ແມ່ນ້ຳຂອງທັງແຫ້ງ ທັງແລ້ງ
2020.03.06

ໃນຕົ້ນປີ 2020 ນີ້ ແມ່ນ້ຳຂອງບົກແຫ້ງ ເປັນປະຫວັດການ; ຢູ່ບໍຣິເວນໃກ້ ນະຄອນຫລວງພຣະບາງ ແມ່ນ້ຳຂອງ ທີ່ເຄີຍເປັນແມ່ນ້ຳອັນ ໃຫຍ່ຫລວງ ແລະໄຫລແຮງ ດຽວນີ້ໄດ້ກາຍເປັນສາຍນ້ຳນ້ອຍໆ ນ້ຳກໍໄຫລຄ່ອຍໆ. ຕາມຮູບທີ່ ນັກຂ່າວວິທຍຸເອເຊັຍເສຣີ ຂອງພວກເຮົາ ໄດ້ຖ່າຍເມື່ອສອງອາທິດກ່ອນ ແມ່ນ້ຳຂອງຢູ່ເຂດ ນະຄອນຫລວງພຣະບາງ ບົກແຫ້ງ ແຫ້ງຫລາຍຈົນເຫັນແຕ່ຫາດຊາຍ ແລະໂງ່ນຫິນ ເຮືອຂອງປະຊາຊົນ ກໍຄ້າງໂຄກ. ຊາວນະຄອນ ຫຼວງພຣະບາງ ຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ ເລົ່າສະພາບນ້ຳຂອງບົກແຫ້ງ ໃຫ້ນັກຂ່າວ ພວກເຮົາຟັງວ່າ:
“ນ້ຳຂື້ນຫລາຍແຕ່ແຖບນີ້ໄປ ແຕ່ບັດນີ້ ນ້ຳແຫ້ງ ນ້ຳບໍ່ຫລາຍ; ຄອນນັ້ນນ້ອຍໆແຕ່ກີ້ ມາປີນີ້ແຫ້ງຊ່ຳນີ້. ສາມສີ່ປີຫລັງ ນ້ຳຖ້ວມດອນຕລອດ ແຕ່ປີນີ້ ນ້ຳແຫ້ງຫລາຍກວ່າສູ່ປີ.”
ຢູ່ເຂດບ້ານປາກຈັນ ເມືອງໝື່ນແຂວງວຽງຈັນ ແມ່ນ້ຳຂອງກໍບົກແຫ້ງທີ່ສຸດຄືກັນຈົນຄົນສາມາດຍ່າງຂ້າມຂອງໄດ້ຢ່າງສະບາຍ. ເບິ່ງຮູບຖ່າຍ ດ້ວຍນັກຂ່າວພົລເມືອງ ເຮົາຈະສາມາດເຫັນປະຊາຊົນ ທ້ອງຖິ່ນປະມານ 10 ຄົນ ກຳລັງ ຍ່າງແລະຢືນຢູ່ຫາດຊາຍກາງຂອງ ທີ່ເຕັມໄປ ດ້ວຍໂງ່ນຫິນ ແລະ ຫຍ້າສີ່ຂຽວ ຊຶ່ງສະແດງໃຫ້ເຫັນວ່າ ແມ່ນ້ຳຂອງໃນບໍຣິເວນນີ້ ບົກແຫ້ງມາເປັນເວລາດົນນານແລ້ວ.
ນອກຈາກນັ້ນ ຖ້າເບິ່ງຕາມຮູບພາບຖ່າຍດ້ວຍດາວທຽມ ເມື່ອເດືອນເກົ້າປີກາຍ ແມ່ນ້ຳຂອງໃນບໍຣິເວນນີ້ ມີນ້ຳຫລາຍເຕັມລົ້ນຝັ່ງ ແຕ່ເມື່ອ ເດືອນສອງປີນີ້ ແມ່ນ້ຳຂອງກາຍເປັນສາຍນ້ຳນ້ອຍໆ ທີ່ເຕັມໄປດ້ວຍເກາະດອນ ແລະຫາດຊາຍ. ເມື່ອເຫັນຮູບຖ່າຍນັ້ນ ຊາວບ້ານປາກຈັນ ຜູ້ນຶ່ງເວົ້າຂື້ນວ່າ:
“ນີ້ແມ່ນແມ່ນ້ຳຂອງ ບໍ່ຢາກເຊື່ອສາຍຕາຂອງຕົນເອງເລີຍ ແມ່ນ້ຳຂອງບົກແຫ້ງເຖິງປານນີ້ນໍ.”
