ນໍ້າປະປາ ບໍ່ພຽງພໍ ຍ້ອນນ້ຳຂອງບົກແຫ້ງ
2019.07.29
ເຈົ້າໜ້າທີ່ ນໍ້າປະປາ ນະຄອນຫຼວງວຽງຈັນ ຍອມຮັບວ່າ ປີນີ້ ນໍ້າຂອງບົກແຫ້ງ ໄດ້ສ້າງຜົລກະທົບ ຕໍ່ການຜລິດນໍ້າປະປາ ທີ່ບໍ່ສາມາດຜລິດ ໄດ້ເຕັມສ່ວນ ພ້ອມນີ້ ຍັງເຮັດໃຫ້ນໍ້າປະປາ ໄຫຼຊ້າ ແລະ ບໍ່ທົ່ວເຖິງ, ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນໄດ້ ກ່າວຕໍ່ ອາຣ ແອັຟ ເອ (RFA) ໃນວັນທີ 29 ກໍຣະກະດາວ່າ:
“ມັນກໍຍາກຢູ່ ດຽວນີ້ຫະ ນໍ້າຂອງ ແຫ້ງຫຼາຍ ບາງເທື່ອກໍຂາດ ບາງເທື່ອ ກໍມາປົກະຕິ ບາງເທື່ອ ກໍແຕກ ແມ່ນຕ່າງໆ ກໍແມ່ນຢູ່ ມັນກໍເຣື່ອງ ປົກກະຕິ ບາງເທື່ອ ກໍຂາດຫັ້ນແລ້ວ ມາກໍຄ່ອຍ ມາວ່າຊັ້ນສະ.”
ໃນຂນະດຽວກັນ, ເຈົ້າໜ້າທີ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ອາຣ ແອັຟ ເອ (RFA) ວ່າ ປັດຈຸບັນ ໂຮງງານຜລິດນໍ້າປະປາ ມີໜ້ອຍ ເມື່ອທຽບໃສ່ ປະຊາກອນ ນະຄອນຫຼວງວຽງຈັນ ເຮັດໃຫ້ ຫຼາຍພື້ນທີ່ ປະສົບກັບ ບັນຫາ ນໍ້າປະປາ ໄຫຼຊ້າ:
"ຕາມໃນຫຼາຍພື້ນທີ່ ລະແມ່ນ ຍັງບໍ່ສະດວກ ໃນການໃຊ້ນໍ້າເນາະ ເພາະວ່າ ໃນເຣື່ອງການຂຍາຍໂຕ ຂອງປະຊາກອນ ທີ່ວ່າ ຢູ່ໃນ ນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນ ເລື້ອຍໆ ແຕ່ວ່າ ການນໍາໃຊ້ ແມ່ນບໍ່ມີ ມີບໍ່ເຖິງ.”
ຕໍ່ກັບ ບັນຫານໍ້າຂອງບົກແຫ້ງ ສື່ມວນຊົນທ້ອງຖິ່ນ ໄດ້ຣາຍງານ ເມື່ອອາທິດຜ່ານມາວ່າ ທາງຣັຖວິຫາສະກິດ ນໍ້າປະປາລາວ ໄດ້ວາງແຜນ ກຽມຮັບມື ຕໍ່ກັບບັນຫາ ນໍ້າຂອງບົກແຫ້ງນັ້ນ ໄດ້ປ່ຽນ ມາດູດ ເອົານໍ້າງື່ມ ຂຶ້ນມາໃຊ້ແທນ.
ພ້ອມກັນນີ້, ໃນວັນທີ 29 ກໍຣະກະດາ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ເຕືອນ ຊາວກະສິກອນ ຜູ້ທີ່ນໍາໃຊ້ນໍ້າວ່າ ຄວນມີການວາງແຜນ ໃນການນໍາໃຊ້ນໍ້າ ໃນວຽກງານກະສິກັມ ໃນການປູກຝັງ ກໍຄວນປູກພືດ ທີ່ໃຊ້ນໍ້າໜ້ອຍ ແລະ ວຽກງານພະລັງງານ ໃຫ້ເອົາໃຈໃສ່ ບໍຣິຫານ ຈັດການນໍ້າ ໃຫ້ພຽງພໍ ຕໍ່ການຜລິດພະລັງງານໄຟຟ້າ.
ປີນີ້ ນໍ້າຂອງແຫ້ງລົງ ຕໍ່າກວ່າ ເກນມາຕຖານ ຍ້ອນສະພາບ ຝົນຕົກສີ້ນສຸດໄວ ກວ່າເກນປົກະຕິ ເຮັດໃຫ້ຣະດັບນໍ້າຂອງ ແລະ ແມ່ນໍ້າສາຂາ ຕ່າງໆ ແຫ້ງລົງ ຢ່າງຕໍ່ເນື່ອງ.