ຮຽກຮ້ອງຄຸ້ມຄອງ ແມ່ນໍ້າຂອງ ໃຫ້ດີຂຶ້ນ

ບັນດາປະເທດ ສະມາຊິກ ຄະນະກໍັມມາທິການ ແມ່ນໍ້າຂອງ ສາກົນ (MRC) ຮຽກຮ້ອງ ໃຫ້ມີການປັບປຸງ ວິທີການຄຸ້ມຄອງ ແບບກວມລວມ ທົ່ວອ່າງ ແມ່ນໍ້າຂອງ ເນື່ອງຈາກ ປະຣິມານນໍ້າ ໃນແມ່ນໍ້າຂອງ ທີ່ໄຫຼ ໃນຣະດູແລ້ງ ເຂົ້າທະເລສາບ ຢູ່ປະເທດກັມພູຊາ ຫຼຸດລົງ.

ສະພາບແມ່ນ້ຳຂອງ ທີ່ແຫ້ງແລ້ງ ໃນເຂດເມືອງຊະນະຄາມ ແຂວງວຽງຈັນ. ຮູບຖ່າຍ: ວັນທີ 25 ມີນາ, 2021, ໂດຍ: TS RFA

ກອງເລຂາ ຄະນະກັມມາທິການ ແມ່ນໍ້າຂອງສາກົນ ໄດ້ຮຽກຮ້ອງ ໃຫ້ມີການແລກປ່ຽນຂໍ້ມູນ ແລະ ຂ່າວສານກັນ ຢ່າງກວ້າງຂວາງ, ຊຶ່ງເປັນສ່ວນນຶ່ງ ຂອງຄໍາແນະນໍາ ເພື່ອປັບປຸງ ວິທີການຄຸ້ມຄອງ ຊັພຍາກອນນໍ້າ ໃນອ່າງແມ່ນໍ້າຂອງ ຕອນລຸ່ມ, ອີງ​ຕາມຖແລງຂ່າວ ທີ່ນະຄອນຫຼວງວຽງຈັນ ເມື່ອວັນທີ 30 ມິຖຸນາ ທີ່ຜ່ານມານີ້.

ບົດຣາຍງານ ກ່ຽວກັບ ສະພາບນໍ້າຂອງ ທີ່ມີ 18 ໜ້ານັ້ນ ໄດ້ຊຸກຍູ້ໃຫ້ ບັນດາປະເທດສະມາຊິກ ຂອງຄະນະ ກັມມາທິການ ແມ່ນໍ້າຂອງສາກົນ ແລະ ບັນດາຄູ່ຮ່ວມເຈຣະຈາ ແລກປ່ຽນຂໍ້ມູນ ກ່ຽວກັບ ພາກປະຕິບັດການ ເພື່ອສ້າງ ຄວາມເຂົ້າໃຈ ໃຫ້ເລິກເຊິ່ງ ກວ່າເກົ່າ ກ່ຽວກັບ ການປ່ຽນແປງ ທີ່ເກີດຂຶ້ນ ເມື່ອບໍ່ນານມານີ້, ກ່ຽວກັບ ລັກສະນະ ຂອງປະຣິມານ ນໍ້າໄຫຼ ຕາມລໍາແມ່ນນໍ້າຂອງ ແລະ ເພື່ອແກ້ໄຂ ຜົລກະທົບ ທີ່ອາຈເກີດຂຶ້ນໄດ້ ຕໍ່ຊຸມຊົນ ທີ່ຢູ່ຕາມແຄມຝັັ່ງ ແມ່ນໍ້າຂອງ.

ດຣ. ອັນ ພິສ ຮັດດາ, ຫົວໜ້າກອງເລຂາ ຄະນະກັມມາທິການ ແມ່ນໍ້າຂອງສາກົນ, ກ່າວວ່າ ເພື່ອໃຫ້ການຄຸ້ມຄອງ ອ່າງແມ່ນໍ້າ ແຫ່ງນີ້ ໄດ້ດີຂຶ້ນ ກວ່າເກົ່າ ແລະ ເພື່ອການຮ່ວມມື ຢ່າງຈິງໃຈນັ້ນ, ບັນດາປະເທດ ສະມາຊິກ ຄະນະ ກັມມາທິການ ແມ່ນໍ້າຂອງສາກົນ ແລະ ປະເທດຈີນ ຄວນແຈ້ງໃຫ້ຮູ້ ກ່ຽວກັບ ການປ່ຽນແປງ ຄັ້ງໃຫຍ່ ທີ່ໄດ້ ວາງແຜນ ໄວ້ແລ້ວ ສໍາລັບ ການປະຕິບັດງານ ຂອງບັນດາ ໂຄງການ ພະລັງງານໄຟຟ້າ ແລະ ຄວນສົ່ງຂໍ້ມູນນັ້ນ ໃຫ້ກອງເລຂາ ຂອງຄະນະ ກັມມາທິການ ແມ່ນໍ້າຂອງ ສາກົນຊາບ. ທ່ານເວົ້າວ່າ ສິ່ງດັ່ງກ່າວມານີ້ ມີຄວາມສໍາຄັນຫຼາຍ ໃນກໍຣະນີ ທີ່ການປະຕິບັດງານ ດັ່ງກ່າວ ອາຈສົ່ງຜົລ ໃຫ້ລະດັບນໍ້າຂຶ້ນ-ລົງ ບໍ່ເປັນ ປົກກະຕິ.