ຢູ່ຕໍ່ໜ້ານະຄອນຫລວງວຽງຈັນ ພວກເຮົາມີວີໂອ ທີ່ໂຊຫາດຊາຍຈາກຕາຝັ່ງວັດຈັນ ກວ້າງແລະຍາວຢຽດອອກໄປຈົນເກືອບເຖິງ ເມືອງ ສີຊຽງໃໝ່ ຂອງໄທ ທາງພາກໃຕ້ ທາດຊາຍກໍຍາວລົງໄປເຖິງໂຮງແຮມດອນຈັນພາເລສ ແລະ ກໍມີຣົດກະບະຄັນນຶ່ງແລ່ນລົງຫາດ ຊຶ່ງຫາດສ່ວນນຶ່ງ ກໍມີພຸ່ມໄມ້ ແລະຫຍ້າສີຂຽວເກີດຂື້ນເຕັມ.
ພັຍແຫ້ງແລ້ງອັນເປັນປະຫວັດການປີນີ້ ໄດ້ສົ່ງຜົນກະທົບຕໍ່ຊາວກະສິກອນຢ່າງແຮງ; ຕົວຢ່າງ ຊາວບ້ານປ່າຫວ້າ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ຈົ່ມໃຫ້ນັກຂ່າວວິທຍຸເອເຊັຽເສຣີ ຟັງເມື່ອອາທິດທີ່ແລ້ວວ່າ:
“ຣະຍະນີ້ ນ້ຳຂອງບົກແຫ້ງຫລາຍ ເກີດເປັນຫາດເປັນດອນ ໃນນັ້ນ ການສົ່ງນ້ຳປ້ອນເຮັດການຜລິດ ທຳນາປີ ຫລືນາແຊງ ຕົກມາຣະດູ ນີ້ແມ່ນຂາດເຂີນຫລາຍ. ເຂດບ້ານເຮົາ ນ້ຳເຄີຍຂື້ນສູງແຕ່ວ່າຕົກມາປີ 2019 ຫຼືວ່າປີ 2020 ແມ່ນ້ຳຂອງນີ້ບົກແຫ້ງຫຼາຍການດຳຣົງຊີວິດ ຂອງພໍ່ແມ່ປະຊາຊົນເປັນຕົ້ນຊາວປະໂມງ ເຮືອໂດນສານ ຈັກສູບນ້ຳຕ່າງໆ ກໍໄດ້ຍ້າຍຕລອດ.”
ຢູ່ພາກໃຕ້ຂອງລາວ ນັກທ່ອງທ່ຽວຄົນນຶ່ງ ທີ່ໄດ້ຖ່າຍວີດີໂອເມື່ອສອງອາທິດກ່ອນຢູ່ບໍຣິເວນ ເໜືອຄອນພະເພັງໜ້ອຍນຶ່ງ ໄດ້ບັລຍາຍ ສະພາບນ້ຳຂອງແຫ້ງ ໃນວີດີໂອນັ້ນວ່າ:
“ຢູ່ກາງແມ່ນ້ຳຂອງ ມະຫານະທີສີທັນດອນ ທີ່ເຄີຍມີຄວາມອຸດົມສົມບູນ ຊຶ່ງຢູ່ໃຕ້ເຂື່ອນແມ່ນ້ຳຂອງດອນສະໂຮງ ລົງມາ ທາງໃຕ້ຂອງ ຂ້າພະເຈົ້າ ກໍຄືນ້ຳຕົກຕາດຄອນພະເພັງ ທິວທັດນ້ຳຕົກຕາດທີ່ສວຍງາມທີ່ສຸດ ທີ່ເຄີຍມີນ້ຳຢ່າງພຽງພໍ ແຕ່ຖ້າແຫ້ງແລ້ງແບບນີ້ ໃຫ້ ທ່ານຄິດເອົາວ່າ ຄວາມສວຍງາມ ມັນຈະມີຄວາມເປັນທັມມະຊາດແນວໃດ.”
