ຊຸມຊົນໄທຂໍໃຫ້ເພີ້ມ ສຶກສາ ເຂື່ອນ
2017.06.19
ສະຖາບັນຊຸມຊົນໄທ ລຸ່ມນໍ້າຂອງ ຮ່ວມກັບພາກສ່ວນ NGO ຂອງປະເທດ ກັມພູຊາ ແລະວຽດນາມ ຢາກໃຫ້ຂຍາຍ ລະຍະເວລາ ສຶກສາ ຜົລກະທົບ ຂອງໂຄງການ ເຂື່ອນປາກແບງ ໄປອີກ ແຕ່ບໍ່ໄດ້ ກໍານົດວ່າ ຈະໃຫ້ຂຍາຍ ໄປຮອດເມື່ອໃດ ຍ້ອນວ່າ ລະຍະເວລາ 6 ເດືອນ ທີ່ຜ່ານມາ ການສຶກສາ ຜົລກະທົບ ນັ້ນສັ້ນເກີນໄປ ແລະ ການສຶກສາ ຜົລກະທົບ ຈາກເຂື່ອນ ທີ່ສ້າງໄປແລ້ວ ເຊັ່ນເຂື່ອນໄຊຍະບູລີ ກໍຍັງ ບໍ່ມີຄວາມຈະແຈ້ງ ແລະຄາດວ່າ ໂຄງການ ເຂື່ອນປາກແບງ ນັ້ນຈະມີ ຜົລກະທົບ ຕໍ່ປະຊາຊົນ ຢ່າງຫລວງຫລາຍ ກວ່າເຂື່ອນ ໄຊຍະບູລີ. ຕາມຄໍາເວົ້າຂອງ ທ່ານ ທິຣະພົງ ໂພມັນ ປະທານ ສະຖາບັນ ຊຸມຊົນໄທ ລຸ່ມນໍ້າຂອງ ເມື່ອວັນທີ 16 ມິຖຸນາ ນີ້:
"ທ່ານເວົ້າວ່າ ຄິດວ່າ 6 ເດືອນນີ້ບໍ່ພຽງພໍ ເພາະວ່າກໍຣະນີ ໄຊຍະບູລີ ທີ່ສ້າງໄປແລ້ວ ກໍຍັງບໍ່ມີການສຶກສາ ທົບທວນວ່າ ມັນມີຜົລກະທົບ ມີຄວາມກ່ຽວຂ້ອງ ກັບໃຜ ຈັ່ງໃດແດ່. ກໍຣະນີ ຂອງເຂື່ອນປາກແບງ ເອງ ກໍຈະຍິ່ງ ຊັບຊ້ອນ ມີບັນຫາ ອີ່ຫຍັງ ຫລາຍໄປກວ່ານັ້ນ".
ທ່ານກ່າວຕື່ມວ່າ ຂະບວນການ ທີ່ຄນະກັມມາທິການ ແມ່ນໍ້າຂອງ ສາກົລ MRC ຈັດຂຶ້ນນັ້ນ ຍັງບໍ່ຖືກຕ້ອງ ເພາະເປັນການ ແຈ້ງການ ໃຫ້ປະຊາຊົນ ຮັບຟັງຝ່າຍດຽວ ແລະຂະບວນການ ແລກປ່ຽນ ແລະຮັບຟັງຄວາມເຫັນ ຂອງປະຊາຊົນ ໃນພື້ນທີ່ຕ່າງໆ ຍັງມີໜ້ອຍ.
ໃນການອອກຖແລງການ ຈາກພາກສ່ວນຕ່າງໆ ທັງຈາກໄທ ກັມພູຊາ ແລະວຽດນາມ ຕໍ່ຄວາມຕ້ອງການ ໃຫ້ຂຍາຍລະຍະ ເວລາສຶກສາ ຜົລກະທົບ ຂອງໂຄງການ ເຂື່ອນປາກແບງ ອອກໄປນັ້ນ ທ່ານ ທິຣະພົງ ໄດ້ເວົ້າວ່າ ທາງພາກສ່ວນຕ່າງໆ ບໍ່ໄດ້ ຄັດຄ້ານການພັທນາ ແຕ່ຢາກໃຫ້ມີ ຄວາມຈະແຈ້ງ ໃນການສຶກສາ ເຣື່ອງຜົລກະທົບ ຫລາຍກວ່ານີ້:
"ທ່ານເວົ້າວ່າ ຄວາມຈິງ ເຮົາກໍບໍ່ໄດ້ ຄັດຄ້ານ ການພັທນາຫຍັງ ແຕ່ການພັທນາ ຫລາຍຢ່າງ ມັນຖືກສ້າງຂຶ້ນ ໂດຍບໍ່ມີ ການສຶກສາ ທີ່ ແທ້ຈິງວ່າສ້າງໄປແລ້ວ ມີຜົລກະທົບຫຍັງແດ່. ເຂື່ອນທີ່ສ້າງແລ້ວ ຄືເຂື່ອນໄຊຍະບູລີ ນີ້ມັນມີຫຍັງແດ່ ມັນເກີດຜົລກະທົບ ໜ້ອຍຫຼາຍ ພຽງໃດ ກໍຍັງບໍ່ຮູ້".
ຂະບວນການປຶກສາຫາລື ທີ່ຄນະກັມມາທິການ ແມ່ນໍ້າຂອງ ຈັດຂຶ້ນນີ້ ຄືຈະມີການປະຊຸມ ສລຸບຜົລ ຂອງຂະບວນການ ປຶກສາຫາຣື ເຣື່ອງເຂື່ອນປາກແບງ ໃນວັນທີ 19 ມິຖຸນານີ້ ຫລັງຈາກ ທີ່ມີການເລີ່ມ ສຶກສາ ເບິ່ງ ຜົລກະທົບ ຕັ້ງແຕ່ ເດືອນທັນວາ ປີ 2016 ມາ ແລະມີການຈັດ ເວທີ ຮັບຟັງຄວາມຄິດເຫັນ ຂອງພາກສ່ວນຕ່າງໆ 2 ຄັ້ງ ໃນເດືອນກຸມພາ ແລະ ເດືອນພຶສພາ ທີ່ຜ່ານມາ.
ວິທຍຸເອເຊັຽເສຣີ ໄດ້ຖາມຄວາມຄິດ ຄວາມເຫັນ ຂອງ NGO ກັມພູຊາ ແລະວຽດນາມ ແຕ່ຍັງບໍ່ໄດ້ ຮັບຄໍາຕອບ ຈາກທັງ 2 ປະເທດ ນັ້ນເທື່ອ.