ນໍ້າຂອງແຫ້ງທຸກຢ່າງ ຝືດເຄືອງ
2013.02.14

ປັດຈຸບັນ ແມ່ນໍ້າຂອງ ບົກລົງ ຢ່າງຕໍ່ເນື່ອງ ເຮັດໃຫ້ການປູກຝັງ ຂອງ ຊາວກະສິກອນ ຕາມແຄມຝັ່ງຂອງ ໄດ້ຮັບ ຜົນກະທົບ ຍ້ອນບໍ່ສາມາດ ສູບນໍ້າຂຶ້ນ ມາໃຊ້ໄດ້ ພຽງພໍ ຕາມຄວາມຕ້ອງການ. ໃນບາງພື້ນທີ່ ນໍ້າບົກຂອດ ຫລາຍຈົນວ່າ ຈັກສູບນໍ້າ ກໍໃຊ້ ການບໍ່ໄດ້. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງກະສິກໍາ ແລະ ປ່າໄມ້:
"ຕາມລໍານໍ້າຂອງ ແຫລ່ງນໍ້າ ມັນກໍບົກ ແຫ້ງ ກໍເປັນຫາດ ເປັນຫຍັງ ກໍບໍ່ສາມາດ ຈະດູດນໍ້າ ຂຶ້ນມາ ຮັບໃຊ້ການຜລິດ ມັນກໍມີບາງ ສະຖານີ ບາງສະຖານີ ຈັກສູບນໍ້າ ກໍມີບັນຫາ".
ຣະດັບນໍ້າຂອງ ລົດລົງຫລາຍ ບາງເຂດ ກະທົບໃສ່ ການຂົນສົ່ງ ສິນຄ້າ 2 ປະເທດ ລາວ-ໄທ. ຂໍ້ມູນກ່ຽວກັບ ຣະດັບນໍ້າຂອງ ຫລ້າສຸດ ແຈ້ງວ່າ ຣະດັບນໍ້າຂອງ ຢູ່ແຂວງບໍ່ແກ້ວ ຢູ່ໃນຣະດັບ 2 ແມັດ 61 ເຊັນ, ຢູ່ໃກ້ຂົວ ມິຕພາບ ລາວ-ໄທ ນະຄອນຫລວງ ວຽງຈັນ 2 ແມັດ 10 ເຊັນ, ຢູ່ແຂວງ ຄໍາມ່ວນ 1 ແມັດ 76 ເຊັນ.
ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າຕື່ມອີກວ່າ ສໍາລັບການ ແກ້ໄຂ ບັນຫານໍ້າ ໃນຣະຍະສັ້ນ ແມ່ນບໍ່ສາມາດ ເຮັດໄດ້ ຍ້ອນວ່າ ບໍ່ສາມາດ ຄວບຄຸມ ທັມມະຊາດ ໄດ້; ມີແຕ່ແຈ້ງການ ໃຫ້ປະຊາຊົນ ໃຊ້ນໍ້າປະຢັດ, ກັກນໍ້າໄວ້ ເພື່ອ ການກະສິກັມ ຂະນະນີ້ແມ່ນ ຕຣຽມໃສ່ ຣະດູຮ້ອນ, ເດືອນ 3 ເດືອນ 4 ນີ້ ກໍຈະແມ່ນ ເດືອນທີ່ນໍ້າ ໃນແມ່ນໍ້າຂອງ ຈະບົກລົງ ຫລາຍທີ່ສຸດ ຕາມສະຖິຕິ ຂອງ ປີຜ່ານມາ.