ຖ້າເບິ່ງວີດີໂອນີ້ ທ່ານຈະເຫັນແມ່ນ້ຳຂອງບົກແຫ້ງ ແຫ້ງເຖິງຂັ້ນເກືອບແຫ້ງຂອດ ມີນ້ຳເປັນບາງບ່ອນເທົ່ານັ້ນ ນ້ຳບໍ່ໄຫລ ມີແຕ່ໂງ່ນຫິນ ໜາມໜໍ່ ແລະໄດ້ຍິນສຽງຂອງຊາວບ້ານລົມກັນແຊວໆ ຊາວບ້ານທີ່ເຄີຍຂີ່ເຮືອຫາປາ ແຕ່ປັດຈຸບັນ ຈຳເປັນຕ້ອງຈອດເຮືອໄວ້ ເພາະບໍ່ມີນ້ຳ ແລ້ວກໍພາກັນຍ່າງ ຫລືເຕັ້ນຈາກໂງ່ນຫິນນຶ່ງໄປຫາອີກໂງ່ນຫິນນຶ່ງ ບາງຄົນກໍຢືນເທິງໂງ່ນຫິນ ຫງຽວຊົມທິວທັດແມ່ນ້ຳຂອງທີ່ປາສະຈາກນ້ຳ ປາແລະຊີວິດຊີວາ.
ເປັນຫຍັງແມ່ນ້ຳຂອງຈຶ່ງບົກແຫ້ງແທ້ປີນີ້?
ນັກຂ່າວວິທຍຸເອເຊັຽເສຣີໄດ້ສຳພາດ ນາງ Courtney Weatherby ນັກຊ່ຽວຊານກ່ຽວກັບ ແມ່ນ້ຳຂອງປະຈຳສູນ Stimson ທີ່ນະຄອນ ຫລວງວໍຊິງຕັນ ສະຫະຣັດ ອະເມຣິກາ ເມື່ອວັນທີ່ 28 ເດືອນກຸມພາ ປີ 2020 ນີ້ ແລະ ນາງໄດ້ຕອບຄຳຖາມນັ້ນວ່າ:
"ພັຍແຫ້ງແລ້ງຮ້າຍແຮງຂື້ນ ເປັນປະຫວັດການໃນປີນີ້ ເກີດຈາກປະກົດການອາກາດ El Nino. ຜົນກະທົບຈາກປະກົດການນີ້ ແລະການ ສ້າງເຂື່ອນໄຟຟ້າ ຫລາຍແຫ່ງໃນພາກພື້ນ ທັງສອງເປັນສາເຫດທີ່ສຳຄັນ ທີ່ເຮັດໃຫ້ແມ່ນ້ຳຂອງ ບົກແຫ້ງຢ່າງແຮງ. ໃນຣະຍະເວລານີ້ ເຂດແມ່ນ້ຳຂອງ ກຳລັງຕົກຢູ່ໃນສະພາບອາກາດ El Nino ຊຶ່ງເປັນສະພາບອາກາດ ທີ່ຝົນຕົກໜ້ອຍ ຣະດູຝົນກໍສັ້ນລົງ ສັ້ນລົງກວ່າ ປົກກະຕິເຖິງສາມອາທິດ ສົມທົບກັບການສ້າງ ເຂື່ອນ ໃນສະເພາະ ປະເທດລາວມີແຜນຈະສ້າງເກືອບ 400 ເຂື່ອນ; ຕົວຢ່າງເຂື່ອນ ໄຊຍະບຸຣີ ແລະ ເຂື່ອນດອນສະໂຮງ ບາງເທື່ອກໍກັກນ້ຳປ່ອຍນ້ຳ ສົ່ງຜົນກະທົບຕໍ່ປະຊາຊົນ ທີ່ຢູ່ທາງພາກລຸ່ມທັງຊາວລາວ ໄທ ກຳພູຊາ ແລະວຽດນາມ.”
ນາງ Courtney Weatherby ອະທິບາຍຕື່ມວ່າ ປະກົດການ El Nino ຈະປົກຄຸມເຂດແມ່ນ້ຳຂອງອີກປະມານສອງສາມປີ ແລະພາກພື້ນ ນີ້ຂອງໂລກ ຊຶ່ງລວມທັງເຂດແມ່ນ້ຳຂອງນຳ ກໍຈະປະສົບກັບພັຍແຫ້ງແລ້ງອີກດົນນານ ຕໍ່ໄປ ຢ່າງໜ້ອຍກໍເປັນເວລາສອງສາມປີ.