົບປະມານຫັ້ນແຫລະ ມັນເຮັດໃຫ້ພວກເຮົາບໍ່ສາມາດປະຕິບັດໄດ້ ເຮັດກັນເຈື່ອນ ເພາະວ່າໂຕນັ້ນ ເພື່ອປົກປັກຮັກສາດິນແດນເນາະ ແຕ່ວ່າມັນກະ ເບື້ອງເຮົາມັນລະງົບປະມານ ມັນລະບໍ່ພຽງພໍເນາະ.

ຕາຝັ່ງແມ່ນ້ຳຂອງ ຖືກກະແສນ້ຳເຊາະເຈື່ອນ ຢູ່ເຂດບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍ, ເດືອນກໍຣະກະດາ 2022.

ສໍາລັບແຂວງຈໍາປາສັກ ກໍກໍາລັງພັທນາໂຄງການແຄມແມ່ນໍ້າຂອງ ພາຍໃນເຂດນະຄອນປາກເຊ, ມູນຄ່າ 65 ລ້ານປາຍໂດລ້າຣ໌ສະຫະຣັຖ. ໃນນັ້ນ ເປັນທຶນຂອງຣັຖບານລາວ 12 ລ້ານປາຍໂດລ້າຣ໌ ແລະທຶນກູ້ຢືມ ຈາກກອງທຶນຮ່ວມມື ເພື່ອການພັທນາເສຖກິຈ ປະເທດເກົາຫລີໃຕ້ ຈໍານວນ 53 ລ້ານປາຍໂດລ້າຣ໌. ໂຄງການດັ່ງກ່າວ ປັດຈຸບັນ ຄືບໜ້າໄປແລ້ວ 90% ແຕ່ເຖິງແນວໃດກໍຕາມ ກໍຍັງມີປະຊາຊົນໃນແຂວງນີ້ ທີ່ຢູ່ແຄມຝັ່ງແມ່ນໍ້າຂອງ ໄດ້ສເນີໃຫ້ທາງການແຂວງ ກໍ່ສາງກັນເຈື່ອນໃຫ້ ເພາະພວກເຂົາ ເຈົ້າເຫັນວ່າ ເຂດບ້ານຂອງພວກເຂົາເຈົ້າ ມີຄວາມສ່ຽງສູງ ທີ່ຈະເກີດຕາຝັ່ງເຈື່ອນ ຊຶ່ງທາງການແຂວງກໍຈະສໍາຣວດ ກວດກາ ເພື່ອປະເມີນຄວາມສ່ຽງ ແລະເຮັດແຜນສເນີຕໍ່ຣັຖບານ ເພື່ອຂໍໃຫ້ພິຈາຣະນາ.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຈໍາປາສັກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ກະມີຂະເຈົ້າຮ້ອງທຸກຫັ້ນນ່າ ວ່າມັນມີການຊຸດໂຕ ລົງຈາກບ້ານເຮືອນປະຊາຊົນເນາະ ຕາມແຄມນໍ້າຫັ້ນນ່າ ແລ້ວເຮົາກໍຈະມີໂຄງການກັນເຈື່ອນນີ້ຂຶ້ນມາຫັ້ນນ່າ.

ສ່ວນແຜນງານຍຸທສາຕ ປ້ອງກັນແລະແກ້ໄຂບັນຫາ ຜົລກະທົບຕາຝັ່ງເຈື່ອນ ຂອງປະເທດໄທຍ ເພື່ອຫລຸດຜ່ອນຄວາມເສັຽຫາຍ ແລະປ້ອງກັນຕາຝັ່ງເຈື່ອນແຄມຂອງ ແລະເພື່ອເປັນການຮັກສາ ເຂດແດນຕລອດແລວແມ່ນໍ້າຂອງນັ້ນ ທາງຣັຖບານໄທຍໄດ້ອະ ນຸມັດງົບປະມານໄປແລ້ວ 4,046 ລ້ານບາດ ຫລືປະມານ 110 ລ້ານປາຍໂດລ້າຣ໌ສະຫະຣັຖ, ຮວມທັງໝົດມີ 181 ຈຸດຢູ່ໃນ 8 ແຂວງແຄມແມ່ນໍ້າຂອງ ຊຶ່ງມີໄລຍະເວລາການດໍາເນີນໂຄງການ 4 ປີ ແຕ່ປີ 2021 ຫາ 2024.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org