ອາຊຍາກັມເພີ້ມຂຶ້ນຢູ່ ນະຄອນ ຫຼວງ ວຽງຈັນ


2014.11.16
F-Vientiane ນະຄອນ ຫຼວງ ວຽງຈັນ
RFA

 

ເຈົ້າໜ້າທີ່ ໃນ ໜ່ວຍ ສະເພາະກິດ ກະຊວງ ປ້ອງກັນ ຄວມສງົບ ທ່ານໜຶ່ງ ເປີດເຜີຍວ່າ ອາຊຍາກັມ ທີ່ ເກີດຂຶ້ນ ໃນເຂດ ນະຄອນ ຫລວງ ວຽງຈັນ ເພີ່ມຂຶ້ນ ບໍ່ຢຸດຢັ້ງ ໂດຍສະເພາະ ການຄ້າ ຢາເສບຕິດ ການລັກຊັບ ປຸ້ນຈີ້ ແລະ ຊິງຊັບ.

ສະພາບການ ດັ່ງກ່າວ ເຮັດໃຫ້ ກະຊວງ ປ້ອງກັນ ຄວາມສງົບ ຕ້ອງໄດ້ ຕັ້ງໜ່ວຍ ສະເພາະກິດ ຂຶ້ນ ເພື່ອ ຮັບຜິດຊອບ ປ້ອງກັນ ແລະ ປາມປາມ ອາຊຍາກັມ ໃນເຂດ ນະຄອນ ຫລວງ ວຽງຈັນ ເລີ່ມແຕ່ ເດືອນ ກໍຣະກະດາ 2014 ມາຮອດ ທ້າຍ ເດືອນ ຕຸລາ ກໍສາມາດ ມ້າງ ອາຊຍາກັມ ໄດ້ 2868 ກໍຣະນີ ແລະ ຈັບຜູ້ ຕ້ອງຫາ 4506 ຄົນ. ໃນນັ້ນ ເປັນ ຜູ້ຕ້ອງຫາ ເພດຍິງ 1 ພັນ ກວ່າຄົນ.

ຍິ່ງໄປ ກວ່ານັ້ນ ຜູ້ຕ້ອງຫາ ສ່ວນໃຫຍ່ ກໍຍັງເປັນ ເຍົາວະຊົນ ທີ່ ເປັນ ສະມາຊິກ ແກັງ ກວນເມືອງ ທີ່ ໃຊ້ຣົດຈັກ ເປັນ ພາຫະນະ ກໍ່ ອາຊຍາກັມ ອັນເຮັດໃຫ້ ໜ່ວຍ ສະເພາະກິດ ຕ້ອງເພີ່ມ ຄວາມ ເຂັ້ມງວດ ກວດກາ ໃນ 6 ເສັ້ນທາງ:

"ໜຶ່ງລະແມ່ນ ເສັ້ນທາງ ເຕ 4 ແລະ ເສັ້ນທາງ ຕານມີໄຊ ດົງໂດກ ຫ້ວຍຫົງ ນີ້ຫລະ ເສັ້ນທາງ ໄກສອນ ເສັ້ນທາງ ເຈົ້າ ອະນຸວົງ ເສັ້ນ ທາງ ໜອງບົກ ຕັດໄປ ໜອງບົວທອງ ນີ້ຫລະ ແລ້ວ ກະເສັ້ນ ທາງ 450 ປີ ແລະ ກໍຈັບລົດ ທັງໝົດ ໄດ້ 2081 ຄັນ ຢູ່ໃນນີ້ ຫລະ ມັນກະມີ ກຸ່ມພວກ ນັກເລງ ອັນຕະພານ ຂີ່ຣົດ ກວນເມືອງ ນີ້ຫລະ ຢູ່ໃນ ກຸ່ມນີ້".

ສຳລັບ ໃນປີ 2013 ນັ້ນ ເຈົ້າໜ້າທີ່ ຕຳຣວດ ໃນເຂດ ນະຄອນ ຫລວງ ວຽງຈັນ ກໍຈັບ ຜູ້ຕ້ອງຫາ ໄດ້ 12 ພັນ 700 ກວ່າ ຄົນ; ອາຊຍາກັມ ທີ່ ເກີດຂຶ້ນ ທັງໝົດ 7200 ກວ່າ ກໍຣະນີ ແລະ ໃນຈຳນວນ ຜູ້ຕ້ອງຫາ 60 ສ່ວນຮ້ອຍ ມີອາຍຸ ຣະຫວ່າງ 15 ຫາ 20 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.