ນໍ້າຂອງຄືຄວາມຫວັງ ແລະຄວາມຢ້ານກົວ

ແມ່ນ້ຳຂອງທີ່ຜ່ານແດນລາວກໍາລັງບົກແຫ້ງຈົນເປັນດອນກາງນ້ຳ Photo: RFA

ແມ່​ນ້ຳ​ຂອງ, ນອກ​ຈາກ ເປັນ​ແມ່​ນ້ຳ ​ແຫ່ງ​ ຄວາມ​ຫວັງ​ແລ້ວ, ຍັງ​ສ້າງ ​ຄວາມ​ຢ້ານ​ກົວ ໃຫ້ ​ປະ​ຊາ​ຊົນ ອີກ​ດ້ວຍ. ໃນ​ຂະ​ນະ​ທີ່ ຄວາມ​ຫວັງ ເກີດ​ຈາກ​ ການ​ສ້າງ ​ຂົວ​ມິ​ຕ​ພາບ, ຄວາມ​ຢ້ານ​ກົວ ກໍ​ມີ​ເພີ້ມ​ຂຶ້ນ ຈາກ​ການ​ເພີ້ມ​ຂຶ້ນ ຂອງ ຈຳ​ນວນ​ເຂື່ອນ ທີ່​ຈະ​ປ່ຽນ​ແປງ ການ​ໄຫລ ຂອງ ​ກະ​ແສ​ນ້ຳ ແລະ ປ່ຽນ​ວິ​ຖີ ຊີ​ວິດ ຂອງ ​ປະ​ຊາ​ຊົນ ຫລາຍ​ລ້ານ​ຄົນ.

ແມ່​ນ້ຳ​ຂອງ, ຊຶ່ງ​ປັ​ຈ​ຈຸ​ບັນ ໄດ້​ມີ​ການ ​ສ້າງ​ເຂື່ອນ​ ໃນ​ເຂດ​ ປະ​ເທດ​ຈີນ ແລ້ວ 5 ເຂື່ອນ ແລະ ຕາມ​ແຜນ​ການ ​ຈະ​ມີ​ການ​ສ້າງ ​ເຂື່ອນ​ໃຫ​ຍ່ ຕື່ມ​ອີກ 19 ແຫ່ງ. ສ່ວນ​ໃນ​ເຂດ ​ແມ່​ນ້ຳ​ຂອງ ຕອນ​ລ່າງ ກໍ​ແມ່ນ​ເຂື່ອນ​ ໄຊ​ຍະ​ບູ​ຣີ ໃນ ​ປະ​ເທດລາວ, ພາຍ​ຫລັງ ທີ່​ໄດ້​ ເລື່ອນ​ເວ​ລາ ມາ​ຕັ້ງ​ດົນນານ ແລະ ເຖິງ​ແມ່ນ​ວ່າ ຈະ​ມີ​ການ ​ວິ​ພາກວິ​ຈານ​ກັນ, ໃນ​ທີ່​ສຸດ ຣັ​ຖ​ບານ​ລາວ ກໍ​ຕັດ​ສິນ​ໃຈ ດຳ​ເນີນ ​ໂຄງ​ການ ​ດັ່ງ​ກ່າວ.

ຄວາມ​ຢ້ານ​ກົວ ທີ່​ສຳ​ຄັນ ຈາກ​ເຂື່ອນ ​ໄຊ​ຍະ​ບູ​ຣີ, ຊຶ່ງ​ເຮັດ​ໃຫ້ ເກີດ​ການ​ຄັດ​ຄ້ານ ຢ່າງ​ແຂງ​ຂັນ ຈາກ​ກັມ​ພູ​ຊາ ແລະ ວຽດ​ນາມ ນັ້ນ, ຍ້ອນ​ວ່າ ເຂື່ອນ​ດັ່ງ​ກ່າວ ຈະ​ທຳ​ລາຍ ປະ​ຊາ​ກອນ ຂອງ​ປາ ໂດຍ​ສະ​ເພາະ ແມ່ນ​ປາ​ບຶກ ແລະ ຝຸ່ນ​ຕົມ ທີ່​ ປະ​ຊາ​ຊົນ ໃຊ້​ປູກ​ຝັງ​ນັ້ນ ຈະ​ຖືກ​ ນ້ຳ​ເຊາະ ​ໜີ​ໝົດ. ໂຄ​ງ​ການ ດັ່ງ​ກ່າວ ຈະ​ສົ່ງ​ ຜົ​ລ​ກະ​ທົບ ຕໍ່​ຊາວ​ປະ​ມົງ ຫລາຍ​ລ້ານ​ຄົນ ໃນ​ລາວ, ກັມ​ພູ​ຊາ ແລະ ວຽດ​ນາມ. ປະ​ລິມ​ານ ການ​ຫາ​ປາ ຈະຫລຸດ​ລົງ ເຖິງ ເຄິ່ງ​ນຶ່ງ.​

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org