ພ້ອມກັນນັ້ນ, ທ່ານຍັງໄດ້ ເຊີນຊວນ ພາກສ່ວນອື່ນໆ ທີ່ຕິດຕາມ ລະດັບນໍ້າຂອງນັ້ນ ໃຫ້ປະ ສານງານກັນ ແລະ ກວດກາຂໍ້ມູນ ຮ່ວມກັບ ກອງເລຂາຄະນະ ກັມມາທິການ ແມ່ນໍ້າຂອງສາກົນ  ເພື່ອຮັບປະກັນວ່າ ມວນຊົນ ໄດ້ຮັບຂໍ້ມູນ ຢ່າງເໝາະສົມ.

ອີງຕາມລະບຽບການ ຂອງຄະນະ ກັມມາທິການ ແມ່ນໍ້າຂອງສາກົນ ວ່າດ້ວຍ ການຮັກສາ ປະຣິມານ ນໍ້າໄຫຼ ຕາມລໍານໍ້າຂອງ (PMFM), ບັນດາປະເທດ ສະມາຊິກ ຄະນະກັມມາທິການ ແມ່ນໍ້າຂອງສາກົນ ມີພັນທະ ທີ່ຈະຕ້ອງ “ສົ່ງເສີມ ປະຣິມານ ນໍ້າໄຫຼ ກັບເຂົ້າທະເລສາບຕາມ ທັມມະຊາດ ຢູ່ປະເທດກັມພູຊາ ໃນລະດັບ ທີ່ຍອມຮັບໄດ້ ໃນຣະດູຝົນ” ແລະປ້ອງກັນ ປະຣິມານ ນໍ້າໄຫຼສູງສຸດ ທີ່ເກີດຈາກ ການກະທໍາ ຂອງມະນຸດ ບໍ່ເກີດຈາກ ທັມມະຊາດ ໃນຣະດູຝົນ.

ບົດຣາຍງານ ຂອງ MRC ສະບັບທີ່ວ່ານີ້ ໄດ້ປະເມີນ ສະພາບການ ທາງອຸທົກກະສາດ-ອຸຕຸນິຍົມ ໃນໄລຍະຣະດູແລ້ງ ຂອງປີ 2020-2021 ຊຶ່ງກວມເອົາ ໄລຍະເວລາ ແຕ່ເດືອນພຶສຈິກາ 2020 ຫາເດືອນພຶສພາ 2021 ແລະ ໄດ້ສະແດງ ໃຫ້ເຫັນເຖິງການຂຶ້ນ-ລົງ ຂອງລະດັບນໍ້າ ໃນຕອນເທິງ ຂອງແມ່ນໍ້າຂອງ ຢູ່ ສປປລາວ ແລະ ໃນປະເທດໄທຍ ແລະ ພ້ອມທັງ ໄດ້ສະແດງ ໃຫ້ເຫັນວ່າ ປະຣິມານນໍ້າ ທີ່ທະເລສາບ ໃນປະເທດກັມພູຊາ ມີໜ້ອຍລົງ.

ປະຣິມານນໍ້າຝົນ ໃນເດືອນເມສາ-ພຶສພາ ຂອງປີນີ້ ຢູ່ໃນລະດັບສູງສຸດ ເປັນປວັດການ ຖ້າທຽບໃສ່ ໄລຍະດຽວກັນ ໃນ 18 ປີຜ່ານມາ. ປະຣິມານ ນໍ້າຝົນຫຼາຍ ໃນຕອນກາງ ຂອງເຂດແມ່ນໍ້າຂອງ ຕອນລຸ່ມ ຄື ຢູ່ເຂດປະເທດໄທຍ ແລະ ທາງພາກເໜືອ ຂອງກັມພູຊາ. ແຕ່ວ່າ ໂດຍລວມແລ້ວ, ປະຣິມານນໍ້າ ໃນເຂດນີ້ ບໍ່ໄດ້ເພີ່ມຂຶ້ນຫລາຍ.

