ຣະດັບນໍ້າຂອງສູງຂຶ້ນ
2016.08.22
ຊາວນະຄອນຫຼວງ ວຽງຈັນ ທີ່ ອາສັຍ ຢູ່ລຽບຕາມ ລຳ ແມ່ນ້ຳຂອງ ເວົ້າວ່າ ປີນີ້ ນ້ຳຂອງ ຂຶ້ນ ຢ່າງໄວວາ ຈົນຖ້ວມ ຫາດດອນຈັນ ເຮັດໃຫ້ ຊາວບ້ານ ຫຼາຍຄົນ ທີ່ ທຳມາ ຫາກິນ ແລະ ປູກຝັງ ໃນດອນຈັນ ນັ້ນຕ້ອງໄດ້ ພາກັນ ມ້າງຕູບ ອົພຍົບໜີ ເພາະນ້ຳຂອງ ຂຶ້ນຫຼາຍ ພາຍຫຼັງທີ່ ຝົນຕົກໜັກ ຕໍ່ເນື່ອງ ຫຼາຍວັນ. ຊາວບ້ານ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 18 ສິງຫາ 2016 ນີ້ວ່າ:
"ຢູ່ດອນຈັນພາເລສ ຢູ່ໜ້າດອນຈັນ ພາເລສ ແຕ່ເຂົາປຸກຕູບ ຢູ່ຫັ້ນ ເຂົາເຮັດ ຫາກິນຫັ້ນນ່າ ແມ່ນຖ້ວມແລ້ວ ເຮືອນເຂົາ ກະໄດ້ ຍ້າຍໜີແລ້ວ ໄທເຮືອນຢູ່ຫັ້ນ. ຖ້ວມເໝິດແລ້ວ ແຖວນັ້ນນ່າ ແຕ່ວ່າ ດອນຈັນມານີ້ ໂອ່ ໜັກປີນີ້ ແມ່ນວ່າ ຂຶ້ນແຮງທີ່ສຸດ ປີນີ້ນ່າ".
ໃນຂນະດຽວກັນ, ກົມ ອຸຕຸນິຍົມ ວິທຍາ ແລະ ອຸທົກກະສາຕ, ກະຊວງ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ກໍ່ໄດ້ອອກ ແຈ້ງການ ໃນວັນທີ 18 ສິງຫາ 2016 ເຕືອນ ປະຊາຊົນ ໂດຍສະເພາະ ໃນເຂດແຂວງ ພາກເໜືອ ແລະ ພາກກາງ ທີ່ອາສັຍ ຢູ່ແຄມ ແມ່ນ້ຳຂອງ ແລະ ນໍ້າສາຂາ ໃຫ້ຣະວັງ ນ້ຳຖ້ວມ ແລະ ທັງກຽມຮັບມື ຫາກເກີດ ນ້ຳຖ້ວມ ກະທັນຫັນ. ດັ່ງ ເຈົ້າໜ້າທີ່ ກົມ ອຸຕຸນິຍົມ ວິທຍາ ແລະ ອຸທົກກະສາຕ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ແຈ້ງເຕືອນເຣື້ອງ ຣະດັບນ້ຳ ແມ່ນວານນີ້ ວັນທີ 18 ຫາ ວັນທີ 19 ເຮົາຈະມີ ຝົນຕົກໜັກ ບັນດາສາຂາ ແມ່ນ້ຳ ຜູ້ໃດທີ່ວ່າ ປະຊາຊົນ ຢູ່ແຖບແຖວ ລຽບຕາມແຄມ ແມ່ນ້ຳ ແມ່ນໃຫ້ກຽມພ້ອມ ແຕ່ວານນີ້ ເນາະ ເພາະວ່າ ເຕືອນ ແຕ່ວານນີ້ ມາເດ. ແລະ ມື້ນີ້ ພວກເຮົາໄດ້ ເຕືອນ ພະຍຸ ຕື່ມອີກ ແຖວພາກເໜືອ ຫາພາກກາງ ຂອງລາວ ຄືເກົ່າ".
ນາງກ່າວຕື່ມວ່າ ຣະດັບ ແມ່ນ້ຳຂອງ ໃນເຂດ ນະຄອນຫຼວງ ວຽງຈັນ ທີ່ແທກ ໃນຕອນເຊົ້າ ຂອງວັນທີ 18 ສິງຫາ ນີ້ ເຖິງວ່າຈະມີ ຣະດັບສູງ ກໍ່ຕາມ, ແຕ່ກໍ່ຍັງ ບໍ່ເຖິງຂັ້ນ ປະກາດ ພັຍພິບັດ ຫຼື ເຕືອນພັຍ ເທື່ອ:
"ໃນລະຍະນີ້ ຄວາມທີ່ວ່າເປັນ ອັນຕະລາຍ ຫັ້ນ ຍັງບໍ່ທັນ ເຖິງຂັ້ນທີ່ວ່າ ໄດ້ເຕືອນພັຍ ອັນຕະຣາຍ ເທື່ອ ເພາະວ່າ ຣະດັບນ້ຳຂອງ ໃນ ເຊົ້າມື້ນີ້ ຫາກໍ່ໄດ້ແຕ່ 9 ແມັດ 9 ແມັດ ປາຍເທົ່ານັ້ນ ນ່າ. ຣະວັງພັຍ ຂອງ ນະຄອນຫຼວງ ພວກເຮົາແມ່ນ 11 ແມັດ 50 ເນາະ, 12 ແມັດ 50 ແມ່ນ ອັນຕະຣາຍ ແລ້ວ, ແຕ່ວ່າ ປະຈຸບັນ ຫາກໍ່ໄດ້ ແຕ່ 9 ແມັດປາຍ".
ເຖິງຢ່າງໃດກໍ່ດີ, ທາງການລາວ ກໍ່ໄດ້ປະກາດ ໃຫ້ ປະຊາຊົນ ໃນຫຼາຍເຂດ ຂອງ ນະຄອນຫຼວງ ວຽງຈັນ ບໍ່ຄວນປະໝາດ ແລະ ກຽມພ້ອມ ຮັບມືກັບ ເຫຕນ້ຳຖ້ວມ ທີ່ອາຈເກີດຂຶ້ນ ໄດ້ ທຸກເວລາ ໃນວັນ ຂ້າງໜ້າ ນີ້.