ເຂດລຸ່ມນໍ້າຂອງສູນເສັຍ ຊັພຍາກອນ
ໃນເຂດ ລຸ່ມ ແມ່ນ້ຳຂອງ ກຳລັງ ສູນເສັຍ ທີ່ດິນ ຕົ້ນໄມ້ ແລະ ປ່າໄມ້ ຢ່າງຫລວງຫລາຍ.
-
2013-05-02 -
-
-
Your browser doesn’t support HTML5 audio
ໃນເຂດ ລຸ່ມ ແມ່ນ້ຳຂອງ ກຳລັງ ສູນເສັຍ ທີ່ດິນ ຕົ້ນໄມ້ ແລະ ປ່າໄມ້ ຢ່າງຫລວງຫລາຍ, ສ່ວນຫລາຍ ຍ້ອນການ ສ້າງເຂື່ອນ ໄຟຟ້າ ການຕັດໄມ້ ທຳລາຍປ່າ ການປູກເຂົ້າ ແລະ ພືດອຸດສາຫະກັມ ເຊັ່ນ ຢາງພາຣາ ສາລີ ແລະ ອ້ອຍ.
ກອງທຶນ ຮັກສາ ສັດປ່າ WWF ຣາຍງານວ່າ ປັດຈຸບັນ ເຂດລຸ່ມ ແມ່ນ້ຳຂອງ ມີພື້ນທີ່ ທີ່ປົກຄຸມ ດ້ວຍຕົ້ນໄມ້ ແລະ ປ່າໄມ້ ພຽງແຕ່ 34 ສ່ວນຮ້ອຍ ແລະ ຖ້າຍັງມີ ການທຳຣາຍປ່າ ໃນຣະດັບ ປັດຈຸບັນ ສືບຕໍ່ໄປ ຕົ້ນໄມ້ ແລະ ປ່າໄມ້ ໃນພາກພື້ນ ອາດຈະຍັງ ເຫລືອ ພຽງແຕ່ 14 ສ່ວນຮ້ອຍ ພາຍໃນ ປີ 2030.
ບົດຣາຍງານ ນັ້ນ ແຈ້ງອີກວ່າ ສະເພາະ ລາວ ກຳພູຊາ ແລະ ພະມ້າ ສູນເສັຍ ປ່າໄມ້ ປະມານ 24 ສ່ວນຮ້ອຍ ແຕ່ປີ 1973 ຈົນເຖິງ ປີ 2009; ສ່ວນໄທ ແລະ ວຽດນາມ ສູນເສັຍ ເຖິງ 43 ສ່ວນຮ້ອຍ ສ່ວນຫລາຍ ສູນເສັຍ ຍ້ອນການ ຂຍາຍ ການຜລິດ ກະສິກັມ.
ສະເພາະ ລາວ ກອງທຶນ ຮັກສາ ສັດປ່າ ຣາຍງານວ່າ ການສ້າງ ເຂື່ອນ ໄຊຍະບຸຣີ ເປັນໄພ ອັນຕະຣາຍ ຕໍ່ ສິ່ງແວດລ້ອມ ຢ່າງໜັກ ໃນເຂດລຸ່ມ ແມ່ນ້ຳຂອງ ຈະສົ່ງ ຜົນກະທົບ ຕໍ່ ຊີວິດ ການ ເປັນຢູ່ ຂອງ ປະຊາກອນ ເຖິງ 60 ລ້ານຄົນ, ຈະສະກັດກັ້ນ ການຂື້ນລົງ ຂອງ ໝູ່ປາ.
ພະມ້າ ໃນຂະນະນີ້ ແຮ່ງຈະ ສູນເສັຍປ່າໄມ້ ຫລາຍ ເພາະປະເທດ ກຳລັງ ມີການສ້າງສາ ພັທນາ; ແຕ່ຣັຖບານ ມີແຜນ ຈະຢຸດຕິການ ສົ່ງໄມ້ທ່ອນ ອອກຕ່າງ ປະເທດພາຍ ໃນປີໜ້າ. ການສູນເສັຍ ປ່າໄມ້ ໄດ້ເຮັດໃຫ້ ດິນຟ້າ ອາກາດ ປ່ຽນແປງ ແລະ ສັດປ່າ ກໍນັບມື້ ນັບສູນພັນ.
ປັດຈຸບັນ ຣັຖບານ ຂອງ ບາງປະເທດ ພຍາຍາມ ຫລຸດຜ່ອນ ການສູນເສັຍ ປ່າໄມ້ ລົງຢູ່ ເຊັ່ນ ປະເທດໄທ ແຕ່ຜົນ ປະກົດວ່າ ບໍ່ໄດ້ຮັບ ຜົນສຳເຣັດ ພໍເທົ່າໃດ.