ຜົລກະທົບ ທີ່ເກີດຈາກ ເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ຕອນເທິງ ເຮັດໃຫ້ ລະດັບນໍ້າ ປ່ຽນແປງ ຢ່າງໄວວາ ຈົນມາຮອດ ປີ 2021. ບົດຣາຍງານນີ້ ລະບຸວ່າ ການປ່ຽນແປງ ຄືດັ່ງກ່າວ ອາຈກະທົບໃສ່ ການເດີນເຮືອ, ລະບົບນິເວດ ແລະ ຄວາມໝັ້ນຄົງ ຂອງຝັ່ງແມ່ນໍ້າຂອງ.

ແຕ່ເຖິງຢ່າງໃດກໍຕາມ, ມັນກໍມີ ຄວາມຈໍາເປັນຕ້ອງໄດ້ ສຶກສາເພີ່ມຕື່ມ ເພື່ອຮູ້ໄດ້ ເຖິງປະເພດ ແລະ ຂອບເຂດ ຂອງຜົລກະທົບນັ້ນ.

ບົດຣາຍງານ ສະບັບນີ້ ບອກໃຫ້ຮູ້ວ່າ ການປ່ອຍນໍ້າ ອອກຈາກເຂື່ອນ ໄດ້ເຮັດໃຫ້ ປະຣິມານ ນໍ້າໄຫຼ ໃນຣະດູແລ້ງ ເພີິ່ມສູງຂຶ້ນ ແລະ ມີຜົລສະທ້ອນ ທັງດ້ານບວກ ແລະ ດ້ານລົບ. ໃນຣະດູແລ້ງ ອາຈເກີດປໂຍດ ກັບການຜລິດກະສິກັມ, ການເດີນເຮືອ ແລະ ເຮັດໃຫ້ ນໍ້າທະເລ ໃນເຂດສາມຫລ່ຽມ ປາກແມ່ນໍ້າຂອງ ບໍ່ທັ່ງເຂົ້າມາຫລາຍ.

ປະຣິມານນໍ້າ ໃນແມ່ນໍ້າຂອງ ໄຫຼລົງມາຫຼຸດລົງ ໃນຣະດູຝົນ ຂອງປີ 2019 ແລະ ປີ 2020 ໄດ້ເຮັດໃຫ້ ນໍ້າໄຫຼເຂົ້າ ທະເລສາບ ແລະ ພື້ນທີ່ນໍ້າຖ້ວມ ຕາມຣະດູການ ໃນທະເລສາບ ຫຼຸດລົງ ເຮັດໃຫ້ເກີດ ຜົລກະທົບ ຮຸນແຮງ ຕໍ່ການຜລິດກະສິກັມ, ຕໍ່ຄວາມສົມດູນ ທາງນິເວດ, ການເຄື່ອນຍ້າຍ ຂອງຝຸ່ນຕົມ ທີ່ອຸດົມ ໄປດ້ວຍແຮ່ທາດ ຫຼຸດລົງ ແລະ ທັງກະທົບ ຕໍ່ການຂົນສົ່ງ ແລະ ການຫາປາ ໃນທະເລສາບ ກໍຫຼຸດລົງ.

ໃນຣະດູຝົນ ປີ 2021 ນີ້ ອີງຕາມຂໍ້ມູນ ຈາກກອງການ ບໍຣິຫານ ມະຫາສມຸດ ແລະ ຊັ້ນບັນຍາກາດ ແຫ່ງຊາດ (ສະຫະຣັຖອາເມຣິກາ) ແລະ ສູນພະຍາກອນອາກາດ ໄລຍະກາງ ຂອງຢູໂຣບ ບົດຣາຍງານ ລະບຸວ່າ ປະຣິມານ ນໍ້າຝົນ ສເລັ່ຍຫລາຍຂຶ້ນ ໃນເດືອນມິຖຸນາ ທຽບໃສ່ ໄລຍະດຽວກັນ ຂອງປີ 2019 ແລະ ປີ 2020. ແຕ່ຄາດວ່າ ສະພາບ ການແຫ້ງແລ້ງ ກວ່າປົກກະຕິ ໃນບາງພາກ ຂອງອ່າງແມ່ນໍ້າຂອງ ຈະເກີດຂຶ້ນ ໃນເດືອນກໍຣະກະດາ ແລະ ເດືອນສິງຫາ. ປະເທດກັມພູຊາ, ເຂດເນີນສູງ ພາກກາງວຽດນາມ ແລະ ພາກໃຕ້ ຂອງລາວ ອາຈໄດ້ຮັບ ປະຣິມານນໍ້າຝົນ ໜ້ອຍກວ່າ ປົກກະຕິ ໃນເດືອນກໍຣະກະດານີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org